Homeຊີວິດແລະຄວາມຮັກຈຸດຕ່າງຂອງຂໍທານກັບເສດຖີ

ຈຸດຕ່າງຂອງຂໍທານກັບເສດຖີ

Published on

          ແຕ່ກີ້ແຕ່ກ່ອນ ໃນປະເທດອິນເດຍ ມີເສດຖີຜູ້ໜຶ່ງສັງເກດເຫັນວ່າມີຄົນຂໍທານ ມາຢືນຢູ່ໃກ້ໆ ກັບປະຕູເຂົ້າເຮືອນຂອງຕົນເອງຢູ່ເລື້ອຍໆ ແຕ່ກໍທຳທ່າເປັນເບິ່ງບໍ່ເຫັນແດ່ ບໍ່ສົນໃຈແດ່ ຈົນຂໍທານເຫັນວ່າເຖິງເວລາຕ້ອງຍ້າຍໄປບ່ອນອື່ນ ເພາະເສດຖີຜູ້ນີ້ຊ່າງບໍ່ມີນ້ຳໃຈແບ່ງປັນເລີຍ.

ເວລາຜ່ານໄປເສດຖີຜູ້ນີ້ຮູ້ສຶກໂລ່ງໃຈ ທີ່ຂໍທານຫາຍໄປແລ້ວ ແຕ່ແລ້ວກໍຕ້ອງແປກໃຈ ເມື່ອຢູ່ໆ ຂໍຄົນຄົນເກົ່າກໍເກັບມາອີກ ແຖມມາຢູ່ຕິດກັບໜ້າປະຕູເຮືອນ ແຕ່ກໍຍັງຄົງເຮັດຄືບໍ່ສົນໃຈ.

ຈົນມາຮອດມື້ໜຶ່ງຄົນຂໍທານຮ້ອງເພງສຽງດັງໆ ເພື່ອສ້າງຄວາມສົນໃຈຈາກເສດຖີ ຝ່າຍເສດຖີຜູ້ນີ້ຮູ້ສຶກລຳຄານໃນສຽງເພງນັ້ນຫຼາຍ ຈົນອົດທົນບໍ່ໄດ້ ຕ້ອງເຂົ້າໄປໃນເຮືອນຫາເງິນມາໃຫ້ 1 ຖົງ ເພື່ອໃຫ້ຂໍທານເຊົາຮ້ອງເພງ.

ຝ່າຍຂໍທານຫຼັງຈາກທີ່ຮັບເງິນຖົງນັ້ນມາແລ້ວເຂົາຮູ້ສຶກດີໃຈຫຼາຍກໍຟ້າວອອກຈາກເຮືອນເສດຖີໄປໃນຕອນທຳອິດ ແຕ່ແລ້ວຕໍ່ມາເຂົາເລິ່ມຮູ້ສຶກວິຕົກກັງວົນແລະຫວງແຫນຖົງເງິນນັ້ນຫຼາຍ ຄັນເຖິງເວລານອນກໍນອນຢ່າງກະວົນກະວາຍເພາະຢ້ານວ່າຈະມີຄົນມາລັກຖົງເງິນນັ້ນໄປ ຍິ່ງດົນຍິ່ງມີອາການຫວາດລະແວງ ຈົນຫາຄວາມສຸກບໍ່ໄດ້.

ຈາກທີ່ເຄີຍຍ່າງໄປຮ້ອງເພງອິ່ນອ້ອຍໄປ, ທັກທາຍຜູ້ອື່ນດ້ວຍຮອຍຍິ້ມປົນສຽງຫົວ ກັບກາຍມາເປັນຄົນເຄັ່ງຂຶມ, ຍິ້ມຍາກ, ຍ່າງກອດເອິກຢ່າງລະມັດລະວັງເພາະຢ້ານວ່າຖົງເງິນຈະຕົກເຮ່ຍ ຈົນທ້າຍທີ່ສຸດຄົນຂໍທານຜູ້ນີ້ອົດທົນບໍ່ໄດ້ ຕ້ອງເອົາຖົງເງິນນັ້ນໄປສົ່ງຄືນໃຫ້ກັບເສດຖີ.

ເສດຖີເມື່ອພົບກັບເຫດການຄືແນວນີ້ກໍເກີດອາການ ງຶດງົງ ແລະບໍ່ເຂົ້າໃຈຄົນຂໍທານເລີຍ ຈຶ່ງເອີ່ຍປາກຖາມວ່າ “ເປັນຫຍັງເຈົ້າຈຶ່ງເອົາເງິນນີ້ມາສົ່ງຄືນໃຫ້ຂ້ອຍ ເມື່ອຂ້ອຍໄດ້ໃຫ້ເຈົ້າໄປແລ້ວ?”.

ຂໍທານຕອບໄປວ່າ “ຂ້ານ້ອຍບໍ່ສົມຄວນເປັນເຈົ້າຂອງເງິນຖົງນີ້ ເພາະມັນບໍ່ໄດ້ເຮັດໃຫ້ຂ້ານ້ອຍມີຄວາມສຸກເລີຍ”.

“ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງເປັນແນວນັ້ນ?” ທ່ານເສດຖີກ່າວ

ຄົນຂໍທານຕອບວ່າ  “ມັນເຮັດໃຫ້ຂ້ານ້ອຍມີຄວາມທຸກຫຼາຍ ບໍ່ວ່າຍາມຫຼັບຫຼືຍາມຕື່ນ ເພາະຂ້ານ້ອຍຢ້ານວ່າຈະມີຄົນມາລັກເອົາມັນໄປ”.

ຝ່າຍເສດຖີໄດ້ຟັງແນວນັ້ນຈຶ່ງຄົ້ນຄິດຢູ່ບຶດໜຶ່ງແລະກ່າວຂຶ້ນວ່າ “ຂ້ອຍຄິດວ່າເຈົ້າຈະມີຄວາມສຸກກັບການໃຊ້ເງິນນັ້ນເສຍອີກ…”

ຂໍທານຕອບກັບໄປວ່າ “ມັນບໍ່ເປັນແນວນັ້ນເລີຍທ່ານເສດຖີ ເພາະປົກກະຕິຊີວິດຂໍທານຂອງຂ້ານ້ອຍ ບໍ່ຄ່ອຍໄດ້ໃຊ້ເງິນ ເຖິງແມ່ນຂ້ານ້ອຍຈະທຸກຍາກ ຄ່ຳບ່ອນໃດນອນບ່ອນນັ້ນ ແຕ່ຂ້ານ້ອຍກໍມີຄວາມສຸກດີ…”

ເສດຖີງຶກຫົວເຂົ້າໃຈ ແລະຈຳເປັນຕ້ອງຮັບເອົາເງິນ ຄືນຈາກຄົນຂໍທານຕາມທີ່ຂໍທານປະສົງ ຫຼັງຈາກນັ້ນມາເສດຖີຜູ້ນີ້ກໍເຂົ້າໃຈຫຼາຍຂຶ້ນວ່າ ເຄື່ອງຂອງແນວໜຶ່ງອາດຈະມີຄຸນຄ່າແລະເໝາະສົມກັບບາງຄົນເທ່ົານັ້ນ ແຕ່ຫາກວ່າເຄື່ອງຂອງບາງຢ່າງ ທີ່ບາງຄົນເຂົ້າໃຈວ່າລ້ຳຄ່າທີ່ສຸດສຳລັບເຂົາ ແຕ່ກໍບໍ່ມີປະໂຫຍດອັນໃດກັບອີກຄົນໜຶ່ງ…

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...