Homeຂ່າວຕ່າງປະເທດນອກແວອອກກົດໝາຍໃໝ່ ແຕ່ງຮູບຕ້ອງບອກຖ້າບໍ່ຢາກຖືກປັບໃໝ

ນອກແວອອກກົດໝາຍໃໝ່ ແຕ່ງຮູບຕ້ອງບອກຖ້າບໍ່ຢາກຖືກປັບໃໝ

Published on

ປະເທດນອກແວອອກກົດໝາຍໃໝ່ແກ່ເຫຼົ່ານັກສະແດງ ລວມເຖິງຜູ້ມີອິດທິພົນຕ່າງໆທີ່ໄດ້ຮັບເງິນ ຫຼື ຜົນປະໂຫຍດຈາກການໂຄສະນາສິນຄ້າທາງອິນເຕີເນັດ ທີ່ຕ້ອງໄດ້ແຈ້ງໃຫ້ຜູ້ຕິດຕາມພວກເຂົາຮູ້ວ່າ ຮູບທີ່ໃຊ້ເພື່ອການໂຄສະນາເຫຼົ່ານັ້ນຜ່ານການປັບແຕ່ງ ຫຼື ບໍ່, ຖ້າໃຜບໍ່ປະຕິບັດຕາມກົດແມ່ນຈະຖືກປັບໃໝ.

SPECTRUM ລາຍງານວ່າ: ທາງກະຊວງກິດຈະການເດັກ ແລະ ຄອບຄົວຂອງປະເທດນອກແວ ໄດ້ປະກາດບັງຄັບໃຊ້ກົດໝາຍວ່າດ້ວຍການໂຄສະນາສິນຄ້າ ເຊິ່ງທາງຜູ້ໂຄສະນາຕ້ອງແຈ້ງວ່າມີການແກ້ໄຂ, ຕັດຕໍ່, ແຕ່ງຮູບພາບຂອງຮ່າງກາຍເພື່ອໃຫ້ເກີດຄວາມສົມຈິງ. ທັງນີ້ກໍເພື່ອເປັນການລຶບລ້າງແຮງກົດດັນທາງຮ່າງກາຍແບບເກົ່າ ທີ່ອາດນຳໄປສູ່ໂລກລັງກຽດຮູບຮ່າງໜ້າຕາຂອງຕົນເອງໃນກຸ່ມໄວໜຸ່ມເຍົາວະຊົນ.

ແຮງກົດດັນທາງຮ່າງກາຍມີລັກສະນະຄ້າຍຄືກັບມາດຕະຖານຄວາມງາມທີ່ກຳລັງແຜ່ລະບາດເປັນວົງກວ້າງໃນກຸ່ມສັງຄົມປັດຈຸບັນ, ເຮັດໃຫ້ເຍົາວະຊົນຫຼາຍຄົນໃນນອກແວມີຄວາມໝັ້ນໃຈຕົນເອງໜ້ອຍລົງ ເພາະຄິດວ່າຮູບຮ່າງໜ້າຕາຂອງຕົນຍັງບໍ່ໄດ້ຮັບການຍອມຮັບທີ່ດີພໍເມື່ອທຽບກັບຮູບພາບຍິງສາວງາມໆຕາມສື່ໂຄສະນາຕ່າງໆ ທັງທີ່ຮູບພາບຍິງສາວເຫຼົ່ານັ້ນລ້ວນແຕ່ຜ່ານການຕັດຕໍ່, ປັບແຕ່ງມາແລ້ວ ບໍ່ວ່າຈະເປັນການຕັດຕໍ່ແອວໃຫ້ນ້ອຍລົງ, ສ້າງຊິກແພັກປອມ, ຫຼື ເພີ່ມຟິນເຕີຕ່າງໆ.

ເຖິງແມ່ນການຕັດຕໍ່ຮູບພາບໂຄສະນາຈະເກີດມີມາແຕ່ດົນນານແລ້ວກໍຕາມ ແຕ່ຜົນຂອງຮູບພາບຕັດຕໍ່ເຫຼົ່ານັ້ນຊໍ້າພັດເຮັດໃຫ້ເກີດມີການປຽບທຽບທາງດ້ານຮູບຮ່າງຂອງໄວໜຸ່ມບາງຄົນ ບໍ່ວ່າຈະເປັນຊາຍ ຫຼື ຍິງ. ຈາກຜົນການສຳຫຼວດຂອງເວັບໄຊ ‘ABC’ ພົບວ່າ ເດັກຍິງສ່ວນໃຫຍ່ຈະມັກປຽບທຽບຮ່າງກາຍຕົນເອງກັບຮູບຍິງສາວໃນໂຄສະນາ ແລ້ວຮູ້ສຶກບໍ່ສະບາຍໃຈ ທັງມີຄວາມຮູ້ສຶກວ່າຈະຕ້ອງເຮັດໃຫ້ຕົນເອງມີຮູບຮ່າງດີຂຶ້ນກວ່າເດີມ, ເຊິ່ງຄວາມບໍ່ພໍໃຈໃນຮູບຮ່າງຕົນເອງສາມາດນຳໄປສູ່ໂລກຊຶມເສົ້າ ຫຼື ເຮັດໃຫ້ເກີດມີຄວາມຄິດຂ້າໂຕຕາຍໄດ້.

ຢ່າງໃດກໍຕາມ, ມີບາງກຸ່ມອອກມາຄັດຄ້ານການອອກກົດໝາຍດັ່ງກ່າວ ໂດຍອ້າງວ່າ ທຸກຄົນສາມາກແຍກໄດ້ເອງວ່າອັນໃດຮູບແຕ່ງ ຫຼື ຮູບຈິງ ແຕ່ກົດໝາຍສະບັບນີ້ກໍຖືກນຳໃຊ້ໃນນອກແວເປັນທີ່ຮຽບຮ້ອຍແລ້ວ, ສ່ວນຜົນຂອງການນຳໃຊ້ກົດໝາຍດັ່ງກ່າວຈະເປັນແນວໃດນັ້ນ ຕ້ອງໄດ້ຕິດຕາມຕໍ່ໄປ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...