Homeຂ່າວຕ່າງປະເທດກຸ່ມເຍົາວະຊົນຂອງໄທໄດ້ມີການນັດລວມໂຕກັນເພື່ອຊຸມນຸມອີກຄັ້ງໜຶ່ງ ໂດຍໃນຄັ້ງນີ້ມີການກຽມພ້ອມກວ່າເກົ່າ

ກຸ່ມເຍົາວະຊົນຂອງໄທໄດ້ມີການນັດລວມໂຕກັນເພື່ອຊຸມນຸມອີກຄັ້ງໜຶ່ງ ໂດຍໃນຄັ້ງນີ້ມີການກຽມພ້ອມກວ່າເກົ່າ

Published on

ເວັບໄຊ້ Thairath ໄດ້ລາຍງານວ່າໃນວັນທີ 28 ກໍລະກົດ 2021 ກຸ່ມເຍົາວະຊົນຂອງໄທ ຫຼື Free YPUTH ທີ່ນໍາໂດຍ ທ້າວ ທັດເທບ ເຣືອງປະໄພກິດເສຣີ ແລະ ທ້າວ ພານຸມາດ ສິງພົມ ໄດ້ໂພສຂໍ້ຄວາມລົງທາງເຟສບຸກເພື່ອປະກາດນັດການຊຸມນຸມຄັ້ງໃໝ່ ເຊິ່ງມີເນື້ອໃນວ່າ: “ຕ້ອງສູນເສຍຊີວິດຂອງປະຊາຊົນອີກຫຼາຍເທົ່າໃດ ທຸກຄົນຈຶ່ງຈະຮູ້ໄດ້ວ່າເວລາຂອງທ່ານປະຍຸດໄດ້ໝົດລົງແລ້ວ”.

ໃນເວລານີ້ປະເທດຊາດຕ້ອງການນາຍົກທີ່ຍຶດຖືຜົນປະໂຫຍດຂອງປະຊາຊົນເປັນທີ່ຕັ້ງ. ທາງທີມນັກຂ່າວໄດ້ລາຍງານວ່າ ທັນທີ່ທີ່ກຸ່ມເຍົາວະຊົນປະກາດນັດການຈັດຕັ້ງການຊຸມນຸມກໍປາກົດວ່າ ຫົວໜ້າຄົນສໍາຄັນຂອງກຸ່ມເຍົາວະຊົນດັ່ງກ່າວກໍໄດ້ໂພສຂໍ້ຄວາມລົງເຟສບຸກເພື່ອບອກໃຫ້ຜູ້ທີ່ຈະເຂົ້າຮ່ວມຊຸມນຸມກຽມພ້ອມໃຫ້ດີກວ່າເກົ່າ.

ທັງນີ້ກຸ່ມເຍົາວະຊົນໄດ້ມີການນັດຊຸມນຸມກັນຄັ້ງລ່າສຸດໃນວັນທີ 18 ກໍລະກົດ 2021 ທີ່ຜ່ານມາ ເຊິ່ງເປັນມື້ຄົບຮອບໜຶ່ງປີຂອງການນັດຊຸມນຸມຄັ້ງທໍາອິດ ແລະ ໃນຂະນະທີ່ກໍາລັງມີການເຄື່ອນການຊຸມນຸມໄປທີ່ສໍານັກງານນາຍົກກໍໄດ້ຖືກເຈົ້າໜ້າທີ່ຕໍາຫຼວດສະຫຼາຍການຊຸມນຸມດ້ວຍລູກປືນຢາງ ແລະ ກາສນໍ້າຕາຈົນຕ້ອງມີການຢຸດການຊຸມນຸມ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...