Homeຂ່າວຕ່າງປະເທດຕໍາຫຼວດປັບໄໝຮອງນາຍົກລັດຖະມົນຕີອົດສະຕາຕຣາລີ ຍ້ອນບໍ່ສວມໃສ່ໜ້າກາກອະນາໄມ

ຕໍາຫຼວດປັບໄໝຮອງນາຍົກລັດຖະມົນຕີອົດສະຕາຕຣາລີ ຍ້ອນບໍ່ສວມໃສ່ໜ້າກາກອະນາໄມ

Published on

ວັນທີ 29 ມິຖຸນາ 2021 ທີ່ຜານມາ Barnaby Joyce (ບານາບີ ຈອຍສ) ຮອງນາຍົກລັດຖະມົນຕີອົດສະຕຣາລີຖືກເຈົ້າໜ້າທີ່ຕໍາຫຼວດປັບໃໝ ເນື່ອງຈາກບໍ່ສວມໃສ່ໜ້າກາກອະນາໄມທີ່ສະຖານນີບໍລິການນໍ້າມັນ ເຊິ່ງເປັນການລະມີດຄໍາສັ່ງການປ້ອງກັນພະຍາດໂຄວິດ-19, ນັບເປັນບຸກຄົນທີ່ມີອໍານາດສູງສຸດທີ່ຖືກລົງໂທດ ຍ້ອນບໍ່ປະຕິບັດຕາມມາດຕະການທີ່ວາງອອກ.

ເຈົ້າໜ້າທີ່ຕໍາຫຼວດຂອງລັດ ນິວຊາວເວລ (New South Wales) ກ່າວໃນຖະແຫຼງການວ່າ ປະຊາຊົນໄດ້ພົບເຫັນ ບານາບີ ຈອຍສ ໃນມື້ວານນີ້ໂດຍບໍ່ສວມໃສ່ໜ້າກາກອະນາໄມລະຫວ່າງທີ່ເຂົາໄປຈ່າຍເງິນຄ່ານໍ້າມັນໃນເຂດເລືອກຕັ້ງຂອງເຂົາທີ່ຢູ່ຫ່າງຈາກນະຄອນ ຊິດນີ້ (Sydney) ປະມານ 500 ກິໂລແມັດ. ຫຼັ້ງຈາກນັ້ນ, ມີຜູ້ເຫັນເຫດການ ໂທໄປແຈ້ງກັບສາຍດ່ວນສຸກເສີນ ແລະ ເຈົ້າໜ້າທີ່ໄດ້ໄປທີ່ຈຸດເກີດເຫດ ແລະ ຈາກການສອບສວນພົບວ່າ ມີຊາຍໄວ 54 ປີ ບໍ່ສວມໃສ່ໜ້າກາກອະນາໄມຂະນະຢູ່ໃນປໍ້ານໍ້າມັນ, ເຈົ້າໜ້າທີ່ຕໍາຫຼວດບໍ່ໄດ້ເປີດເຜີຍຜູ້ກະທໍາຜິດວ່າແມ່ນໃຜ, ແຕ່ລາຍງານວ່າ ບານາບີ ຈອຍສ ໄດ້ຖືກປັບເງິນເປັນຈໍານວນ 200 ດອນລ້າສະຫະລັດ ຫຼື ປະມານ 2,100,000 ກີບ (ສອງລ້ານໜຶ່ງແສນກີບ) ຖານລະມີດຄໍາສັ່ງດ້ານສາທາລະນະສຸກດ້ວຍການບໍ່ສວມໃສ່ໜ້າກາກອະນາໄມ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...