spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງພະບາງ ຂະຫຍາຍເສັ້ນທາງພາຍໃນເທດສະບານ

ນະຄອນຫຼວງພະບາງ ຂະຫຍາຍເສັ້ນທາງພາຍໃນເທດສະບານ

Published on

ອີງຕາມການລາຍງານ ຂອງ ຂປລ ໃຫ້ຮູ້ວ່າ: ເພື່ອສ້າງສິ່ງອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນພາຍ ໃນເທດສະບານນະຄອນຫຼວງພະບາງ ເພາະທີ່ຜ່ານມາ, ຍັງມີເສັ້ນທາງເຂດອ້ອມຮອບເທດສະບານ ມີຄວາມແອອັດ ໃນໄລຍະໂມງໄປການ, ເລີກການ ແລະ ໄລຍະມີງານບຸນ ດັ່ງນັ້ນ, ເທສະບານນະຄອນຫຼວງພະບາງ ຈຶ່ງໄດ້ຂະຫຍາຍເສັ້ນທາງເທສະບານ ເພື່ອອຳນວຍຄວາມສະດວດໃຫ້ແກ່ການສັນຈອນ.

ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດເມື່ອບໍ່ນານມານີ້ວ່າ: ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງ ພາຍໃນເທດສະບານນະ ຄອນຫລວງພະບາງ ແມ່ນໄດ້ນຳສະເໜີກະຊວງ ກ່ອນຈະໄດ້ຮັບການອານຸມັດ ໃນການຈັດຕັ້ງປະຕິບັດໃນປີ 2021 ນີ້.

ໃນນັ້ນ, ມີເສັ້ນທາງນັບແຕ່ ບ້ານ ນາສໍາພັນ ຫາບ້ານຂົວທີໜຶ່ງ ໄລຍະທາງ 1.800 ແມັດ, ໂດຍນຳໃຊ້ງົບປະມານທັງໝົດ 16 ຕື້ກ່ວາກີບ, ໂດຍໄດ້ຂະຫຍາຍຄວາມກວ້າງບາງເຂດຈາກ 7 ແມັດ ເປັນ 14 ແມັດ ແລະ ບາງເຂດ ຈາກ 7 ແມັດ ເປັນ 10-11 ແມັດ. ປັດຈຸບັນໄດ້ສໍາເລັດໜ້າວຽກເປັນສ່ວນໃຫຍ່, ຍັງພຽງວຽກລະອຽດບາງຈຸດ, ສ່ວນເສັ້ນທາງແຕ່ສາມແຍກອານຸສາວະລີ ປະທານໄກສອນ ພົມວິຫານ ຫາ ສົ້ນຂົວນ້ຳດົງ ໄດ້ຂະຫຍາຍໜ້າທາງຈາກ 7 ແມັດ ເປັນ 11-12 ແມັດ ແລະ ຈະມີການກໍ່ສ້າງທາງຍ່າງທັງສອງເບື້ອງ ແຕ່ສາມແຍກອານຸສາວະລີ ປະທານໄກສອນ ພົມວິຫານ ໄປຫາຕະຫລາດໂພສີ.

ນອກນັ້ນ, ແມ່ນຈະມີການຂະຫຍາຍແຕ່ໜ້າທາງ ແລະ ສ້ອມແປງຮ່ອງລະບາຍນ້ຳ, ມູນຄ່າການກໍ່ສ້າງສ້ອມແປງ 6 ຕື້ກ່ວາກີບ, ໂດຍນໍາໃຊ້ກອງທືນທາງ ບ້ວງສ້ອມແປງທາງຫລວງແຫ່ງຊາດ ແລະ ເງິນເກີນແຜນ 40% ຂອງແຂວງ. ປັດຈຸບັນພວມດຳເນີນການກໍ່ສ້າງ, ໂດຍໄດ້ສໍາເລັດການຍົກຍ້າຍສີ່ງກີດຂວາງ ແລະ ພວມດຳເນີນການກໍ່ສ້າງຮ່ອງລະບາຍນ້ຳຂ້າງທາງຢູ່ບາງຈຸດ.

ສຳລັບເສັ້ນທາງແຕ່ສາມແຍກອານຸສາວະລີ ປະທານໄກສອນ ພົມວິຫານ ຫາ ສົ້ນຂົວນ້ຳດົງ ບາງຈຸດອາດຈະດຳເນີນໄປຕາມແຜນການ ແຕ່ບາງຈຸດ ອາດຈະມີການປັບປ່ຽນເລັກນ້ອຍ, ໂດຍສະເພາະແມ່ນຈຸດທີ່ມີເສົາໄຟຟ້າ ເນື່ອງຈາກບໍ່ງົບປະມານໃນການຍົກຍ້າຍເສົາ, ສ່ວນການປະຕິບັດວຽກງານຕົວຈິງຈະໃຫ້ສໍາເລັດຕາມແຜນການພາຍໃນ 5 ເດືອນ.

ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ກ່າວຕື່ມວ່າ: ເມື່ອບໍ່ດົນມານີ້, ຢູ່ແຂວງຫຼວງພະບາງ ໄດ້ມີການສ້າງ ແລະ ສ້ອມແປງເສັ້ນທາງ ແຕ່ສົ້ນຂົວນໍ້າຄານ ເຂດບ້ານ ເມືອງງາ ຫາ ສວນສາທາລະນະລ້ານຊ້າງ ໄລຍະທາງປະມານ 200 ແມັດ, ຂະຫຍາຍຄວາມກວ້າງ ຈາກ 7 ເປັນ 12-14 ແມັດ, ລວມທັງເສັ້ນທາງ 13 ເໜືອ, ໂດຍແມ່ນໂຄງການສ້ອມແປງ ເສັ້ນທາງຫຼວງແຫ່ງຊາດ ເພື່ອເຮັດໃຫ້ການສັນຈອນມີຄວາມສະດວກສະບາຍຂຶ້ນຕື່ມ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...