Homeຮູບເງົາ“ບໍ່ມີວັນຈາກ” ຮູບເງົາລາວທີ່ຈະເຂົ້າສາຍໃນອາເມລິກາ ປີ 2022 ນີ້!!

“ບໍ່ມີວັນຈາກ” ຮູບເງົາລາວທີ່ຈະເຂົ້າສາຍໃນອາເມລິກາ ປີ 2022 ນີ້!!

Published on

ຮູບເງົາເລື່ອງ “ບໍ່ມີວັນຈາກ” ຂອງຜູ້ກໍາກັບ ແມັດຕີ້ ໂດ ເປັນຮູບເງົາຂອງລາວທີ່ໄດ້ຖືກຊື້ລິຂະສິດເຂົ້າສາຍໃນສະຫະລັດອາເມລິກາເປັນທີ່ຮຽບຮ້ອຍແລ້ວ ໂດຍມີກໍານົດເຂົ້າສາຍໃນປີ 2022 ນີ້. ຖືໄດ້ວ່າເປັນຄວາມພາກພູມໃຈອີກຢ່າງໜຶ່ງທີ່ຮູບເງົາຂອງລາວສາມາດດັງໄປໄກເຖິງຕ່າງປະເທດ ແລະ ເຮັດໃຫ້ຕ່າງປະເທດໄດ້ຮັບຮູ້ເຖິງວັດທະນາທໍາຂອງປະເທດລາວຫຼາຍຂື້ນ.

ຮູບເງົາເລື່ອງ “ບໍ່ມີວັນຈາກ” ເປັນຮູບເງົາລາວເລື່ອງທຳອິດ ທີ່ຄວ້າໄດ້ຫຼາຍລາງວັນຈາກຝີມືການກຳກັບ ໂດຍຜູ້ກຳກັບຍິງຄົນທຳອິດ ທີ່ມີເຊື້ອສາຍລາວ ນັ້ນກໍ່ຄື ແມັດຕີ້ ໂດ ແລະ ໄດ້ເປີດໂຕ ໃນຮອບສື່ມວນຊົນ ໃນວັນຈັນ ທີ 8 ກຸມພາ 2021 ທີ່ຜ່ານມາ ແລະ   ຮູບເງົາເລື່ອງນີ້ ຜະລິດໂດຍບໍລິສັດ ລາວອາດມີເດຍ (Lao Art Media) ຮ່ວມກັບ ສຄຣີນ ດິວິເຊິນ (Screen Division) ຈາກປະເທດສະເປນ ແລະ ບໍລິສັດໂປດັກຊັ່ນຂອງສິງກະໂປ ອີກດ້ວຍ. ຮູບເງົາ “ບໍ່ມີວັນຈາກ” ເປັນຮູບເງົາເລື່ອງທໍາອິດໃນປະຫວັດສາດຂອງວົງການໜັງລາວທີ່ໄດ້ເຂົ້າສາຍໃນຮອບປະຖົມມະເລີກ ໃນເທດສະການຮູບເງົາໃຫຍ່ໆ ທີ່ໂດ່ງດັງ ໃນຫຼາຍແຫ່ງທົ່ວໂລກມາແລ້ວ.

“ບໍ່ມີວັນຈາກ” ໄດ້ຮັບການເຂົ້າສາຍໃນງານເທດສະການຮູບເງົາ ຊັ້ນນຳຂອງໂລກ ເຊັ່ນ: ເທສະການຮູບເງົາສາກົນເວນິສ, ໂທຣອນໂຕ (TIFF), ບູຊານ, ໂກເທບອກ, ເທສະການຮູບເງົາສາກົນຣັອດເຕີອະດັມ, ເທສະການຮູບເງົາສາກົນໂຕກຽວ, ເທສະການຮູບເງົາສາກົນວໍຣ໌ຊໍ, FIFF Namur, ແລະ ເທສະການຮູບເງົາຊິດຈັສ.

ສຳລັບເນື້ອໃນຂອງຮູບເງົາເລື່ອງນີ້ ແມ່ນເວົ້າເຖິງຄວາມດີ້ນຮົນຕໍ່ສູ້ຂອງຊາຍໄວຊະລາຄົນຜູ້ໜຶ່ງທີ່ອາໄສຢູ່ໃນເຂດຊົນນະບົດ ໃນຂະນະທີ່ລາວຕ້ອງໄດ້ປະເຊີນໜ້າກັບຄວາມເຈັບປວດເສຍໃຈ ແລະ ຄວາມບອບຊໍ້າທາງຈິດໃຈຈາກການສູນເສຍແມ່ຕັ້ງແຕ່ຕອນຍັງນ້ອຍ. ເມື່ອລາວໄດ້ຄົ້ນພົບວ່າຕົນຍັງມີໂອກາດທີ່ຈະເດີນທາງຍ້ອນເວລາໄດ້ ເພື່ອຈະໄດ້ກັບໄປທົບທວນຕົນເອງໃນສະໄໝທີ່ຍັງເປັນເດັກນ້ອຍຄືນອີກຄັ້ງ, ລາວໄດ້ພະຍາຍາມປັບປ່ຽນເສັ້ນເວລາ, ທັງພະຍາຍາມປ່ຽນແປງຊີວິດໄວເດັກ ກັບໄວປັດຈຸບັນຂອງຕົນເອງ ເພື່ອໃຫ້ເປັນຕາມສິ່ງທີ່ຫວັງໄວ້ ແຕ່ມັນກໍ່ຍິ່ງແປງໄປໃນຮູບແບບທີ່ບໍ່ຄາດຝັນມາກ່ອນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...