Homeຂ່າວຕ່າງປະເທດນິວຢອກກຽມຈ່າຍລາງວັນຈູງໃຈ 100 ໂດລາ/ຄົນໃຫ້ຜູ້ສັກວັກຊິນ

ນິວຢອກກຽມຈ່າຍລາງວັນຈູງໃຈ 100 ໂດລາ/ຄົນໃຫ້ຜູ້ສັກວັກຊິນ

Published on

ແຫຼ່ງຂ່າວ NBC ລາຍງານ: ເຈົ້າຄອງນະຄອນນິວຢອກຍິນດີຈ່າຍ 100 ໂດລາສະຫະລັດ/ຄົນ ໃຫ້ແກ່ປະຊາຊົນຜູ້ເຂົ້າສັກວັກຊິນ ເພື່ອສ້າງແຮງຈູງໃຈໃຫ້ພົນລະເມືອງຂອງຕົນໄດ້ຮັບວັກຊິນຫຼາຍຂຶ້ນ.

ທ່ານ ບິນ ເດິ ບລາຊີໂອ, ເຈົ້າຄອງນະຄອນນິວຢອກ ໄດ້ນຳສະເໜີສິ່ງຈູງໃຈໃຫ້ພົນລະເມືອງຂອງຕົນເຂົ້າສັກວັກຊິນປ້ອງກັນພະຍາດໂຄວິດ-19 ດ້ວຍເງິນສົດຈຳນວນ 100 ໂດລາສະຫະລັດ/ຄົນ, ຂະນະທີ່ຈຳນວນປະຊາກອນພາຍໃນເມືອງດັ່ງກ່າວໄດ້ຮັບການສີດວັກຊິນເຂັມທີໜຶ່ງກວມ 59% ແລ້ວ.

ການມອບເງິນລາງວັນຈູງໃຈຈະເລີ່ມແຕ່ວັນທີ 30 ກໍລະກົດເປັນຕົ້ນໄປ ສຳລັບປະຊາຊົນ ລວມທັງພະນັກງານ ທີ່ນັດໝາຍເຂົ້າຮັບວັກຊິນຕາມສະຖານທີ່ຕ່າງໆທີ່ທ່າງການກຳນົດໄວ້ໃນນະຄອນນິວຢອກ, ເຊິ່ງຜູ້ສີດວັກຊິນເຂັມທີໜຶ່ງ ແມ່ນຈະໄດ້ຮັບບັດເດບິດແບບຊຳລະເງິນລ່ວງໜ້າທາງໄປສະນີ ຫຼື ໄດ້ຮັບບັດດີຈິຕອນທາງອີເມວໃນທັນທີ ສ່ວນຜູ້ທີ່ໄດ້ຮັບວັກຊິນຄົົບສອງເຂັມແລ້ວກ່ອນໜ້ານີ້ແມ່ນບໍ່ໄດ້ຮັບເງິນຈູງໃຈດັ່ງກ່າວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...