spot_img
Homeຂ່າວຕ່າງປະເທດບຸກຄະລາກອນແພດໄທຕິດໂຄວິດ 800 ກວ່າ ເສຍຊີວິດ 7 ຄົນ

ບຸກຄະລາກອນແພດໄທຕິດໂຄວິດ 800 ກວ່າ ເສຍຊີວິດ 7 ຄົນ

Published on

ເຈົ້າໜ້າທີ່ກະຊວງສາທາລະນະສຸກໄທລາຍງານວ່າ: ປັດຈຸບັນບຸກຄະລາກອນທາງການແພດທົ່ວປະເທດຕິດເຊື້ອໂຄວິດ-19 ສະສົມແລ້ວ 880 ຄົນ, ໃນນັ້ນເສຍຊີວິດ 7 ລາຍ ເຊິ່ງ 5 ລາຍຂອງກຸ່ມເສຍຊີວິດແມ່ນບໍ່ໄດ້ຮັບການສີດວັກຊິນ, ສ່ວນ 1 ລາຍແມ່ນຮັບວັກຊິນຊີໂນແວັກ 1 ເຂັມ ແລະ ອີກ 1 ລາຍຮັບຊີໂນແວັກຄົບ 2 ເຂັມ.

ທ່ານ ໂສພົນ ອຽມສີຣິຖາວອນ, ຮອງຫົວໜ້າກົມຄວບຄຸມໂຣກ, ກະຊວງສາທາລະນະສຸກໄທ ເປີດເຜີຍວ່າ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ໃນຊ່ວງເດືອນເມສາ ຈົນຮອດປັດຈຸບັນ ມີລາຍງານຜູ້ຕິດເຊື້ອໂຄວິດໃນກຸ່ມບຸກຄະລາກອນທາງການແພດແລ້ວ 880 ລາຍ, ໃນນັ້ນ 173 ລາຍຍັງບໍ່ໄດ້ຮັບການສີດວັກຊິນປ້ອງກັນໂຄວິດ, ສ່ວນໃຫຍ່ແມ່ນບຸກຄະລາກອນແພດຍິງ ກວມ 54% ມີທັງພະຍາບານ, ຜູ້ຊ່ວຍພະຍາບານ, ຮອງລົງມາກໍແມ່ນບຸກຄະລາກອນທີ່ເຮັດວຽກກ່ຽວຂ້ອງກັບການດູແລຜູ້ປ່ວຍໂຄວິດ ທີ່ມີອາຍຸລະຫວ່າງ 20-29 ປີ ແລະ 30-39 ປີ.

ປັດຈຸບັນ, ບຸກຄະລາກອນທາງການແພດໄທໄດ້ຮັບວັກຊິນແລ້ວ 7 ແສນຄົນ ລວມມີວັກຊິນຊີໂນແວັກ ແລະ ແອສຕຣ້າເຊເນກ້າ, ແຕ່ກໍຍັງມີທີມງານແພດຫຼາຍຮ້ອຍຄົນຕິດເຊື້ອໂຄວິດ-19. ຢ່າງໃດກໍຕາມ, ເຈົ້າໜ້າທີ່ຢືນຢັນວ່າ ຄົນທີ່ສີດວັກຊິນແມ່ນມີໂອກາດເຈັບປ່ວຍຮຸນແຮງໜ້ອຍກວ່າຄົນທີ່ບໍ່ໄດ້ຮັບວັກຊິນ.

ເນື່ອງຈາກມີການປ່ຽນແປງຂອງສາຍພັນເດລຕ້າໃນຊ່ວງເດືອນຜ່ານມາ ເຮັດໃຫ້ຄຸນນະພາບໃນການປ້ອງກັນພະຍາດຂອງວັກຊິນຊີໂນແວັກ ອາດຫຼຸດລົງ ເຊິ່ງທາງເຈົ້າໜ້າທີ່ກ່ຽວຂ້ອງກຳລັງພິຈາລະນາສີດວັກຊິນແອສຕຣ້າເຊເນກ້າ ເປັນເຂັມທີສາມໃຫ້ແກ່ບຸກຄະລາກອນການແພດທີ່ນອນຢູ່ໃນກຸ່ມສ່ຽງ ເພື່ອກະຕຸ້ນພູມຄຸ້ມກັນໃຫ້ສູງຂຶ້ນ ສ່ວນການສີດໄຟເຊີ ແມ່ນຍັງຕ້ອງລໍຖ້າຕື່ມໄລຍະໜຶ່ງ.

ຂໍ້ມູນຈາກ: PPTV

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...