Home​ຂ່າວທ່ອງທ່ຽວຄົ້ນພົບຖໍ້າແຫ່ງໃໝ່ ຢູ່ທີ່ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ

ຄົ້ນພົບຖໍ້າແຫ່ງໃໝ່ ຢູ່ທີ່ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ

Published on

ໃນວັນທີ 11 ມິຖຸນາ 2021 ທີ່ຜ່ານມາ ໄດ້ຄົ້ນພົບຖໍ້າແຫ່ງໃໝ່ ຢູ່ທີ່ແຂວງຄໍາມ່ວນ ໂດຍທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງບ້ານກອງລໍ ໄດ້ເຂົ້າຕິດຕາມເບິ່ງຖໍ້າດັ່ງກ່າວທີ່ຫາກໍຖືກຄົ້ນພົບໃໝ່ ແລະ ຖືໄດ້ວ່າເປັນຖໍ້າທີ່ມີຄວາມງົດງາມເທົ່າກັບຖໍ້າອື່ນໆທີ່ຢູ່ໃນແຂວງຄໍາມ່ວນ.

ເຊິ່ງຖໍ້າດັ່ງກ່າວແມ່ນຕັ້ງຢູ່ທາງດ້ານໃນຂອງຖ້ຳກອງລໍ–ນາຕານ ເມືອງຄູນຄຳ ແຂວງຄຳມ່ວນ ໃຊ້ເວລາຂີ່ເຮືອເຂົ້າ ໄປປະມານ 10 ນາທີ ແລະ ຢູ່ພາຍໃນຂອງຖ້ຳແມ່ນປະກອບໄປດ້ວຍຫີນງອກ, ຫີນຍ້ອຍ ເປັນຮູບຊົງທີ່ມີຄວາມແຕກຕ່າງກັນໄປ ເມື່ອເຮົາເຍືອງໄຟສ່ອງໃສ່ຈະມີເຮັດໃຫ້ຫິນດັ່ງກ່າວເງົາງາມ ແລະ ພາຍໃນຖ້ຳຍັງມີໂຄງກະດູກສັດທີ່ຄ້າຍຄືກັບໂຄງກະດູກງູຍັງຫຼົງເຫຼືອໃຫ້ເຫັນ.

ແຕ່ເຖິງຢ່າງໃດກໍ່ຕາມຖ້ຳດັ່ງກ່າວແມ່ນຖ້ຳທີ່ຫາກໍຄົ້ນພົບໃໝ່ ແລະ ຍັງຢູ່ໃນຂັ້ນຕອນການສຶກສາສຳຫຼວດ ເພື່ອທີ່ຈະພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ຄູ່ກັບຖ້ຳກອງລໍ–ນາຕານ ແລະ ປັດຈຸບັນນີ້ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມໄດ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...