Homeຂ່າວໂຄວິດ-19ນັກວິທະຍາສາດໃຊ້ເທັກໂນໂລຊີໃນການຕັດຕໍ່ພັນທຸກໍາເພື່ອສະກັດກັ້ນບໍ່ໃຫ້ເຊື້ອໂຄວິດ-19 ເຂົ້າໄປຕິດໃນຈຸລັງຂອງມະນຸດໄດ້ສໍາເລັດ

ນັກວິທະຍາສາດໃຊ້ເທັກໂນໂລຊີໃນການຕັດຕໍ່ພັນທຸກໍາເພື່ອສະກັດກັ້ນບໍ່ໃຫ້ເຊື້ອໂຄວິດ-19 ເຂົ້າໄປຕິດໃນຈຸລັງຂອງມະນຸດໄດ້ສໍາເລັດ

Published on

ຈາກການລາຍງານຂ່າວ Posttoday ໄດ້ລາຍງານວ່າ ທີມນັກວິທະຍາສາດຂອງປະເທດອົດສະຕາລີໄດ້ໃຊ້ເທັກໂນໂລຊີ CRISPR ເພື່ອຕັດຕໍ່ພັນທຸກໍາໃນການສະກັດກັ້ນການແຜ່ກະຈາຍຂອງເຊື້ອໂຄວິດ-19 (SARS-CoV-2) ໃນຈຸລັງຂອງມະນຸດທີ່ຕິດເຊື້ອໄດ້ສໍາເລັດຖືເປັນອີກຂັ້ນໜຶ່ງທີ່ຈະນໍາໄປສູ່ການຜະລິດຢາປິ່ນປົວໂຄວິດ-19.

ບົດລາຍງານການວິໄຈໃນຄັ້ງນີ້ຖືກຕີພິມໃນວາລະສານ Nature Communications ໂດຍມີເນື້ອໃນລະບຸວ່າ ເທັກໂນໂລຊີດັ່ງກ່າວມີປະສິດທິພາບກັບການກະຈາຍຂອງເຊື້ອໄວຣັສໃນການທົດລອງໃຫ້ຫ້ອງປະຕິບັດການ ແລະ ຄາດວ່າຈະເລີ່ມທົດລອງໃນສັດໃນໄວໆນີ້.

ທີມວິໄຈ CRISPR-Cas13b ທ່ານ ຊາຣອນ ລູວິນ ຜູ້ວິໄຈອາວຸໂສຈາກສະຖາບັນເພື່ອການວິໄຈໂລກຕິດເຊື້ອ ແລະ ພູມຄຸ້ມກັນຂອງອົດສະຕາລີໄດ້ເປີດເຜີຍວ່າທາງທີມງານໄດ້ອອກແບບໃຫ້ CRISPR ສາມາດຈື່ເຊື້ອໄວຣັສໂຄໂລນາໄດ້ ແລະ ເມື່ອສາມາດຈົດຈໍາເຊື້ອໄວຣັສໄດ້ແລ້ວ CRISPR-Cas13b ກໍຈະເຂົ້າໄປທໍາລາຍເຊື້ອໄວຣັສດັ່ງກ່າວ.

ນອກຈາກນີ້, ເທັກໂນໂລຊີຕັດຕໍ່ພັນທຸກໍານີ້ແມ່ນສະກັດບໍ່ໃຫ້ໄວຣັສແບ່ງຕົວ ເຖິງຢ່າງໃດກໍຕາມ ທ່ານ ລູວິນໄດ້ເປີດເຜີຍຕື່ມອີກວ່າ ການນໍາເທັກໂນໂລຊີແບບ CRISPR ມາໃຊ້ກັບຢາທີ່ມີຢູ່ທົ່ວໄປອາດຕ້ອງໃຊ້ເວລາອີກຫຼາຍປີ ແຕ່ເຖິງຢ່າງນັ້ນວິທີດັ່ງກ່າວກໍມີປະໂຫຍດໃນການຈັດການກັບໂຄວິດ-19.

ທ່ານ ລູວິນຍັງໄດ້ບອກອີກວ່າ ຢາປິ່ນປົວນີ້ຈະເປັນຢາຕ້ານໄວຣັສແບບງ່າຍໆໂດຍການກິນ ເຊິ່ງຜູ້ຕິດເຊື້ອສາມາດກິນໄດ້ທັນທີ ທີ່ຮູ້ວ່າຕົນເອງຕິດເຊື້ອ ເພື່ອປ້ອງກັນບໍ່ໃຫ້ມີອາການທີ່ຮຸນແຮງ ແລະ ຫຼຸດຜ່ອນຄວາມກົດດັນໃຫ້ກັບໂຮງໝໍ ແລະ ລະບົບສາທາລະນະສຸກ. ທັງນີ້, ເທັກໂນໂລຊີ CRISPR ຊ່ວຍໃຫ້ນັກວິທະຍາສາດສາມາດປັບປ່ຽນລໍາດັບ DNA ແລະ ປ່ຽນແປງການເຮັດວຽກຂອງພັນທຸກໍາທີ່ເຄີຍປະສົບຜົນສໍາເລັດມາແລ້ວໃນການຖອດລະຫັດພັນທຸກໍາທີ່ເຮັດໃຫ້ເກີດມະເຮັງໃນເດັກນ້ອຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...