Homeຂ່າວຕ່າງປະເທດອິດສະຣາແອນ ກຽມທໍາລາຍວັກຊີນໄຟເຊີ້ ແປດໝື່ນໂດສທີ່ໝົດອາຍຸແລ້ວ

ອິດສະຣາແອນ ກຽມທໍາລາຍວັກຊີນໄຟເຊີ້ ແປດໝື່ນໂດສທີ່ໝົດອາຍຸແລ້ວ

Published on

ວັນທີ 2 ສິງຫາ 2021 ສໍານັກຂ່າວ ໄທຣັດ ໄດ້ລາຍງານວ່າ ວັນທີ 1 ສິງຫາ ທີ່ຜ່ານມາ ທາງການອິດສະຣາແອນແມ່ນໄດ້ເລີ່ມທໍາລາຍວັກຊີນ ໄຟເຊີ້ (Pfizer vaccine) ຈໍານວນ 80,000 ໂດສ ທີ່ໝົດອາຍຸເມື່ອ 31 ກໍລະກົດ ທີ່ຜ່ານມາ, ໂດຍວັກຊີນເຫຼົ່ານີ້ ມີມູນຄ່າຮອດ 1,8 ລ້ານໂດລາສະຫະລັດ ຫຼື ປະມານ 19,8 ຕື້ກີບ ຂະນະທີ່ກ່ອນໜ້ານີ້ ອິດສະຣາແອນ ພະຍາຍາມທີ່ຈະສັກວັກຊີນໃຫ້ແກ່ປະຊາຊົນໃຫ້ໄດ້ຫຼາຍທີ່ສຸດ ກ່ອນທີ່ວັກຊີນຈະໝົດອາຍຸ ແລະ ຍັງໄດ້ພະຍາຍາມເຈລະຈາບໍລິຈາກໃຫ້ກັບປາເລສໄຕ ແຕ່ກໍບໍ່ສໍາເລັດ ເນື່ອງຈາກໃກ້ຈະຮອດມື້ໝົດອາຍຸແລ້ວ.

ຢ່າງໃດກໍຕາມ, ເມື່ອຕົ້ນເດືອນກໍລະກົດ ທີ່ຜ່ານມາ ອິດສະຣາແອນ ຫາກໍສົ່ງວັກຊີນ 700,000 ໂດສ ຈາກຈໍານວນ 1,4 ລ້ານໂດສທີ່ຈະໝົດອາຍຸ ໃນວັນທີ 31 ກໍລະກົດ ໄປໃຫ້ເກົາຫຼີໃຕ້ແລ້ວ ຕາມຂໍ້ຕົກລົງແລກປ່ຽນວັກຊີນ ເຊິ່ງເກົາຫຼີໃຕ້ຈະຕ້ອງສົ່ງວັກຊີນກັບຄືນມາໃຊ້ຄືນໃຫ້ອິດສະຣາແອນ ໃນຊ່ວງປາຍປີນີ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...