Homeຂ່າວຕ່າງປະເທດເປີດສາກໂຈມຕີອີກຄັ້ງ! ສຳລັບອິດສະລາແອນ ແລະ ປາແລັດສະຕິນ

ເປີດສາກໂຈມຕີອີກຄັ້ງ! ສຳລັບອິດສະລາແອນ ແລະ ປາແລັດສະຕິນ

Published on

ກອງທັບອິດສະລາແອນ ເປີດສາກໂຈມຕີທາງອາກາດກຸ່ມຮາມາດ ໃນເຂດສະນວນກາຊາ ໂດຍບອກວ່າເປັນການຕອບໂຕ້ ທີ່ທາງປາແລັດສະຕິນ ໄດ້ປ່ອຍປຸມເປົ້າໄຟ ທີ່ເປັນຕົ້ນເຫດໃຫ້ເກີດໄຟໄໝ້ຫຼາຍຈຸດ ໃນພື້ນທີ່ຂອງອິດສະລາແອນ.

ມີລາຍງານ ໄດ້ຍິນສຽງລະເບີດດັງມາຈາກ ໃນເມືອງກາຊາຕອນຊ່ວງເຊົ້າມືດ ຂອງວັນທີ 16 ມິຖຸນາ 2021 ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ຖືເປັນການປະທະກັນຄັ້ງໃຫຍ່ນັບຕັ້ງແຕ່ 2 ຝ່າຍ ບັນລຸຂໍ້ຕົກລົງຢຸດຍິງໃສ່ກັນ ເມື່ອວັນທີ 21 ພຶດສະພາ ທີ່ຜ່ານມາ, ຫຼັງຈາກການສູ້ຣົບກັນຢ່າງຕໍ່ເນື່ອງ ຍາວນານຈົນຮອດ 11 ມື້ ໃນຊ່ວງຕົ້ນເດືອນ ພຶດສະພາ.

ເຫດການນີ້ ຍັງເປັນການປະທະກັນຄັ້ງທຳອິດ ນັບແຕ່ ທ່ານ ເບນຈາມິນ ເນທັນຍາຮູ ອອກຈາກຕຳແໜ່ງນາຍົກລັດຖະມົນຕີ ແລະ ລັດຖະບານປະສົມໃໝ່ທີ່ນຳພາໂດຍ ທ່ານ ນາຕາລີ ເບນເນັດ ເຂົ້າຮັບຕຳແໜ່ງ ເມື່ອອາທິດທີ່ຜ່ານມາ. ໜ່ວຍດັບເພີງ ຂອງອິດສະລາແອນລາຍງານວ່າ: ປຸມເປົ້າໄຟ ຖືກປ່ອຍມາຈາກທາງເຂດສະນວນກາຊາ ເຂົ້າມາທາງອິດສະລາແອນ ເມື່ອວັນທີ 15 ມິຖຸນາ 2021 ເຮັດໃຫ້ມີໄຟໄໝ້ 20 ບ່ອນ ໃນພື້ນທີ່ກະສິກຳ ທາງພາກໃຕ້ ຂອງອິດສະລາແອນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...