spot_img
Homeຂ່າວພາຍ​ໃນປູກໝາກເງາະເປັນສິນຄ້າພາຊີວິດຄອບຄົວດີຂຶ້ນ

ປູກໝາກເງາະເປັນສິນຄ້າພາຊີວິດຄອບຄົວດີຂຶ້ນ

Published on

Media Laos: ຄວາມດຸໝັ່ນຂະຫຍັນພຽນບວກກັບຄວາມອົດທົນພະຍາຍາມຍ່ອມພາໃຫ້ຊີວິດຫຼຸດພົ້ນຈາກຄວາມທຸກຍາກໄດ້ ດັ່ງຄອບຄົວຂອງທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ປະຊາຊົນບ້ານຄອນວັດ, ເມືອງລ້ອງຊານ, ແຂວງໄຊສົມບູນ ຜູ້ຢຶດຖືອາຊີບປູກໝາກເງາະຂາຍເປັນສິນຄ້າມາເກືອບ 10 ປີ, ສາມາດສ້າງລາຍຮັບບໍ່ຕໍ່າກວ່າ 50 ລ້ານກີບຕໍ່ລະດູ.

ທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ໃຫ້ຮູ້ວ່າ: ສຳລັບແຮງບັນດານໃຈທີ່ເຮັດໃຫ້ເພິ່ນຢາກປູກໝາກເງາະເປັນສິນຄ້າ ກໍເນື່ອງຈາກວ່າ ໃນໄລຍະຜ່ານມາ ເມືອງລ້ອງຊານ ກໍຄືແຂວງໄຊສົມບູນ ຍັງນຳເອົາໝາກເງາະມາຈາກທ້ອງຖິ່ນອື່ນເພື່ອຂາຍ ດັ່ງນັ້ນ ເພິ່ນຈິ່ງຕັດສິນໃຈໝູນໃຊ້ເນື້ອທີ່ດິນອັນເປົ່າວ່າງມາພັດທະນາໃຫ້ເກີດປະໂຫຍດສູງສຸດ ໂດຍນຳໃຊ້ເຂົ້າໃນການທົດລອງບຸກເບີກເປັນສວນໝາກເງາະຕອນທຳອິດໃນຊ່ວງປີ 2012 ເຊິ່ງນຳແນວພັນມາຈາກປະເທດໄທ, ແຕ່ຜ່ານການດຳເນີນການປູກຕົວຈິງ ສັງເກດເຫັນວ່າ ໄດ້ຮັບຜົນຜະລິດດີພໍສົມຄວນ, ລວມທັງການຕອບຮັບຈາກສັງຄົມ ແລະ ການຕະຫຼາດທີ່ນັບມື້ຫຼາຍຂຶ້ນ. ດັ່ງນັ້ນ, ເພິ່ນຈິ່ງສືບຕໍ່ນຳໃຊ້ເນື້ອທີ່ດິນອີກ 1 ເຮັກຕາກວ່າ ເຂົ້າໃນການບຸກເບີກເປັນສວນໝາກເງາະຕອນທີ 2 ນັບແຕ່ປີ 2016 ເປັນຕົ້ນມາ.

“ສຳລັບການຂາຍ ສ່ວນໃຫຍ່ແມ່ນໄດ້ນຳໄປສົ່ງຂາຍຕາມທ້ອງຕະຫຼາດ ຢູ່ບັນດາເມືອງຕ່າງໆ ໃນທົ່ວແຂວງ ແລະ ບາງຄັ້ງກໍເປີດໃຫ້ຄົນທົ່ວໄປເຂົ້າມາທ່ອງທ່ຽວພາຍໃນສວນ ແລ້ວຊື້ກັບທີ່ກິນກັບທີ່. ສ່ວນລາຄາຂາຍຖ້າຂາຍສົ່ງ ຫາກລູກຄ້າສັ່ງຊື້ ໃນປະລິມານ 500 ກິໂລກຼາມ ຂຶ້ນໄປ ແມ່ນຂາຍຢູ່ໃນລາຄາ 10,000 ກີບ ຕໍ່ກິໂລ ໃນນີ້ ຖ້າຂາຍຍ່ອຍໂດຍການສົ່ງໃຫ້ແມ່ຄ້າພາຍໃນບ້ານເທສະບານເມືອງ ແມ່ນຕົກຢູ່ໃນລາຄາ 12,000 ກີບ ຕໍ່ກິໂລ ແລະ ຖ້າຫາກມາສັ່ງຊື້ກັບສວນ ແມ່ນຂາຍຢູ່ໃນລາຄາ 13,000 ກີບ ຕໍ່ກິໂລ.” ທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ກ່າວ.

ທ່ານ ຊົ່ງຢ່າງ ກ່າວຕື່ມວ່າ ສຳລັບການປູກແມ່ນໃຊ້ເວລາ 3 ປີ ຈິ່ງໄດ້ຮັບຜົນຜະລິດ, ໃນນີ້ ລາຍຮັບຈາກການຂາຍຕົວຈິງ ແມ່ນປະມານ 50 ລ້ານ ກວ່າກີບ ຕໍ່ລະດູ ເຮັດໃຫ້ສາມາດສ້າງລາຍຮັບເຂົ້າຄອບຄົວ ແລະ ແກ້ໄຂຄວາມທຸກຍາກໄດ້ເປັນຢ່າງດີ ເພາະນອກຈາກຢຶດຖືການປູກໝາກເງາະເປັນລາຍໄດ້ຕົ້ນຕໍແລ້ວ ຍັງໄດ້ຕັ້ງຮ້ານສ້ອມແປງເຄື່ອງໄຟຟ້າ ເປັນລາຍຮັບເພີ່ມເຕີມຕື່ມອີກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...