Homeຂ່າວພາຍ​ໃນລາວກຽມສ້າງທາງດ່ວນແຫ່ງໃໝ່ ບໍ່ແກ້ວ-ບໍ່ເຕັນ ໄວໆນີ້!

ລາວກຽມສ້າງທາງດ່ວນແຫ່ງໃໝ່ ບໍ່ແກ້ວ-ບໍ່ເຕັນ ໄວໆນີ້!

Published on

ໜັງສືພິມແຂວງບໍ່ແກ້ວລາຍງານ: ໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ-ບໍ່ເຕັນ ທີ່ເຊື່ອມຕໍ່ຈາກດ່ານຊາຍແດນຫ້ວຍຊາຍ(ຊາຍແດນລາວ-ໄທ) ຮອດດ່ານຊາຍແດນບໍ່ເຕັນ (ຊາຍແດນລາວ-ຈີນ), ໄລຍະທາງ 176,3 ກິໂລແມັດ ປັດຈຸບັນກຳລັງເລີ່ມສຳຫຼວດອອກແບບ ເຊິ່ງຄາດວ່າຈະລົງມືກໍ່ສ້າງໄວໆນີ້.

ທ່ານ ຫຼິວ ຈິງເຫວີ້ຍ, ຫົວໜ້າທີມງານສຳຫຼວດອອກແບບ ໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ-ບໍ່ເຕັນ ໄດ້ລາຍງານຕໍ່ລັດຖະບານໃນໂອກາດເຂົ້າພົບທ່ານ ປອ. ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະທີ່ແຂວງບໍ່ແກ້ວ ໃນວັນທີ 30 ມິຖຸນາຜ່ານມາ.

ທ່ານ ຫຼິວ ຈິງເຫວີ້ຍ ໄດ້ກ່າວວ່າ: ທາງໂຄງການກໍ່ສ້າງເສັ້ນທາງດ່ວນ ບໍ່ແກ້ວ-ບໍ່ເຕັນຈະເລີ່ມດຳເນີນການສຳຫຼວດພື້ນທີ່ຕົວຈິງທີ່ຖືກເລວທາງໂຄງການກໍ່ສ້າງເສັ້ນທາງດ່ວນແຫ່ງໃໝ່ນີ້ ເຊິ່ງນອນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງແຂວງບໍ່ແກ້ວ ເພື່ອເຮັດໃຫ້ການອອກແບບທັງແບບຈຳລອງ ແລະ ແບບຕົວຈິງໃຫ້ມີຄວາມຖືກຕ້ອງສອດຄ່ອງກັນ, ທັງປະຢັດງົບປະມານ ແລະ ໄດ້ຮັບຜົນກະທົບໃນດ້ານຕ່າງໆໜ້ອຍທີ່ສຸດ.

ໂຄງການກໍ່ສ້າງທາງດ່ວນແຫ່ງໃໝ່ ຈາກບໍ່ເຕັນ (ຫຼວງນໍ້າທາ) ຫາຫ້ວຍຊາຍ (ແຂວງບໍ່ແກ້ວ) ແມ່ນໄດ້ຮັບການພິຈາລະນາ ແລະອະນຸມັດຈາກລັດຖະບານລາວເປັນທີ່ຮຽບຮ້ອຍແລ້ວ ເຊິ່ງມີໄລຍະທາງຍາວ 176,3 ກິໂລແມັດ, ຄາດຄະເນມູນຄ່າການລົງທຶນໃນການກໍ່ສ້າງ ປະມານ 24,126 ຕື້ຢວນ ( 3,8 ຕື້ໂດລາສະຫະລັດ).

ໂຄງການກໍ່ສ້າງດັ່ງກ່າວແມ່ນອີງຕາມຕະຖານການກໍ່ສ້າງທາງດ່ວນທາງຄູ່ແບບໄປກັບທີ່ປະກອບມີ 4 ເລນ, ການອອກແບບຄວາມໄວແມ່ນ 80 ກິໂລແມັດ/ຊົ່ວໂມງ, ຄວາມກວ້າງໜ້າທາງແມ່ນ 21 ແມັດ, ຫຼັງຈາກສຳເລັດໂຄງການກໍ່ສ້າງນີ້ແລ້ວ ຈະໃຊ້ເວລາໃນການເດີນທາງຈາກບໍ່ເຕັນ ຫາ ຫ້ວຍຊາຍພຽງ 1,5 ຊົ່ວໂມງເທົ່ານັ້ນ.

ສຳລັບວັນເວລາໃນການກໍ່ສ້າງຕົວຈິງ ພ້ອມກຳນົດການເປີດນຳໃຊ້ເສັ້ນທາງດ່ວນແຫ່ງໃໝ່ນີ້, ທີມງານລາວໂພສຈະນຳສະເໜີຕື່ມສະບັບໜ້າ.

 

ບົດຄວາມຫຼ້າສຸດ

ປັດຈຸບັນ ໄດ້ຈັດຕັ້ງປະຕິບັດໜ້າວຽກໃນ 4 ຕົວເມືອງຂອງໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ.

ທ່ານ ປອ ພອນປະເສີດ ອິນທະສອນ ປະທານ ບໍລິສັດ ສາມເອສ໌ ພັດທະນາ ຈໍາກັດ ຕ່າງໜ້າກຸ່ມບໍລິສັດ ພັດທະນາກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງ ຈາກເມືອງປາກຊັນ...

ສອງຝ່າຍກໍໄດ້ຕີລາຄາສູງກ່ຽວກັບການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ການພົບປະຄັ້ງນີ້, ສອງຝ່າຍກໍໄດ້ຕີລາຄາສູງກ່ຽວກັບການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຫຼາຍວຽກງານ ໃນໄລຍະຜ່ານມາ ກ່ຽວກັບວຽກງານຂະແໜງການສຶກສາ ແລະ ກິລາ ໂດຍສະເພາະ ທາງລັດຖະບານ ສປປ ລາວ ສະເໜີໃຫ້ລັດຖະບານ...

ເຊື່ອງນໍແຮດໃນຮູບປັ້ນ ເຈົ້າໜ້າທີ່ກວດຍຶດຊິ້ນສ່ວນສັດປ່າຫວງຫ້າມ ພົບຊິ້ນສວ່ນຄ່າຍຄືນໍແຮດ ຈໍານວນ 4 ອັນ ນໍ້າໜັກ 10 ກິໂລກຣາມ ຢູ່ສະໜາມບິນສາກົນວັດໄຕ.

ໃນວັນທີ 15 ພຶດສະພາ 2026 ທີ່ຜ່ານມາ, ຄະນະເຈົ້າໜ້າທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ມີ : ເຈົ້າໜ້າທີ່ພາສີ , ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ...

ຟ້າຜ່າ ເລື່ອງໃກ້ຕົວທີ່ຫຼາຍຄົນເບິ່ງຂ້າມ

ໃນໄລຍະຊ່ວງຍາມຝົນແບບນີ້ ຫຼີກລ່ຽງບໍ່ໄດ້ທີ່ເຮົາຈະພົບກັບສະພາບຝົນຕົກ ຟ້າເຫຼື້ອມ ຟ້າຜ່າ, ໂດຍສະເພາະ ຟ້າຜ່າ ເປັນໜຶ່ງໃນເຫດການທຳມະຊາດທີ່ສ້າງຄວາມສູນເສຍແກ່ຊີວິດ ແລະ ຊັບສິນ, ບາງຄົນກໍອາດຈະບໍ່ຮູ້ ຫຼື ບາງຄົນກໍຮູ້ແລ້ວ ແຕ່ກໍອາດຈະປະໝາດ ແລະ...