Homeຂ່າວພາຍ​ໃນສປປ ລາວ ໄດ້ຮັບເລືອກເປັນຮອງ ປະທານສະມັດຊາໃຫຍ່ ສະໄໝທີ 76

ສປປ ລາວ ໄດ້ຮັບເລືອກເປັນຮອງ ປະທານສະມັດຊາໃຫຍ່ ສະໄໝທີ 76

Published on

ໃນຕອນເຊົ້າ ຂອງວັນທີ 7 ມີຖຸນາ 2021, ທີ່ສຳນັກງານໃຫຍ່ອົງການ ສປຊ, ທີ່ນະຄອນນິວຢອກ, ສ. ອາເມລິກາ ໄດ້ມີກອງປະຊຸມແບບເປີດກວ້າງຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 75 ຄັ້ງທີ 72, ພາຍໃຕ້ການເປັນປະທານຂອງທ່ານ ໂວນຄານ ບອສເກີ (Volkan Bozkir), ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 75. ໃນນັ້ນ, ກອງປະຊຸມໄດ້ມີການເລືອກຕັ້ງເອົາປະທານ-ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ເລືອກຕັ້ງເອົາປະທານຂອງ 6 ຄະນະກໍາມະການຫຼັກຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 76.

ໃນການເລືອກຕັ້ງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໄດ້ມີຜູ້ລົງສະຫຼັກສອງທ່ານຄື: ທ່ານ Zalmai Rassoul, ອະດີດລັດຖະມົນຕີການຕ່າງປະເທດ ອັຟການິສຖານ ແລະ ທ່ານ Abdulla Shahid (ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ມາວດິບ) ໂດຍຜ່ານການປ່ອນບັດແບບປິດລັບ. ຜົນການເລືອກຕັ້ງແມ່ນ ທ່ານ Abdulla Shahid ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76. ພ້ອມກັນນັ້ນ, ກໍ່ໄດ້ມີການເລືອກຕັ້ງເອົາຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ຈໍານວນ 21 ປະເທດ ເຊິ່ງເປັນຕົວແທນຈາກແຕ່ລະພາກພື້ນ ບວກກັບສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ໃນນັ້ນ ຈາກພາກພື້ນອາຊີ-ປາຊີຟິກ ມີ 4 ປະເທດໄດ້ຮັບເລືອກຄື: ບັງກະລາເດັດ, ກູເວດ; ສປປ ລາວ ແລະ ຟິລິບປິນ.

ການເຮັດໜ້າທີ່ ຂອງ ປະທານ ແລະ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແມ່ນຈະເລີ່ມຈາກ ເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ເຊິ່ງເປັນໄລຍະທີ່ມີຄວາມໝາຍສໍາຄັນຍິ່ງ ໃນທ່າມກາງ ທີ່ສະພາບແວດລ້ອມສາກົນມີການຜັນແປຢ່າງໄວວາ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະ ແມ່ນການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດ ໂຄວິດ-19, ຂໍ້ຂັດແຍ່ງ ທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ. ການເຮັດຫນ້າທີ່ດັ່ງກ່າວ ຍັງເປັນການສືບຕໍ່ຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີ ສປຊ ໃຫ້ພົ້ນເດັ່ນຍິ່ງຂຶ້ນ ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆ ໃນຂອບສະມັດຊາໃຫຍ່ ສປຊ, ກອງປະຊຸມລະດັບສູງຕ່າງໆ ເປັນຕົ້ນແມ່ນ ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ທີ່ຈະໄຂຂຶ້ນ ໃນເດືອນ ກັນຍາ 2021 ເຊິ່ງຈະມີຜູ້ນຳຂັ້ນປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຂັ້ນສູງຈາກ 193 ປະເທດສະມາຊິກເຂົ້າຮ່ວມ.

ການປະຕິບັດຫນ້າທີ່ດັ່ງກ່າວ ຍິ່ງຈະຕ້ອງໄດ້ເພີ້ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນໃນທ່າມກາງສະພາບທີ່ມີການຜັນແປຕະຫຼອດເວລາ, ຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງ ສະມັດຊາໃຫຍ່ ສປຊ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກ ສປຊ ກ່ຽວກັບ ບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນ ລ່ວງໜ້າໄດ້ ເຊັ່ນ: ການລິເລີ່ມ ແລະ ດໍາເນີນການເຈລະຈາ ບັນດາຮ່າງຖະແຫຼງການ ແລະ ຮ່າງຍັດຕິຕ່າງໆ, ການປຶກສາຫາລື ແລະ ການຈາລະຈາລະຫວ່າງລັດຖະບານ ວ່າດ້ວຍການປະຕິຮູບສະພາຄວາມໝັ້ນຄົງ ສປຊ ປະຈໍາປີ 2022 ແລະ ກອງປະຊຸມຂອງຄະນະກໍາມະການສະເພາະກິດ ວ່າດ້ວຍການປະຕິຮູບສະມັດຊາໃຫຍ່ ສປຊ ປະຈໍາປີ 2022 ແລະ ການເຮັດໜ້າທີ່ສໍາຄັນອື່ນໆ ໂດຍອີງຕາມການມອບໝາຍຂອງ ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76.

ສະມັດຊາໃຫຍ່ ສປຊ ແມ່ນໜຶ່ງໃນ 6 ອົງກອນຫຼັກ ຂອງ ສປຊ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍພາຍໃຕ້ກົດບັດຂອງ ສປຊ ໃນປີ 1945, ມີບົດບາດຕັດສິນ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງໂລກ, ທັງເປັນເວທີໃນການຖະແຫຼງດ້ານນະໂຍບາຍ ຂອງບັນດາ 193 ປະເທດສະມາຊິກ ສປຊ. ຜ່ານມາສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງ ໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ແລ້ວ 1 ຄັ້ງ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄຫມທີ 50, ໃນປີ 1995.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...