spot_img
Homeຂ່າວພາຍ​ໃນແອັບ "ລາວ ສູ້ ສູ້" ສ້າງປະໂຫຍດຊ່ວຍຄວບຄຸມການແຜ່ລະບາດຂອງໂຄວິດ-19

ແອັບ “ລາວ ສູ້ ສູ້” ສ້າງປະໂຫຍດຊ່ວຍຄວບຄຸມການແຜ່ລະບາດຂອງໂຄວິດ-19

Published on

ແອັບ “ ລາວ ສູ້ສູ້ ” ເປັນແອັບພລີເຄຊັ່ນທີ່ພັດທະນາຂຶ້ນໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີໜ້າທີ່ຊ່ວຍໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນລາວ ໂດຍສະເພາະກໍແມ່ນ ລາຍງານອາການຂອງຕົນເອງໃນເວລາກັກຕົວຢູ່ເຮືອນ ຫຼື ສະຖານທີ່ກັກຕົວທີ່ທາງການກຳນົດ.

ພິທີເປີດການນໍາໃຊ້ລະບົບປະຕິບັດການຕ້ານໂຄວິດ-19 “ ລາວ ສູ້ສູ້ ” ໂດຍການຮ່ວມມືລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດນີ້ ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ແອັບດັ່ງກ່າວສາມາດລາຍງານກ່ຽວກັບອາການຂອງຄົນເຮົາໃນເວລາກັກໂຕຢູ່ເຮືອນ ຫຼື ຢູ່ສູນກັກໂຕທີ່ທາງຄະນະສະເພາະກິດກຳນົດໄວ້ ບໍ່ວ່າຈະເປັນ ອຸນຫະພູມຮ່າງກາຍ, ອາການໄຂ້, ໄອ, ເມື່ອຍ, ແລະ ອື່ນໆ ຫຼື ທີ່ເອີ້ນວ່າ iFeel (ອາການຂ້ອຍ). ພ້ອມກັນນັ້ນ, ກໍຍັງສາມາດຕິດຕາມການເດີນທາງຂອງຄົນເພື່ອໃຫ້ຮູ້ວ່າໄປສະຖານທີ່ໃດໂດຍການສະແກນ QR Code ແລະ ລະບົບຈະແຈ້ງເຕືອນຖ້າມີກຸ່ມສ່ຽງໄປສະຖານທີ່ດັ່ງກ່າວ ຫຼື ທີ່ເອີ້ນວ່າ iGo (ໄປໃສ), ເບິ່ງການເຄື່ອນໄຫວຂອງເຮົາເອງເພື່ອລາຍງານແພດໝໍ ຫຼື ທີ່ເອີ້ນວ່າ Timeline (ການເຄື່ອນໄຫວ), ໃຊ້ໃນການລົງທະບຽນ ແລະ ຈອງຄິວສັກວັກຊິນລ່ວງໜ້າ ຫຼື ທີ່ເອີ້ນວ່າ iVac (ສັກວັກຊິນ) ຊຶ່ງຈະຊ່ວຍຫຼຸດຄວາມແອອັດຂອງປະຊາຊົນທີ່ຕ້ອງການຮັບວັກຊິນ, ໃຊ້ໃນການລົງທະບຽນ ແລະ ຈອງຄິວເຂົ້າກວດຫາເຊື້ອໂຄວິດ-19 ຫຼື ທີ່ເອີ້ນວ່າ iTest (ໄປກວດ), ນີ້ກໍເພື່ອຊ່ວຍຫຼຸດຜ່ອນຄວາມແອອັດໃນການເຂົ້າມາກວດຫາເຊື້ອໂຄວິດ-19 ຂອງກຸ່ມສຳຜັດໃກ້ຊິດໄດ້ເຊັ່ນກັນ.

ແອັບ “ ລາວ ສູ້ສູ້ ” ຖືເປັນເຄື່ອງມືທີ່ສຳຄັນໃນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍອໍານວຍຄວາມສະດວກໃຫ້ແກ່ພະນັກງານແພດໝໍໃນເວລາເກີດການລະບາດໃນຊຸມຊົນ, ທີມງານແພດສາມາດໃຊ້ເຄື່ອງມືນີ້ເພື່ອກວດ, ກັ່ນກອງຊອກຫາຜູ້ຕິດເຊື້ອເປັນຕົ້ນແມ່ນຕິດຕາມຜູ້ທີ່ເດີນທາງເຂົ້າມາປະເທດ, ການເດີນທາງຂອງຄົນໃນປະເທດ, ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງໄດ້ຢ່າງວ່ອງໄວ, ຊັດເຈນ ແລະ ມີປະສິດທິພາບ.

ກະຊວງສາທາລະນະສຸກເຊື່ອໝັ້ນວ່າ ເຄື່ອງມື “ລາວ ສູ້ສູ້” ຈະສາມາດຊ່ວຍໃຫ້ພວກເຮົາສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ຕັ້ງໄວ້.

ບົດຄວາມຫຼ້າສຸດ

ມີລາຍຮັບ 94 ລ້ານໂດລາ ໃນປີ 2025 ຂະແໜງການທ່ອງທ່ຽວແຂວງຈໍາປາສັກ ສາມາດສ້າງລາຍຮັບຫຼາຍກວ່າ 94 ລ້ານໂດລາ

ໃນໄລຍະ 1 ປີຜ່ານມາ ຫຼື ປີ 2025 ທີ່ຜ່ານມາ, ແຂວງຈໍາປາສັກມີລາຍຮັບຫຼາຍກວ່າ 94 ລ້ານໂດລາຈາກຂະແໜງທ່ອງທ່ຽວໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ທັງໝົດ 728,064 ເທື່ອຄົນ, ໃນນັ້ນ,​...

ເສີມຂະຫຍາຍສາຍພົວພັນ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ພົບປະປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 7 ກຸມພາ 2026 ທີ່ຜ່ານມາ, ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ...

ລາວ-ສະຫະນະຄອນ ເອເມຣັດ ອາຣັບ ເຊັນບົດບັນທຶກ ກ່ຽວກັບການຮ່ວມມືເພື່ອການພັດທະນາໂຄງການສູນກາງດີຈິຕອນ-ປັນຍາປະດິດອາຊຽນ ແລະ ຄວາມປອດໄພທາງໄຊເບີ-ລະບົບນິເວດການເງິນດີຈິຕອນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ພາກທຸລະກິດຊັ້ນນໍາ ຂອງ ສະຫະນະຄອນ ເອເມຣັດ ອາຣັບ ວັນທີ 3...

ມອບທຶນຊ່ວຍເຫຼືອ 900 ລ້ານເຢນ ລັດຖະບານຍີ່ປຸ່ນມອບທຶນຊ່ວຍເຫຼືອ ໂດຍການສະໜອງລົດເມໄຟຟ້າ ເພື່ອສົ່ງເສີມການທ່ອງທ່ຽວຢູ່ແຂວງຫຼວງພະບາງ

ໃນຕອນບ່າຍວັນທີ 6 ກຸມພານີ້ ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນໃນໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນການຂົນສົ່ງສາທາລະນະ (The Economic and Social Deve...