Homeຂ່າວຕ່າງປະເທດຜູ້ນຳທະຫານມຽນມາປະກາດຕົນເປັນນາຍົກ, ພ້ອມສັນຍາຈັດເລືອກຕັ້ງປີ 2023

ຜູ້ນຳທະຫານມຽນມາປະກາດຕົນເປັນນາຍົກ, ພ້ອມສັນຍາຈັດເລືອກຕັ້ງປີ 2023

Published on

ແຫຼ່ງຂ່າວ CNN ລາຍງານ: ພົນເອກ ມິນ ອ່ອງ ຫຼ່າຍ, ຜູ້ນຳທະຫານມຽນມາ ໄດ້ປະກາດຕົນເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ ພາຍຫຼັງກອງທັບມຽນມາເຂົ້າຢຶດອຳນາດຈາກລັດຖະບານເປັນເວລາເຄິ່ງປີ, ພ້ອມໃຫ້ຄຳໝັ້ນສັນຍາວ່າ ຈະມີການດຳເນີນການເລືອກຕັ້ງພາຍໃນປີ 2023.

ພົນເອກ ມິນ ອ່ອງ ຫຼ່າຍ ກ່າວວ່າ: ລັດຖະບານທະຫານມຽນມາພ້ອມທີ່ຈະເຮັດວຽກຮ່ວມກັບນັກການທູດໃນພາກພື້ນທີ່ກ່ຽວຂ້ອງກັບມຽນມາໃນອະນາຄົດ ພ້ອມໃຫ້ຄຳໝັ້ນສັນຍາໃນການຟື້ນຟູປະຊາທິປະໄຕ ແລະກໍ່ສ້າງສະຫະພາບມຽນມາຕາມລະບອບປະຊາທິປະໄຕ.

ການເລືອກຕັ້ງດັ່ງກ່າວສືບເນື່ອງມາຈາກ ພາຍຫຼັງທີ່ລັດຖະບານຜະເດັດການທະຫານມຽນມານຳໂດຍ ພົນເອກ ມິນ ອ່ອງ ຫຼ່າຍ ປະກາດຍົກເລີກຜົນການເລືອກຕັ້ງປີ 2020 ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ນຳໂດຍທ່ານ ນາງ ອອງຊານ ຊູຈີ ເປັນຝ່າຍຊະນະ ໂດຍອ້າງວ່າຜົນການເລືອກຕັ້ງທຸດຈະລິດ ແລະບໍ່ມີຄວາມເປັນທຳ ທັງທີ່ການເລືອກຕັ້ງຜ່ານໄປແລ້ວ 6 ເດືອນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...