spot_img
Homeຂ່າວພາຍ​ໃນນາຍົກຮຽກຮ້ອງແຮງງານລາວເດີນທາງກັບຄືນປະເທດແບບຖືກຕ້ອງເພື່ອຫຼີກໂຄວິດລະບາດໃນຊຸມຊົນ

ນາຍົກຮຽກຮ້ອງແຮງງານລາວເດີນທາງກັບຄືນປະເທດແບບຖືກຕ້ອງເພື່ອຫຼີກໂຄວິດລະບາດໃນຊຸມຊົນ

Published on

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮຽກຮ້ອງບັນດາແຮງງານລາວຜູ້ທີ່ຕ້ອງການກັບຄືນປະເທດ ແມ່ນໃຫ້ເດີນທາງກັບມາແບບຖືກຕ້ອງຕາມຂັ້ນຕອນຂອງລະບຽບການ, ຫ້າມບໍ່ໃຫ້ມີການລັກລອບເຂົ້າ-ອອກ ຕາມລຳພັງ ທັງນີ້ກໍເພື່ອເປັນການປ້ອງກັນບໍ່ໃຫ້ເຊື້ອພະຍາດໂຄວິດລະບາດໃນຊຸມຊົນ.

ທ່ານນາຍົກກ່າວຕື່ມວ່າ: ລັດຖະບານຖືວ່າ ການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງນັ້ນ ເປັນການກະທຳທີ່ຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ. ກົງກັນຂ້າມ, ບຸກຄົນໃດຫາກລັກລອບເຂົ້າມາ ຈະແມ່ນດ້ວຍເສັ້ນທາງໃດກໍຕາມ ຖືວ່າເປັນຜູ້ມີຄວາມຜິດຕາມກົດໝາຍ ແລະ ເປັນຜູ້ນຳເອົາຜົນເສຍຫາຍມາໃຫ້ປະເທດຊາດ ເຊິ່ງຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ.

“ແຮງງານລາວທີ່ລັກລອບອອກນອກປະເທດຜິດກົດໝາຍກໍຄວນເດີນທາງກັບມາຢ່າງຖືກຕ້ອງ ໂດຍໃຫ້ພົວພັນກັບເຈົ້າໜ້າທີ່ສະຖານທູດ, ກົງສູນລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແລ້ວສາມາດເດີນທາງຜ່ານດ່ານຕ່າງໆຢ່າງເປັນທາງການໄດ້.” ທ່ານນາຍົກກ່າວໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ, ໃນວັນທີ 20 ກໍລະກົດ 2021 ທີ່ສໍານັກງານນາຍົກລັດຖະມົນຕີ.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ໄຂຂຶ້ນຢ່າງເປັນທາງການ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ, ສປປ ລາວ ສົ່ງ 39 ປະເພດກິລາ ຮ່ວມຊີງໄຊ ພ້ອມຕັ້ງເປົ້າ 5 ຫຼຽນຄຳ

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນຕອນຄໍ່າວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ພະມະຫາກະສັດ...

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຕ້ອນຮັບຄະນະນັກຂ່າວນັກໜັງສືພິມແຫ່ງປະເທດໄທ

ຕ້ອນຮັບຄະນະຜູ້ແທນນັກຂ່າວນັກໜັງສືພິມແຫ່ງປະເທດໄທ ທີ່ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ລາວ. ໃນຕອນເຊົ້າຂອງວັນທີ 4 ທັນວາ 2025, ສຳນັກຂ່າວອອນລາຍລາວໂພສກໍຄືໃນນາມສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຈາກ ສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ທີ່ເດີນທາງມາຢ້ຽມຢາມ ແລະ...

ບໍ່ສະໜັບສະໜູນ ການນນຳເຂົ້າສິລະປິນຕ່າງປະເທດ ເພື່ອມາຈັດຄອນເສີດ ໃນນະຄອນຫຼວງວຽງຈັນ ເພື່ອຮັກສາ ແລະ ສົ່ງເສີມສິລະປະວັດທະນະທໍາຂອງຊາດ

ອີງຕາມ ແຈ້ງການແນະນໍາ ຂອງພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນສະບັບເລກທີ 1613/ວທ.ນວ ລົງວັນທີ 21 ພະຈິກ ປີ 2025 ມີດັ່ງນີ້

ປັບໄໝ 3,000,000 ກີບ/ຄັ້ງ ຖ້າບຸກຄົນໃດໂພສຂາຍສິນຄ້າອອນລາຍ ໂດຍບໍ່ແຈ້ງລົງທະບຽນທາງການຄ້າ ແມ່ນຈະຖືກປັບໄໝ ພ້ອມການກ່າວເຕືອນ, ສຶກສາອົບຮົມ ແລະ ເຮັດບົດບັນທຶກ

ຂໍ້ຕົກລົງ ວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດ ດຳລັດ ແລະ ລະບຽບການ ກ່ຽວກັບການຄ້າທາງເອເລັກໂຕຣນິກ ເລກທີ 2828/ອຄ ວັນທີ 11 ພະຈິກ...