spot_img
Homeຂ່າວຕ່າງປະເທດຊິວກ່ອນນີ້ມີອີກບໍ່ !! ຊາຍໜຸ່ມຖືກໂຈນປຸ້ນ ແຕ່ນັ່ງກິນຂາໄກ່ແບບຊິວໆ !!

ຊິວກ່ອນນີ້ມີອີກບໍ່ !! ຊາຍໜຸ່ມຖືກໂຈນປຸ້ນ ແຕ່ນັ່ງກິນຂາໄກ່ແບບຊິວໆ !!

Published on

ກາຍເປັນກະແສທົ່ວໂລກອອນລາຍ ເມື່ອມີການເຜີຍແຜ່ວິດີໂອຈາກກ້ອງວົງຈອນປິດທີ່ບັນທຶກເຫດການໂຈນໄດ້ເຂົ້າໄປກໍເຫດຊິງຊັບໃນຮ້ານອາຫານແຫ່ງໜຶ່ງ ເຊິ່ງແນ່ນອນວ່າມັນສ້າງຄວາມຢ້ານກົວໃຫ້ກັບຜູ້ຄົນເປັນຈໍານວນຫຼາຍ ແຕ່ວ່າມີຊາຍໜຸ່ມຄົນໜຶ່ງທີ່ບໍ່ສົນໃຈຫຍັງເລີຍ ນັ່ງກິນອາຫານຢ່າງດຽວ.

ເຊິ່ງໃນຄິບວິດີໂອສະແດງໃຫ້ເຫັນຕອນທີ່ໂຈນຍ່າງເຂົ້າມາໃນຮ້ານອາຫານ ຈາກນັ້ນກໍສົ່ງສຽງຮ້ອງເພື່ອໃຫ້ຄົນທີ່ຢູ່ໃນຮ້ານສົ່ງສິ່ງຂອງທີ່ມີຄ່າໃຫ້ກັບຕົນເອງ ພ້ອມກັບຍົກປືນຂື້ນມາຂູ່ເຮັດໃຫ້ຜູ້ຄົນທີ່ຢູ່ໃນຮ້ານຕ່າງກໍພາກັນຢ້ານກົວ ແຕ່ວ່າມີຊາຍໜຸ່ມຄົນໜຶ່ງທີ່ມີທ່າທາງບໍ່ຢ້ານກົວ ແລະ ຍັງນັ່ງກິນຂາໄກ່ແບບຊິວໆ ເຖິງວ່າໂຈນຈະເອົາປືນມາຂູ່ຫຼາຍຄັ້ງກໍຕາມ ຫຼັງຈາກນັ້ນຊາຍໜຸ່ມຄົນດັ່ງກ່າວກໍໄດ້ຈົກເອົາໂທລະສັບທີ່ຢູ່ໃນຖົງໂສ້ງອອກມາໃຫ້ກັບໂຈນດ້ວຍທ່າທາງຄືບໍ່ມີຫຍັງເກີດຂື້ນ ເມື່ອໂຈນຄົນດັ່ງກ່າວໄດ້ສິ່ງຂອງມີຄ່າແລ້ວກໍຫຼົບໜີໄປ ສ່ວນຊາຍໜຸ່ມຄົນນັ້ນກໍຍັງຄົງນັ່ງກິນໄກ່ຕໍ່ໄປ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...