Homeຂ່າວທ້ອງຖິ່ນແຂວງອຸດົມໄຊຈະເປີດລາຍການໂທລະພາບໃໝ່

ແຂວງອຸດົມໄຊຈະເປີດລາຍການໂທລະພາບໃໝ່

Published on

hqdefault

 

ໃນຕົ້ນເດືອນພະຈິກທີ່ຈະເຖິງນີ້ ແຂວງອຸດົມໄຊ ຈະມີລາຍການໂທລະພາບໃໝ່ວ່າ: “ອຸດົມໄຊໃໝ່”, ເຊິ່ງຈະອອກອາກາດ

ຜ່ານທາງສະຖາທີ່ໂທລະພາບແຫ່ງຊາດລາວທຸກໆວັນຈັນ ໃນສອງພາກຄື ພາກເຊົ້າເວລາ 9:15 ຫາ 9:45 ໂມງ ແລະ ພາກ

ຄ່ຳເວລາ 21:15 ຫາ 21:45 ໂມງ. ລາຍການນີ້ມີເນື້ອໃນ ເວົ້າເຖິງການສ້າງສາພັດທະນາ, ການຂະຫຍາຍຕົວທາງດ້ານເສດ

ຖະກິດ-ສັງຄົມຂອງແຂວງ, ວຽກດີຄົນເດັ່ນ, ທຸກວຽກງານ ທີ່ແຂວງໄດ້ມີການເຄື່ອນໄຫວ ແລະ ຂະບວນການ ຫ້າງຫາກະ

ກຽມໃຫ້ແກ່ການເປັນເຈົ້າພາບໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 10 ທີ່ຈະຈັດຂຶ້ນໃນທ້າຍປີນີ້.

 

ທ່ານ ຄຳຫລ້າ ລິ້ງນະສອນ ເຈົ້າແຂວງໆອຸດົມໄຊ ກ່າວວ່າ: ລາຍການໂທລະພາບໃໝ່ນີ້ ຈະນຳສະເໜີຈະນຳສະເໜີ ກ່ຽວກັບ

ການສ້າງສາພັດທະນາເສດຖະກິດຂອງສັງຄົມຂອງແຂວງແລ້ວ ຍັງຈະເປັນເວທີເຜີຍແຜ່ການເຄື່ອນໄຫວຂອງສຳນັກ

ງານ, ອົງການຈັດຕັ້ງຕະຫລອດຮອດການດຳລົງຊີວິດ, ການຜະລິດ ຂອງພໍ່ແມ່ນປະຊາຊົນພາຍໃນແຂວງຕື່ມອີກ, ພ້ອມ

ກັນນັ້ນ ຍັງເປັນການຜະລິດລາຍເພື່ອກະກຽມຮອງຮັບໃນການກະຈາຍສູ່ສາຍຕາທັງພາຍໃນ ແລະ ຕ່າງ ປະເທດພາຍຫລັງ

ທີ່ສະຖານີວິ ທະຍຸ-ໂທລະພາບຫລັງໃໝ່ທີ່ກຳລັງສ້າງຂຶ້ນ ແລະ ຈະສຳເລັດໃນມໍ່ໆນີ້, ທັງໝົດນີ້ສະແດງໃຫ້ ເຫັນເຖິງຄວາມ

ເອົາໃຈ ໃສ່ຊຸກຍູ້ສົ່ງເສີມຂອງການນຳແຂວງກໍ ຄືທຸກພາກສ່ວນທີ່ກ່ຽວຂ້ອງໃນການເຮັດໃຫ້ວຽກງານສື່ມວນຊົນ ໂດຍສະ

ເພາະກໍຄືແຂວງອຸດົມໄຊມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...