spot_img
Homeຂ່າວຕ່າງປະເທດຮາວາຍຕຽມສັ່ງອົບພະຍົບ ລາວາໄຫຼມາໃກ້ໝູ່ບ້ານ ຫ່າງພຽງ 1 ກິໂລແມັດ

ຮາວາຍຕຽມສັ່ງອົບພະຍົບ ລາວາໄຫຼມາໃກ້ໝູ່ບ້ານ ຫ່າງພຽງ 1 ກິໂລແມັດ

Published on

EyWwB5WU57MYnKOuFHLLwaKIDSZQ6Tfbqa7bslgYsqQjUF8EL6TvV3

ທາງການຮາວາຍສັ່ງໃຫ້ປະຊາຊົນປະມານ 50 ຄົວເຮືອນ ໃນພື້ນທີ່ພູເຂົາໄຟຄິເລົາເວອາ ເທິງເກາະຮາວາຍ ປະເທດສະຫະລັດອາເມລິກາ ຕຽມພ້ອມອົບພະຍົບອອກຈາກພື້ນທີ່ພາຍໃນ 3-5 ວັນ ເພາະລາວາຈາກພູເຂົາໄຟໄຫຼເຂົ້າມາໃກ້ໝູ່ບ້ານຫຼາຍຂື້ນ

ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການໃດ້ແຈ້ງເຕືອນຜູ້ອາໄສກວ່າ 50 ຫຼັງຄາເຮືອນ ໃນພື້ນທີ່ພູເຂົາໄຟຄິເລົາເວອາ ເທິງເກາະຮາວາຍ ປະເທດສະຫະລັດອາເມລິກາ ໃຫ້ຕຽມພ້ອນເພື່ອອົບພະຍົບອອກຈາກພື້ນທີ່ ຫຼັງພູເຂົາໄຟດັ່ງກ່າວເລີ່ມພົ່ນລາວາທີ່ມີຄວາມຮ້ອນເຖີງ 1093 ອົງສາ Celsius ເຮັດໃຫ້ເກິດຖານລາວາກວ້າງ 48-70 ແມັດ ເຄື່ອນໂຕໄປທາງຕາເວັນອອກສຽງເໜືອນດ້ວຍຄວາມໄວ 9 ແມັດຕໍ່ຊົ່ວໂມງ ຂ້າງຫົນທາງຊົນນະບົດຂອງເມືອງປາໂຮອາ ເຊິ່ງເປັນເມືອງທີ່ໃຫຍ່ທີ່ສຸດໃນເຂດພູນາ ເທິງໝູ່ເກາະຮາວາຍ ໂດຍຂະນະນີ້ລາວາຢູ່ຫ່າງຈາກຫົນທາງຫຼັກຂອງໝູ່ບ້ານປາໂຮອາລາວ 1 ກິໂລແມັດ

ທ່ານດາຣິນ ໂອລິເວຍລາ ຜູ້ອຳນວຍການຝ່າຍປ້ອງກັນໄພແກ່ພົນລະເຮືອນໃນລັດຮາວາຍ ກ່າວວ່າ ຈະທຳການອົບພະຍົບປະຊາຊົນເມື່ອເຫັນວ່າລາວາເລີ່ມໄຫຼຮຸນແຮງຂື້ນ.
ລາວາຈາກພູເຂົາໄຟຄິເລົາເວອາ ເທິງໝູ່ເກາະຮາວາຍ ໄຫຼທ່ວມພື້ນທີ່ເສດຕະກອນຂອງຊາວບ້ານເມື່ອເດືອນຕຸລາຄົມທີ່ຜ່ານມາ
ສ່ວນ ທ່ານແມດ ແພັກທຣີກ ນັກຖໍລະນີວິທະຍາຂອງສຳນັັກເຝົ້າລະວັງໄພຈາກພູເຂົາໄຟປະຈຳລັດຮາວາຍ ປະເທດສະຫະລັດອາເມລິກາ ກ່າວວ່າ ບໍ່ສາມາດລະບຸເວລາທີ່ແນ່ນອນວ່າລາວາຈະໄຫຼມາເຖີງຫົນທາງຂອງໝູ່ບ້ານຕອນໃດ ເນື່ອງຈາກລາວາໄຫຼດ້ວຍຄວາມໄວທີ່ບໍ່ສະໝ່ຳສະເໝີ

ທັ້ງນີ້ ພູເຂົາໄຟຄິເລົາເວອາ ເກິດການປະທຸຢ່າງຕໍ່ເນື່ອງມາຕັ້ງແຕ່ປີ ຄ.ສ 1983 ເມື່ອເກິດການປະທຸ ສ່ວນໃຫຍ່ລາວາຈະໄຫຼລົງໄປທາງໃຕ້ຜ່ານທີ່ຢູ່ອາໃສຄາລາປານາ ແລະລໍຍັ່ນ ກາເດັ້ນ ກ່ອນໄຫຼລົງສູ່ທະເລ ແຕ່ເມື່ອ 2 ປີທີ່ແລ້ວ ລາວາປ່ຽນທາງໄຫຼໄປທາງຕາເວັນອອກສຽງເໜືອ ເຂົ້າໃກ້ເມືອງປາໂຮອາ ອີກທັ້ງເມື່ອເດືອນຕຸລາທີ່ຜ່ານມາ ພູເຂົາໄຟລູກນີ້ຫາກໍ່ມີການປະທຸ ຈົນທາງການຕ້ອງສັ່ງອົບພະຍົບປະຊາຊົນໃນເຂດພູນາເຊັ່ນດຽວກັນ.

ບົດຄວາມຫຼ້າສຸດ

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...