Homeຂ່າວຕ່າງປະເທດແພດໝໍອິນເດຍຮຽກຮ້ອງດຳເນີນຄະດີຫຼັງຖືກທຳຮ້າຍຮ່າງກາຍ

ແພດໝໍອິນເດຍຮຽກຮ້ອງດຳເນີນຄະດີຫຼັງຖືກທຳຮ້າຍຮ່າງກາຍ

Published on

ຍາດພີ່ນ້ອງຜູ້ປ່ວຍໂຄວິດ-19 ສຸດໂຫດ ຮ່ວມກັນລົງມືທຳຮ້າຍຮ່າງກາຍ ດຣ. ເສນາປະດີ ໜຶ່ງໃນທ່ານໝໍທີ່ປິ່ນປົວຜູ້ປ່ວຍພະຍາດໂຄວິດ ຈົນໄດ້ຮັບບາດເຈັບສາຫັດຫຼັງຄົນເຈັບເສຍຊີວິດໃນໂຮງໝໍທີ່ເມືອງ Hojai ໃນລັດອັສຊຳ, ພາກຕາເວັນອອກສ່ຽງເໜືອຂອງອິນເດຍ.

BBC News, Delhi ລາຍງານວ່າ: ສັງຄົມໂຊຊຽວໄດ້ແຊພາບວີດີໂອ ທີ່ສະແດງໃຫ້ເຫັນກຸ່ມຜູ້ຊາຍສ່ວນໃຫຍ່ກຳລັງພາກັນທຳຮ້າຍຮ່າງກາຍທ່ານໝໍຄົນໜຶ່ງຢ່າງໂຫດຫ້ຽມ ໄຮ້ມະນຸດສະທຳ ກ່ອນຈະລາກເອົາຮ່າງກາຍທ່ານໝໍຜູ້ບໍ່ມີທາງສູ້ອອກໄປຂ້າງນອກພ້ອມສືບຕໍ່ທຸບຕີຢ່າງໄຮ້ຄວາມປານີ.

ຂະນະທີ່ຄວາມປອດໄພໃນການປົກປ້ອງທ່ານໝໍຈາກການຖືກທຳຮ້າຍຮ່າງກາຍກໍມີຄວາມບົກຜ່ອງ ເພາະມີພະນັກງານຍາມພຽງຄົນດຽວ, ເມື່ອທ່ານໝໍຜູ້ຖືກເຄາະຮ້າຍຖືກຈູ່ໂຈມດ້ວຍອາລົມຂອງຍາດຜູ້ປ່ວຍ ກໍບໍ່ມີໃຜສາມາດເຂົ້າຊ່ວຍເຫຼືອ ເພາະເຈົ້າໜ້າທີ່ຈຳນວນໜຶ່ງກໍຖືກຝູງຊົນໂຈມຕີ ແລະ ອີກຈຳນວນໜຶ່ງກໍພາກັນລີ້ຊ້ອນເພື່ອເອົາຕົວລອດ.

ດຣ. ເສນາປະດີ ຮີບເຂົ້າແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດພາຍຫຼັງພະຍາຍາມໜີອອກຈາກເງື້ອມມືຂອງຝູງຊົນໄດ້. ເນື່ອງຈາກວີດີໂອຖືກແຊຣ໌ອອກໄປຢ່າງວ່ອງໄວ ເຮັດໃຫ້ເກີດມີສຽງວິພາກວິຈານ ທາງເຈົ້າໜ້າທີ່ຂອງລັດກໍໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮີບຮ້ອນດຳເນີນຄະດີເພື່ອມອບຄວາມເປັນທຳໃຫ້ແກ່ທ່ານໝໍ, ເຊິ່ງໃນນັ້ນ 36 ຄົນ ແລະ ເດັກນ້ອຍ 3 ຄົນ ຖືກຕັ້ງຂໍ້ຫາເປັນຜູ້ກະທຳຜິດຖານທຳຮ້າຍຮ່າງກາຍບຸກຄົນອື່ນຈົນໄດ້ຮັບບາດເຈັບ.

ນີ້ບໍ່ແມ່ນຄັ້ງທຳອິດທີ່ທ່ານໝໍໃນອິນເດຍຖືກປະຊາຊົນໂຈມຕີ, ນັບແຕ່ເລີ່ມມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນອິນເດຍເມື່ອປີກາຍນີ້, ທ່ານໝໍຫຼາຍຄົນຖືກຄອບຄົວຜູ້ປ່ວຍໂຄວິດທຳຮ້າຍຮ່າງກາຍ ເຮັດໃຫ້ທ່ານໝໍຫຼາຍຄົນພາກັນລຸກຂຶ້ນປະທ້ວງ ເພື່ອຮຽກຮ້ອງໃຫ້ມີການປະຕິບັດກົດໝາຍທີ່ເຂັ້ມງວດຂຶ້ນ, ລວມທັງເພີ່ມຈຳນວນບຸກຄະລາກອນ ແລະ ໂຄງສ້າງພື້ນຖານທີ່ດີຂຶ້ນ ເພື່ອຫຼຸດຜ່ອນແຮງກົດດັນແກ່ບັນດາແພດໝໍທົ່ວປະເທດ.

ອິນເດຍມີອັດຕາສວ່ນຂອງຈຳນວນແພດຕໍ່ຜູ້ປ່ວຍທີ່ຕໍ່າສຸດໃນໂລກ, ໃນປີ 2018 ມີແພດ 90 ຄົນຕໍ່ປະຊາກອນ 100,000 ຄົນ, ຕາມການຄາດຄະເນຂອງທະນາຄານໂລກເຫັນວ່າຕໍ່າກວ່າຫຼາຍປະເທດເຊັ່ນ ຈີນ, ສະຫະລັດອາເມລິກາ ແລະ ຣັດເຊຍ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...