spot_img
Homeຂ່າວການພັດທະນາທ່ານ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ

ທ່ານ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ

Published on

dam

 

ໃນວັນທີ 18 ຕຸລາ 2014 ທີ່ ຜ່ານມາ ທ່ານ ສົມສະຫວາດ ເລ່ັງສະຫວັດ ກຳມະການກົມການເມືອງສູນກາງພັກ

ຮອງນາ ຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານ ເສດຖະກິດຂອງລັດຖະບານ ພ້ອມທ່ານ ຄຳໃບ ເລຂາພັກ ແຂວງ

ເຈົ້າແຂວງໆຄຳມ່ວນ, ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະ ຊວງພະ ລັງງານ-ບໍ່ແຮ່

ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຫີນບູນ. ໂດຍການຕ້ອນຂອງ ທ່ານ ສາຍສະນິດ ພູນ ສະຫວັດ

ຫົວຫນ້າຝ່າຍກໍ່ສ້າງເຂື່ອນ ລັດວິສາຫະກິດໄຟຟ້າລາວ ພ້ອມບໍລິສັດຜູ້ຮັບເຫມົາກໍ່ສ້າງໂຄງການ ແລະ ພະນັກ

ງານວິຊາການທີ່ກ່ຽວຂ້ອງຂອງໂຄງການໄດ້ຕ້ອນຮັບ.

 

ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຫີນບູນ ແມ່ນຕັ້ງຢູ່ ເມືອງຄຸດ ຄຳແຂວງຄຳມ່ວນ, ໃນມູນຄ່າການກໍ່ສ້າງທັງ

ຫມົດ 89,70 ລ້ານ ໂດລາສະຫະລັດມີກຳລັງຕິດຕັ້ງ 30 ເມກາວັດ ສາມາດຜະລິດໄຟ ຟ້າໄດ້ 155,25 ລ້ານກິໂລ

ວັດ ໂມງ/ປີ ແລະ ມີລະບົບສາຍສົ່ງ 115 ກິໂລໂວນ ຍາວ 21,5 ກິໂລ ແມັດ ເພື່ອເຊື່ອມຕໍ່ເຂົ້າສະຖານີໄຟຟ້າຄອນ

ເສົ່ງ, ພ້ອມກັນນັ້ນຍັງເປັນໂຄງການຫນຶ່ງທີ່ສະຫນອງ ນ້ຳໃຫ້ປະຊາຊົນເຮັນາໃນລະດູ ແລ້ງໃນເນື້ທີ່ 5000-

7000 ເຮັກຕາ.

 

ປັດຈຸບັນໂຄງການແມ່ນໄດ້ ສຸມໃສ່ບັນດາຫນ້າວຽກຫລັກເຊັ່ນ ກໍ່ສ້າງເຂື່ອນກັ້ນນ້ຳ, ກໍ່ສ້າງປະຕູນ້ຳລົ້ນ, ເຮືອນ

ຈັກ, ລະບົບສາຍສົ່ງ 115 ກິໂລໂວນ ແລະ ວຽກງນສິ່ງແວດລ້ອມ-ສັງຄົມ. ຄວາມຄືບຫນ້າຂອງໂຄງການມາຮອດ

ປັດຈຸບັນສຳເລັດ 42% ຂອງແຜນການ. ໂຄງການດ່ັງກ່າວແມ່ນເປັນໂຄງການຫນຶ່ງຂອງລັດວິສາຫະກິດໄຟຟ້າ

ລາວ 100% ເພື່ອພັດທະນາພະລັງງານໄຟຟ້າໃຫ້ພຽງພໍກັບການຂະຫຍາຍໂຕຂອງເສດຖະກິດ- ສັງຄົມຂອງສາ

ທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຕາມ ແຜນນະໂຍບາຍຂອງ ພັກ-ລັດຖະບານ ເພື່ອປະກອບສ່ວນ

ຍົກ ລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ມີຊີວິດການເປັນຢູ່ໃຫ້ດີຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...