Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທໄດ້ເຂົ້າຈັບກຸມຊາຍຄົນລາວໃນຂໍ້ຫາທໍາຮ້າຍຄົນອື່ນຈົນເສຍຊີວິດ !!

ເຈົ້າໜ້າທີ່ໄທໄດ້ເຂົ້າຈັບກຸມຊາຍຄົນລາວໃນຂໍ້ຫາທໍາຮ້າຍຄົນອື່ນຈົນເສຍຊີວິດ !!

Published on

ໃນວັນທີ 19 ມິຖຸນາ 2021 ທາງເຈົ້າໜ້າທີ່ໄທໄດ້ເຂົ້າຈັບກຸມ ທ້າວ ສອນ ສິລະວັນດີ ອາຍຸ 38 ປີ ສັນຊາດລາວ ແລະ ເດັກນ້ອຍຜູ້ຍິງ ອາຍຸ 13 ປີ ສັນຊາດໄທ ໃນຂໍ້ຫາຮ່ວມກັນກະທໍາຄວາມຜິດໂດຍຮ່ວມກັນທໍາຮ້າຍຮ່າງກາຍຄົນອື່ນຈົນເຖິງແກ່ຄວາມຕາຍ ເຊິ່ງເຂົ້າຈັບກຸມໄດ້ທີ່ ແຂວງບາງຊັນ ເຂດຄອງສາມວາ, ກຸງເທບມະຫານະຄອນ.

ຫຼັງຈາກທີ່ຕໍາຫຼວດໄດ້ເຂົ້າກວດສອບທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ ຊື່ວ່າ ທ້າວ ຈີດ ຂຸນສັນເທັຍ ອາຍຸ 49 ປີ ໃນສະພາບນອນຫງາຍ, ໜ້າເອິກມີຮອຍຊໍ້າ ທາງເຈົ້າໜ້າທີ່ຈຶ່ງໄດ້ເກັບລວບລວມຫຼັກຖານຢູ່ບ່ອນເກີດເຫດ ແລະ ນໍາສົບຂອງຜູ້ເສຍຊີວິດໄປຊັນນະສູດເຖິງສາເຫດຂອງການເສຍຊີວິດ.

ເຈົ້າໜ້າທີ່ໄດ້ເຂົ້າສືບສວນກັບເດັກນ້ອຍຜູ້ຍິງຄົນດັ່ງກ່າວໂດຍໃຫ້ເຫດຜົນວ່າ: ຊາຍຜູ້ທີ່ເສຍຊີວິດຄົນດັ່ງກ່າວນັ້ນໄດ້ລັກປີນເຂົ້າຫ້ອງພັກຂອງຕົນເອງ ແລະ ໄດ້ຄົ້ນເຄື່ອງຂອງຕ່າງໆ ພ້ອມທັງລັກໂທລະສັບຂອງຕົນອອກໄປ ເດັກນ້ອຍຄົນດັ່ງກ່າວຈຶ່ງໄດ້ພະຍາຍາມຊອກຫາຈົນສາມາດພົບໂຕຈຶ່ງໄດ້ລົງມືທໍາຮ້າຍຮ່າງກາຍຈົນສະລົບ ແລະ ຊາຍຊາວລາວກໍໄດ້ເຂົ້າມາທໍາຮ້າຍອີກຄັ້ງກ່ອນທີ່ຈະໜີໄປ ແລະ ໃນຕອນນີ້ທາງເຈົ້າໜ້າທີ່ໄທກໍກໍາລັງລວບລວມຫຼັກຖານເພື່ອດໍາເນີນຄດີກັບທັງສອງຄົນຕາມກົດໝາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...