spot_img
Homeຂ່າວໂຄວິດ-19ຂ່າວໂຄວິດ19ຜູ້ໄດ້ຮັບວັກຊີນໄຟເຊີ ຫຼື ແອສຕຣາເຊເນກ້າ ຄົບສອງໂດສຊ່ວຍຕ້ານສາຍພັນເດວຕ້າໄດ້

ຜູ້ໄດ້ຮັບວັກຊີນໄຟເຊີ ຫຼື ແອສຕຣາເຊເນກ້າ ຄົບສອງໂດສຊ່ວຍຕ້ານສາຍພັນເດວຕ້າໄດ້

Published on

ສຳນັກຂ່າວຣອຍເຕີໃນກຸງລອນດອນລາຍງານການສຶກສາພົບວ່າ ຜູ້ໄດ້ຮັບວັກຊີນໄຟເຊີຄົບສອງໂດສ ມີປະສິດທິພາບໃນການປ້ອງກັນສາຍພັນເດວຕ້າໄດ້ເຖິງ 88%, ຂະນະທີ່ແອສຕຣາເຊເນກ້າສອງໂດສ ມີປະສິດທິພາບໃນການປ້ອງກັນສາຍພັນອັນຕະລາຍນີ້ໄດ້ 67%.

ຜູ້ຊ່ຽວຊານໜ່ວຍງານສາທາລະນະສຸກອັງກິດ (PHE) ກ່າວວ່າ: ການສີດວັກຊີນປ້ອງກັນໂຄວິດ-19 ຂອງໄຟເຊີໂດສທີໜຶ່ງມີປະສິດທິພາບ 36% ແລະ ແອສຕຣາເຊເນກ້າໜຶ່ງໂດສ ມີປະສິດທິພາບປະມານ 30%, ຂະນະທີ່ກ່ອນໜ້ານີ້ PHE ໄດ້ລາຍງານວ່າ ວັກຊີນເຂັມທຳອິດຂອງສອງຊະນິດນີ້ ມີປະສິດທິພາບປະມານ 33% ຕໍ່ໂລກຕາມອາການຈາກສາຍພັນເດວຕ້າ.

ຢ່າງໃດກໍຕາມ, ວັກຊີນດັ່ງກ່າວແມ່ນມີປະສິດທິພາບສູງເມື່ອທຽບກັບສາຍພັນເດວຕ້າ ເຊິ່ງປັດຈຸບັນໄດ້ກາຍເປັນສາຍພັນອັນຕະລາຍອັນດັບຕົ້ນຂອງໂລກ ແຕ່ການສີດວັກຊີນ ພຽງໜຶ່ງໂດສແມ່ນບໍ່ສາມາດຊ່ວຍໃນການປ້ອງກັນການຕິດເຊື້ອໂຄວິດໄດ້.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...