Homeຂ່າວພາຍ​ໃນແຮງງານລາວ ທີ່ເຮັດວຽກຢູ່ໄທຈະໄດ້ສັກວັກຊີນ

ແຮງງານລາວ ທີ່ເຮັດວຽກຢູ່ໄທຈະໄດ້ສັກວັກຊີນ

Published on

ແຈ້ງການດ່ວນ ຈາກ ສະຖານເອກອັກຄະລັດສະທູດ ສປປ ລາວ – ບາງກອກ ເຖິງ: ພົນລະເມືອງລາວທີ່ເຮັດວຽກຢູ່ປະເທດໄທ, ເລື່ອງ: ການສີດວັກຊີນຕ້ານພະຍາດໂຄວິດ-19.

ສະຖານເອກອັກຄະລັດຖະທູດ ສປປ.ລາວ ປະຈຳຣາຊະອານຈັກໄທ ຂໍແຈ້ງມາຍັງພີ່ນ້ອງພົນລະເມືອງລາວ ແລະ ແຮງງານ ທີ່ມາເຮັດວຽກຢູ່ປະເທດໄທ ຊາບວ່າ: ທາງການໄທໄດ້ເຫັນດີ ຈະອຳນວຍຄວາມສະດວກສັກວັກຊີນໃຫ້ກັບຄົນຕ່າງຊາດ ແລະ ລວມທັງແຮງງານລາວ ດັ່ງນີ້:

1.ຜູ້ທີ່ມີອາຍຸ 75 ປີຂື້ນໄປ ສາມາດເດີນທາງເຂົ້າໄປ(walk in) ຮັບການສິດວັກຊີນປ້ອງກັນພະຍາດໂຄວິດ-19. ໄດ້ຢູ່ສູນຮັບວັກຊີນຂອງເຂດບາງຊື່ນ ກຸງເທບມະຫານະຄອນ ຕັ້ງແຕ່ເວລາ 09:00 ຫາ 16:00 ໂມງ ໄດ້ທຸກວັນ ໂດຍຕ້ອງນຳຫນັງສືເດີນທາງ ຫລື ເອກະສານທີ່ຢືນຢັນຕົວຕົນໄປພ້ອມ.

2.ຜູ້ທີ່ມີອາຍຸ 60-74 ປີທີ່ອາໄສຢູ່ເຂດກຸງເທບມະຫານະຄອນ ແລະຈັງຫວັດທີ່ໃກ້ຄຽງ ໄດ້ແກ່ ສະສະມຸດປຣາການ,ສະມຸດສາຄອນ, ປະທຸມທານີ,ນົນທະບຸຣີ ແລະ ນະຄອນປະຖົມ ໃຫ້ລົງທະບຽນຜ່ານ:
https://form.gle/ULAqvx8eiDoX3v5Q9 ຂອງກົງສູນ, ກະຊວງການຕ່າງປະເທດໄທ ຫລື ທ່ານສາມາດລົງທະບຽນໄດ້ຕາມທີ່ຢູ່: 123 ຖະຫນົນແຈ້ງວັດທະນະ ແຂວງທຸ່ງສອງຫ້ອງ,ເຂດຫລັກ 4 ກຣຸງເທບມະຫານະຄອນ.
ໂທລະສັບ: 02-572-8442.

3.ສຳລັບບຸກຄົນທີ່ມີ 7 ໂລກຄວາມສ່ຽງເຊັ່ນ:

-ໂລກລະບົບທາງເດີນຫາຍໃຈຊຳເຮື້ອ.
-ໂລກຫົວໃຈແລະ ໂລກຫລອດເລືອດ
-ໂລກໄຕຊຳເຮື້ອ.
-ໂລກຫລອດເລືອດໃນສະຫມອງ.
-ໂລກມະເຮັງທຸກຊະນິດທີ່ຢູ່ລະວັງການໃຊ້ເຄມີບຳບັດ,ສາຍລັງສີ,ພຸມຄຸ້ມກັນບຳບັດ.
-ໂລກເບົາຫວານ.
-ໂລກອ້ວນທີ່ມີນ້ຳຫນັກ 100 kg ແລະແມ່ຍິງຖືພາ ແມ່ນໃຫ້ໄປລົງທະບຽນນຳໂຮງໝໍ 10 ແຫ່ງ ທີ່ກະຊວງສາທາລະນະສຸກໄທກຳນົດໄວ້ຄື:

  • ໂຮງຫມໍສະມິດຕິເວດ ສຸຂຸມວິດ,ກຣຸງເທບມະຫານະຄອນ.
  • ໂຮງຫມໍເມດປາກ ,ກຣຸງເທບມະຫານະຄອນ.
  • ໂຮງຫມໍວິມຸດ ກຣຸງເທບມະຫານະຄອນ.
  • ໂຮງຫມໍພະຍາໄທ,ກຣຸງເທບມະຫານະຄອນ.
  • ໂຮງຫມໍ BNH ,ກຣຸງເທບມະຫານະຄອນ.
  • ໂຮງຫມໍບຳລຸງຣາດ,ກຣຸງເທບມະຫານະຄອນ
  • ໂຮງຫມໍກຣຸງເທບຂອນແກ່ນ, ຈັງຂອນແກ່ນ.
  • ໂຮງຫມໍກຣຸງເທບ ພູເກັດ,ຈັງຫວັດພູເກັດ
  • ໂຮງຫມໍສະມິດຕິເວດ ສີຣາຊາ, ຈັງຫັວດຊົນບຸຣີ.
  • ໂຮງຫມໍວັກຊີນ ແລະ ສຸຂະພາບບາງລັກ,ກຣຸງເທບມະຫານະຄອນ.

ສຳລັບແຮງງານລາວ ທີ່ບໍ່ມີ 7 ໂລກຄວາມສ່ຽງດັ່ງລະບຸໃນຂໍ້ທີ່ 3 ຂ້າງເທິງໃຫ້ລໍຖ້າທາງການໄທຈະແຈ້ງໃຫຊາບຕາມພາຍຫຼັງ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...