spot_img
Homeຂ່າວພາຍ​ໃນລາວຈະເພີ່ມຄວາມເຂັ້ມງວດໃນການປ້ອງກັນການລັກລອບເດີນທາງເຂົ້າປະເທດ

ລາວຈະເພີ່ມຄວາມເຂັ້ມງວດໃນການປ້ອງກັນການລັກລອບເດີນທາງເຂົ້າປະເທດ

Published on

ລັດຖະບານໄດ້ກ່າວເນັ້ນໃຫ້ພາກສ່ວນກ່ຽວຂ້ອງເພີ່ມທະວີຄວາມເຂັ້ມງວດໃນການປ້ອງກັນການລັກລອບເດີນທາງເຂົ້າປະເທດທີ່ອາດເກີດຂຶ້ນ ທັງທາງບົກ ແລະ ທາງນໍ້າ ເພື່ອສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

ກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດ IX ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 6-8 ກໍລະກົດ 2021 ເຊິ່ງໄດ້ມີການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ 2021.

ອີງຕາມການປະເມີນສະພາບການລະບາດຂອງພະຍາດ COVID-19 ໃນປະຈຸບັນ, ເຖິງວ່າຕົວເລກການລະບາດຢູ່ພາຍໃນປະເທດສືບຕໍ່ຫຼຸດລົງ, ແຕ່ຍັງມີຄວາມສ່ຽງ ເນື່ອງຈາກສະພາບການລະບາດຢູ່ປະເທດໃກ້ຄຽງຍັງສືບຕໍ່ເພີ່ມຂື້ນ. ນອກຈາກນີ້ ຢູ່ປະເທດເຮົາ ໄດ້ກວດພົບການຕິດເຊື້ອສາຍພັນເດວຕາ ຈາກການນໍາເຂົ້າ ເຊິ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າສາຍພັນດັ້ງເດີມ.

ຄວາມຮຽກຮ້ອງຕ້ອງການໃນການເດີນທາງກັບຄືນສູ່ປະເທດຂອງບັນດາແຮງງານລາວຢູ່ຕ່າງປະເທດ ເຮັດໃຫ້ມີການກວດພົບຈຳນວນການຕິດເຊື້ອນຳເຂົ້າທີ່ເພີ່ມຂຶ້ນໃນແຕ່ລະວັນ ເຊິ່ງທາງພາກສ່ວນກ່ຽວຂ້ອງກໍໄດ້ສືບຕໍ່ເພີ່ມທະວີການລາດຕະເວນຕາມຊາຍແດນເພື່ອປ້ອງກັນບໍ່ໃຫ້ມີການລັກລອບເຂົ້າປະເທດ, ແນໃສ່ໃຫ້ມີການກັບຄືນປະເທດຕາມດ່ານຕ່າງໆທີ່ທາງລັດຖະບານກໍານົດ.

ໃນກອງປະຊຸມຍັງໄດ້ຮຽນຮ້ອງໃຫ້ສືບຕໍ່ເອົາໃຈໃສ່ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ດ້ວຍຄວາມເຄັ່ງຮ້ອນ, ເຂັ້ມງວດ ແລະ ເດັດຂາດ; ຈັດຕັ້ງຜັນຂະຫຍາຍມາດຕະການຂອງລັດຖະບານ ແລະ ຄະນະສະເພາະກິດ ເຂົ້າສູ່ຂົງເຂດວຽກງານ ແລະ ທ້ອງຖິ່ນຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງບົນຈິດໃຈປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ເພື່ອຕັດວົງຈອນການແຜ່ລະບາດທຸກຮູບແບບຢ່າງແທດເໝາະ.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...