Homeຂ່າວພາຍ​ໃນລາຍລະອຽດຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 ກໍລະທີ 06 ຂອງ ສປປ ລາວ!!

ລາຍລະອຽດຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 ກໍລະທີ 06 ຂອງ ສປປ ລາວ!!

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 5.434  ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 280  ຄົນ, ເສຍຊີວິດສະສົມທັງໝົດ 06 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 2.503 ຄົນ.

ໃນວັນທີ 27 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2.080 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 280  ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 03 ຄົນຈາກ ແຂວງນະຄອນຫຼວງ 01 ຄົນ, ແຂວງ ຫຼວງນໍ້າທາ 02 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າ ຈໍານວນ 277 ຄົນ ຈາກ ນະຄອນຫລວງວຽງຈັນ 45 ຄົນ, ແຂວງສະຫວັນນະເຂດ 77  ຄົນ, ຈໍາປາສັກ 56  ຄົນ, ຄໍາມ່ວນ 12 ຄົນ, ສາລະວັນ 33  ຄົນ, ໄຊຍະບູລີ 02, ບໍ່ແກ້ວ 01 ຄົນ ແລະ ບໍລິຄໍາໄຊ 01 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

ລາຍລະອຽດຂອງຜູ້ເສຍຊີວິດກໍລະນີທີ 06 ຂອງ ສປປ ລາວ
ເພດຍິງ ອາຍຸ 23 ປີ ອາຊີບແມ່ບ້ານ ຢູ່ເຂດສາຍໄໝ ກຸງເທບ (ເຮັດວຽກຢູ່ປະເທດໄທ 1 ປີປາຍ) ບ້ານຢູ່ປັດຈຸບັນແມ່ນບ້ານດົງທ່າ, ເມືອງ ອຸທຸມພອນ, ແຂວງ ສະຫວັນນະເຂດ ເຊິ່ງໄດ້ເດີນທາງກັບມາ ສປປ ລາວ ໃນວັນທີ 08 ກໍລະກົດ 2021 ຂ້າມມາທາງດ້ານຂົວມິດຕະພາບ 2 ແລະ ໃນມື້ດຽວກັນນັ້ນໄດ້ເກັບຕົວຢ່າງສົ່ງມາກວດ ແລະ ຈໍາກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກໍານົດໄວ້. ໃນວັນທີ 09 ກໍລະກົດ 2021 ເວລາ 20:00 ຜົນກວດເຊື້ອວິເຄາະໂຄວິດພົບວ່າຕິດເຊື້ອ ແລະ ໄດ້ນໍາສົ່ງໄປປິ່ນປົວຢູ່ທີ່ໂຮງໝໍຫຼັກ 9 ເຂດເສດຖະກິດພິເສດສະຫວັນ-ເຊໂນ. ໃນວັນທີ 09 ຫາວັນທີ 13 ກໍລະກົດ ມີອາການຊົງໂຕ, ເມື່ອຍ, ໄອເລັກໜ້ອຍ, ຫູບໍ່ໄດ້ຍິນຊັດເຈນ ແລະ ໄດ້ໃຫ້ຢາປິ່ນປົວຕາມອາການ. ໃນວັນທີ 14 ຫາວັນທີ 18 ກໍລະກົດ ມີອາການເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ ແລະ ມີອາການແຂນຂາອ່ອນແຮງ. ໃນວັນທີ 19 ຫາວັນທີ 27 ກໍລະກົດ ຄົນເຈັບມີອາການໜັກ, ບໍ່ໄດ້ສະຕິ, ໃສ່ເຄື່ອງຊ່ວຍຫາຍໃຈ ແລະ ຕິດຕາມອາການຢ່າງໃກ້ຊິດ ໄດ້ໃສ່ຢາເຊີດຊູ ແຕ່ວ່າຄົນເຈັບບໍ່ຕອບສະໜອງ ແລະ ແພດກໍໄດ້ຊ່ວຍເຫຼືອຈົນສຸດຄວາມສາມາດ ແລະ ຜູ້ກ່ຽວເສຍຊີວິດ ໃນເວລາ 7:30 ຂອງວັນທີ 27 ກໍລະກົດ 2021.

ປະຫວັດຂອງຜູ້ຕິດເຊື້ອ 02 ຄົນຈາກແຂວງໄຊຍະບູລີ

ຜູ້ກ່ຽວທັງສອງຄົນເດີນທາງມາຈາກຈັງຫວັດລະຍອງ ປະເທດໄທ ມາຮອດ ສປປ ລາວ ແລະ ໄດ້ເຂົ້າກັກໂຕຢູ່ສູນຈໍາກັດບໍລິເວນຫຼັກ 27 ນະຄອນຫຼວງວຽງຈັນ ໄດ້ເກັບຕົວຢ່າງ 02 ຄັ້ງ, ແຕ່ລະຄັ້ງເປັນຜົນລົບບໍ່ຕິດເຊື້ອ ແລະ ໄດ້ຈໍາກັດບໍລິເວນຈົນຄົບ 14 ມື້. ມາຮອດວັນທີ 25 ກໍລະກົດ 2021 ໄດ້ອອກຈາກສູນຈໍາກັດບໍລິເວນ. ໃນວັນທີ 25 ກໍລກົດ 2021 ເດີນທາງອອກຈາກນະຄອນຫຼວງວຽງຈັນໂດຍລົດຮັບເໝົາ (ລົດຕູ້) ເຊິ່ງເປັນລົດຂອງປະຊາຊົນເມືອງພຽງ ມີຜູ້ເດີນທາງມານໍາກັນ 12 ຄົນ ມີເມືອງແກ່ນທ້າວ 02 ຄົນ (ບ້ານ ຫ້ວຍເລິກ), ເມືອງປາກລາຍ 01 ຄົນ (ບ້ານ ຫ້ວຍມົດສົ້ມ), ເມືອງ ພຽງ 07 ຄົນ (ບ້ານນາບວມ 04 ຄົນ, ບ້ານ ດົງຫຼວງ 01 ຄົນ ແລະ ບ້ານກາງ 02 ຄົນ), ເມືອງໄຊຍະບູລີ 02 ຄົນ ຜ່ານຂົວຂ້າມນໍ້າຂອງປາກລາຍ ມີເຈົ້າໜ້າທີ່ກວດກາປະຈໍາດ່ານ 08 ຄົນ, ພວກຜູ້ກ່ຽວເດີນທາງມາຮອດບ້ານນາແລ້ງຫຼວງ ໃນເວລາ 24:00. ໃນວັນທີ 26 ກໍລະກົດ 2021 ຕອນເຊົ້າຜູ້ກ່ຽວເຂົ້າແຈ້ງເອກະສານຢູ່ຫ້ອງການກຸ່ມບ້ານນາຍາວ ມີຜູ້ສໍາຜັດ 02 ຄົນ, ຈາກນັ້ນໄດ້ໄປຕາບຢາງລົດຢູ່ບ້ານນາໄຮ ມີຜູ້ສໍາຜັດ 01 ຄົນ, ໄດ້ໄປທະນາຄານພົງສະຫວັນ ປ່ອງທີ 03 ຜູ້ມີສໍາຜັດ 01 ຄົນ, ຫຼັງຈາກນັ້ນໄດ້ໄປຊື້ປາ, ຕີນໄກ່ ຢູ່ໃກ້ກັນໃນຕະຫຼາດ ບ້ານສີມຸງຄຸນ ເມືອງໄຊຍະບູລີ ມີຜູ້ສໍາພັດ 02 ຄົນ ແລະ ໄດ້ກັບບ້ານ. ຕອນຄໍ່າໄດ້ໄປກິນເຂົ້າກັບໝູ່ເພື່ອນ ແລະ ພີ່ນ້ອງມີຜູ້ເຂົ້າຮ່ວມພາເຂົ້າທັງໝົດ 21 ຄົນ. ຮອດກາງຄືນຂອງວັນດຽວກັນຜູ້ເປັນຜົວມີໄຂ້, ໄອ, ເຈັບຫົວ, ອິດເມື່ອຍ, ປວດຕາມຕົນຕົວ ແລະ ຜົນການກວດວັດແທກອູນຫະພູມຍັງປົກກະຕິ. ກາງຄືນຂອງວັນທີ 26 ກໍລະກົດ 2021 ຜູ້ເປັນເມຍມີອາການຄໍແຫ້ງ, ຜົນການກວດວັດແທກອຸນຫະພູມຍັງປົກກະຕິ. ວັນທີ 27 ກໍລະກົດ 2021 ໄດ້ເກັບຕົວຢ່າງໄປວິເຄາະ ຜົນເບື້ອງຕົ້ນອອກມາເປັນບວກທັງ 02 ກໍລະນີ ແລະ ໃນປັດຈຸບັນນີ້ແມ່ນໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍແຂວງ, ມີອາການປົກກະຕິດີ ສ່ວນຜູ້ສໍາຜັດໃກ້ສິດທັງມົດມີຈໍານວນ 47 ຄົນ ໄດ້ເກັບຕົວຢ່າງ ແລະ ນໍາໄປຈໍາກັດບໍລິເວນທັງໝົດແລ້ວ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...