Homeຂ່າວພາຍ​ໃນເດືອນດຽວອຸບັດເຫດເທິງຖະໜົນພາກຊີວິດ 37 ສົບ

ເດືອນດຽວອຸບັດເຫດເທິງຖະໜົນພາກຊີວິດ 37 ສົບ

Published on

ເດືອນມິຖຸນາຜ່ານມາ ມີຜູ້ເສຍຊີວິດຈາກອຸບັດເຫດທາງຖະໜົນ 37 ຄົນ ເຖິງແມ່ນຈຳນວນຜູ້ເສຍຊີວິດຈະຫຼຸດລົງເມື່ອທຽບກັບຊ່ວງຫຼາຍເດືອນກ່ອນ ເນື່ອງຈາກຫຼາຍແຂວງ ລວມທັງນະຄອນຫຼວງວຽງຈັນ ມີການປະຕິບັດມາດຕະການລັອກດາວເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

ອີງຕາມຂໍ້ມູນຈາກພະແນກໂຄສະນາ ຂອງກົມຕຳຫຼວດຈະລາຈອນຮູ້ວ່າ: ອຸບັດເຫດທີ່ເກີດຂຶ້ນໃນຊ່ວງເດືອນມິຖຸນາຜ່ານມາມີ 326 ລາຍ, ມີຜູ້ເສຍຊີວິດ 37 ຄົນ, ບາດເຈັບ 429 ຄົນ, ພາຫານະເປ່ເພ 563 ຄັນ, ລວມມູນຄ່າເສຍຫາຍ 4.7 ຕື້ກວ່າກີບ.

ຈຳນວນອຸບັດເຫດເຫັນວ່າເພີ່ມຂຶ້ນເມື່ອທຽບໃສ່ເດືອນພຶດສະພາ ທັງທີ່ເປັນຊ່ວງຂອງການລັອກດາວໃນບັນດາແຂວງຕ່າງໆ ລວມທັງນະຄອນຫຼວງວຽງຈັນ, ຂະນະທີ່ອຸບັດເຫດເກີດຂຶ້ນໃນເດືອນພຶດສະພາ 269 ລາຍ, ພາຫານະເປ່ເພ 460 ຄັນ, ມີຜູ້ໄດ້ຮັບບາດເຈັບ 421, ເສຍຊີວິດ 43 ຄົນ.

ສາເຫດຂອງການເກີດອຸບັດເຫດສ່ວນໃຫຍ່ແມ່ນຜູ້ຂັບຂີ່ໄວເກີນກຳນົດ, ຮອງລົງມາແມ່ນເມົາແລ້ວຂັບ, ປ່ຽນທິດທາງ, ລ່ວງປ້າຍຫ້າມ, ແຊງບໍ່ຮັບປະກັນ ແລະ ອື່ນໆ.

ສຳລັບວັນທີ່ເກີດອຸບັດເຫດສ່ວນໃຫຍ່ກໍແມ່ນວັນສຸກ, ເສົາ ແລະ ອາທິດ ເຊິ່ງກວມ 54% ຂອງຈຳນວນອຸບັດເຫດທີ່ເກີດຂຶ້ນທັງໝົດ ແລະ ເວລາຂອງການເກີດອຸບັດເຫດສ່ວນໃຫຍ່ແມ່ນ 5:00 ໂມງແລງ ເຖິງ 12:00 ໂມງກາງຄືນ.

ຢ່າງໃດກໍຕາມ, ແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ໃນເດືອນມິຖຸນາແມ່ນ ຈຳປາສັກ, ຮອງລົງມາແມ່ນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຂະນະທີ່ຍອດຜູ້ເສຍຊີວິດສູງກວ່າໝູ່ຊໍ້າພັດແມ່ນນະຄອນຫຼວງວຽງຈັນລວມ 10 ຄົນ, ຮອງລົງມາແມ່ນຈຳປາສັກ ເສຍຊີວິດ 6 ຄົນ ແລະ ແຂວງວຽງຈັນເສຍຊີວິດ 5 ຄົນ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...