Homeຂ່າວພາຍ​ໃນບຸນມະໂຫລານກາເຟລາວຄັ້ງທີ I ໄຂຂຶ້ນທີ່ແຂວງຈຳປາສັກ

ບຸນມະໂຫລານກາເຟລາວຄັ້ງທີ I ໄຂຂຶ້ນທີ່ແຂວງຈຳປາສັກ

Published on

1st coffe festival

 

ງານບຸນມະໂຫລານກາເຟລາວຄັ້ງທີ I ໄດ້ໄຂຂຶ້ນໃນວັນທີ 24 ຕຸລານີ້, ຢູ່ເມືອງປາກເຊ ແຂວງຈຳປາສັກ ໂດຍການເຂົ້າ

ຮ່ວມ ແລະ ລັ່ນຄ້ອງ 9 ບາດເປີດງານຂອງ ທ່ານ ສົມ​ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ມີທ່ານ ດຣ ບຸນ

​ຖອງ ດີ​ວິ​ໄຊ ​ເຈົ້າແຂວງໆຈຳປາສັກ, ບັນດາລັດຖະມົນຕີ, ທູຕານຸທູດ, ອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບ

ການທຸລະກິດ ກາເຟ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

 

ທ່ານຮອງນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ກ່າວວ່າ: ຕາງໜ້າລັດຖະບານຂໍ​​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່

ບັນດາ​ນັກທຸ​ລະ​ກິດ, ຜູ້​ຜະລິດ, ຜູ້​ປຸງ​ແຕ່ງ, ບັນດາ​ສະມາຄົມ, ກຸ່ມ ​ແລະ ສະຫະກອນ​ຕ່າງໆ​ທີ່​ໄດ້​ສຸມ​ທຶນຮອນ ແລະ

ຄວາມ​ພະຍາຍາມ​ເຂົ້າ​ໃສ່​ການ​ພັດທະນາ​ກ​າ​ເຟລາວ​ໃນ​ໄລຍະ​ຜ່ານ​ມາ ແລະ ຂໍ​ໃຫ້​ບັນດາ​ຜູ້​ປະກອບ​ການ​ກໍ​ຄື​​ຜູ້​ຜະລິດ​

ກາ​ເຟ ຈົ່ງເອົາ​ໃຈ​ໃສ່​ພັດທະນາ​ການ​ປູກກາເຟໃຫ້​ມີ​ຄຸນ​ນະພາ​ບດີຂຶ້ນກວ່າເກົ່າ, ປັບປຸງ​ການ​ຕະຫລາດ​ໃຫ້​ໝັ້ນ​ທ່ຽງ,

ເພີ່ມ​ທະວີ​ການ​ຄົ້ນຄວ້າ ​ແລະ ພັດທະນາດ້ານ​ວິຊາ​ການ​ເພື່ອ​ເຮັດ​ໃຫ້ກາ​ເຟລາວ​ມີ​ຄຸນ​ນະພາ​ບສູງ​ເປັນ​ທີ່​ນິຍົມ​​ຂອງ​

ຜູ້​ບໍລິ​ໂພ​ກທັງ​ພາຍ​ໃນ ແລະ ຕ່າງ ປະ​ເທດ, ສ້າງ​ຄວາມ​ເຂັ້ມ​ແຂງ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບທາງ​ດ້ານ​ການ​ບໍລິການ

ແລະ ຊຸກຍູ້​ການ​ຜະລິດ​ກາ​ເຟ​ໃຫ້​ມີ​ຄວາ​ມກ້າວໜ້າ ​ແລະ ຄົ້ນຄວ້າ​ຮູບ​ແບບ​ການ​ຈັດຕັ້ງ​ການ​ຜະລິດ​ທີ່​ແທດ​ເໝາະ

ແລະ ສ້າງ​ຍີ່​ຫໍ້​ກາ​ເຟລາວ ເພື່ອກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ເພື່ອສາມາດແຂງ່ຂັນໃນຕະຫຼາດກາເຟໂລກກໍຄືພາກ

ພື້ນ, ນອກຈາກນີ້,​ ກະຊວງ​ກະສິກຳ​-ປ່າ​ໄມ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຕ້ອງ​ເປ​ັນ​ໃຈກາງ​ປະສານ​ສົມທົບ​

ກັບ​ບັນດາ​ຂະ​ແໜງ​ການກ່ຽວຂ້ອງເພື່ອຄົ້ນຄວ້າ ແລະ ນຳ​ສະ​ເໜີ​ລັດຖະບານເພື່ອປະກາດ​ໃຊ້​ບັນດາ​ນະ​ໂຍບາຍ, ນິ

ຕິ​ກຳເພື່ອ​ສ້າງ​ສະພາບ​ແວດລ້ອມ​ອຳນວຍ​ໃຫ້​ຜູ້​ຜະ​ລິດ​ກໍ​ຄື​ຜູ້​ປະກອບ​ການ​ໃນ​ຂົງ​ເຂດ​ກາ​ເຟດີກວ່າເກົ່າ.

 

ທ່ານ​ເຈົ້າ​ແຂວງໆ​ຈຳປາ​ສັກ ດຣ ບຸນ​ຖອງ ດີ​ວິ​ໄຊ ກ່າວວ່າ: ງານດັ່ງກ່າວນີ້, ແມ່ນເປັນການໂຄສະນາເຜີຍແຜ່ແຜນ

ຍຸດທະສາດການສົ່ງເສີມກາເຟລາວຮອດປີ 2025 ແລະ ເຜີຍແຜ່ຊື່ສຽງຂອງກາເຟລາວອອກສູ່ເວທີສາກົນທັງເປັນ

ການໂຄສະ ນາຕົ້ນ ກຳເນີດຂອງກາເຟລາວຢູ່ເຂດພູພຽງບໍລະເວນຂອງແຂວງພາກໃຕ້ຄືຈຳປາສັກ, ສາລະວັນ ແລະ

ເຊກອງໃຫ້ຕ່າງປະ ເທດໄດ້ຮັບຮູ້, ເປັນການສົ່ງເສີມການດື່ມກາເຟລາວ ແລະ ສ້າງ ທັດສະນະຄະຕິໃຫ້ຄົນລາວຫັນ

ມານິຍົມດື່ມກາເຟລາວຫລາຍຂຶ້ນ, ເປັນເວທີພົບປະແລກປ່ຽນຂໍ້ມູນກ່ຽວກັບການພັດທະນາການຜະລິດ ແລະ

ດ້ານການຕະຫລາດຂອງບັນດາຜູ້ປະກອບການທຸລະກິດກາເຟ ທັງພາຍໃນ ແລະ ຕ່າງປະເທດ, ນອກຈາກນີ້, ໄດ້ມີ

ກິດຈະກຳອື່ນໆເຊັ່ນ: ງານວາງສະແດງຜະລິດຕະພັນກາເຟ ຂອງບັນດາສະມາຊິກສະມາຄົມກາເຟລາວ ແລະ ຕ່າງ

ປະເທດ, ວາງສະ​ແດງ ​ແລະ ຈຳ​ໜ່າຍສິນຄ້າ​ອຸດສາຫະກຳ, ກະສິກຳ, ຫັດຖະກຳເຊິ່ງມີ​ທັງ​ໝົດ 178 ຮ້ານ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...