Homeຂ່າວຕ່າງປະເທດນາຍົກໄທປະກາດກຽມເປີດປະເທດອີກຄັ້ງ ໃນອີກ 120 ມື້ຂ້າງໜ້າ !!

ນາຍົກໄທປະກາດກຽມເປີດປະເທດອີກຄັ້ງ ໃນອີກ 120 ມື້ຂ້າງໜ້າ !!

Published on

ທ່ານ ພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງປະເທດໄທໄດ້ຖະແຫຼງການວ່າ: ມີຕັ້ງເປົ້າກຽມພ້ອມເພື່ອເປີດປະເທດອີກຄັ້ງພາຍໃນເວລາ 120 ມື້ ເຖິງວ່າປະຊາຊົນຈະສັກວັກຊີນປ້ອງກັນໂຄວິດ-19 ບໍ່ຄົບສອງເຂັມກໍຕາມ ເນື່ອງຈາກເພື່ອໃຫ້ປະຊາຊົນໄດ້ທໍາມາຫາກິນ ແລະ ຕ້ອງຍອມຮັບຄວາມສ່ຽງຮ່ວມກັນ ແລະ ໃນຂະນະນີ້ກໍຈະເລັ່ງສັກວັກຊີນເຂັມທໍາອິດໃຫ້ກັບປະຊາຊົນໃຫ້ໄດ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.

ນອກຈາກນີ້ເປົ້າໝາຍໃນການເປີດປະເທດສ່ວນໃຫຍ່ຈະເປັນເມືອງທີ່ມີສະຖານທີ່ທ່ອງທ່ຽວສໍາຄັນ ແລະ ມີຄວາມພ້ອມທີ່ຈະເປີດ ສ່ວນນັກທ່ອງທ່ຽວທີ່ສັກວັກຊີນຄົບສອງເຂັມແລ້ວສາມາດເດີນທາງເຂົ້າປະເທດໄທໄດ້ໂດຍບໍ່ຕ້ອງກັກໂຕ ແລະ ບໍ່ຕ້ອງມີເງື່ອນໄຂຂໍ້ຫ້າມທີ່ສ້າງຄວາມຍາກລໍາບາກໃນການເດີນທາງ. ສ່ວນສະຖານທີ່ເຮັດວຽກ ແລະ ທຸລະກິດຮ້ານຄ້າຕ່າງໆສາມາດເປີດໄດ້ຕາມປົກກະຕິ ຍົກເວັ້ນຫາກມີສະຖານະການຮ້າຍແຮງໃໝ່ເກີດຂື້ນ ຫຼື ມີຄວາມຈໍາເປັນກໍໃຫ້ມີການພິຈາລະນາເປັນຂັ້ນຕອນໄປ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...