Homeນານາສາລະ“ການຄຸກຄາມທາງເພດ” (Sexual Harassment) ແມ່ນຫຍັງ?

“ການຄຸກຄາມທາງເພດ” (Sexual Harassment) ແມ່ນຫຍັງ?

Published on

“ການຄຸກຄາມທາງເພດ” (Sexual Harassment) ໝາຍເຖິງການຄຸກຄາມ ຫຼື ການລ່ວງລະເມີດທາງເພດ. ໃນປັດຈຸບັນແລ້ວ ຄຳວ່າ Sexual Harassment ບໍ່ໄດ້ຈຳກັດພຽງແຕ່ການລ່ວງລະເມີດທາງເພດທາງຮ່າງກາຍເທົ່ານັ້ນ ແຕ່ຍັງລວມໄປເຖິງການຄຸກຄາມທາງເພດທາງຄຳເວົ້າ, ທາງສາຍຕາ ຈົນໄປຮອດການພິມລົງໄປໃນໂລກອິນເຕີເນັດກໍຖືໄດ້ວ່າເປັນການຄຸກຄາມທາງເພດ ຫຼື Sexual Harassment ໄດ້ເຊັ່ນກັນ. ເພາະສະນັ້ນແລ້ວ, ຄວາມໝາຍຂອງການຄຸກຄາມທາງເພດຈຶ່ງຖືໄດ້ວ່າກວ້າງຢູ່ພໍສົມຄວນ ແຕ່ມີຈຸດທີ່ສຳຄັນກໍຄືຜູ້ທີ່ຖືກກະທຳບໍ່ໄດ້ເຕັມໃຈກ່ຽວກັບພຶດຕິກຳດັ່ງກ່າວ.

ພຶດຕິກຳແບບໃດທີ່ເອີ້ນວ່າເປັນການຄຸກຄາມທາງເພດ?

1. ການສໍາຜັດຮ່າງກາຍໂດຍທີ່ອີກຝ່າຍບໍ່ຍິນຍອມ: ເປັນການຄຸກຄາມທາງເພດທີ່ຊັດເຈນທີ່ສຸດ ການລູບຄຳຈັບບາຍອະໄວຍະວະສ່ວນໃດສ່ວນໜຶ່ງ ຫຼື ພຽງແຕ່ຈັບເສັ້ນຜົມຂອງຜູ້ອື່ນ ກໍຖືໄດ້ວ່າເປັນການຄຸກຄາມທາງເພດເຊັ່ນກັນ.

2. ເວົ້າເລື່ອງຕະຫຼົກກ່ຽວກັບເລື່ອງເພດ: ໝາຍເຖິງການເວົ້າລໍ້ລຽນກ່ຽວກັບພຶດຕິກຳທາງເພດຕ່າງໆ ບໍ່ວ່າຈະເປັນການເວົ້າເຖິງບຸກຄົນທີ່ສາມ.

3. ການພິມຂໍ້ຄວາມສຽດສີເທິງໂລກອິນເຕີເນັດ: ກໍເປັນການຄຸກຄາມທາງເພດເຊັ່ນດຽວກັນ ໂດຍມາໃນຮູບແບບການພິມຂໍ້ຄວາມໃນທາງສຽດສີ ຫຼື ການລໍ້ລຽນວິຈານຮູບຮ່າງໜ້າຕາຂອງຄົນອື່ນ ຍັງລວມໄປເຖິງການສົ່ງຮູບພາບຮ່າງກາຍ ຫຼື ອະໄວຍະວະເພດໃຫ້ແກ່ຜູ້ອື່ນ, ເຊີນຊວນໃຫ້ຜູ້ອື່ນສົ່ງຮູບຮ່າງກາຍ ແລະ ອະໄວຍະວະເພດກັບມາເຊັ່ນກັນ ໃນປັດຈຸບັນ ການພິມສຽດສີເທິງໂລກອິນເຕີເນັດຖືໄດ້ວ່າເປັນການຄຸກຄາມທາງເພດທີ່ມາແຮງທີ່ສຸດ.

4. ການຄຸກຄາມໂດຍການໃຊ້ຄຳເວົ້າ: ໝາຍເຖິງ ການໃຊ້ວາຈາໄປໃນທາງຊູ້ສາວຕໍ່ຜູ້ອື່ນ ນອກຈາກນັ້ນແລ້ວ ການວິຈານຮູບຮ່າງຜູ້ອື່ນ ເຊັ່ນ: ຕຸ້ຍ, ຈ່ອຍ, ຂາໃຫຍ່ ຫຼື ຄຳເວົ້າຕ່າງໆທີ່ເຮັດໃຫ້ຜູ້ອື່ນຮູ້ສຶກອັບອາຍຍັງຖືໄດ້ວ່າເປັນການຄຸກຄາມທາງເພດ.

5. ເປີດເຜີຍອະໄວຍະວະໃຫ້ຜູ້ອື່ນເບິ່ງ: ການເປີດເຜີຍອະໄວຍະວະທີ່ບໍ່ຄວນໃຫ້ຜູ້ອື່ນເບິ່ງໂດຍເຈດຕະນາ ເຮັດໃຫ້ຜູ້ອື່ນຮູ້ສຶກຕົກໃຈ ແລະ ອັບອາຍ ກໍຖືໄດ້ວ່າເປັນການຄຸກຄາມທາງເພດໄດ້ເຊັ່ນກັນ ໂດຍປົກກະຕິຜູ້ທີ່ມີພຶດຕິກຳແບບນີ້ແມ່ນຜູ້ທີ່ມີອາການຜິດປົກກະຕິທາງຈິດເປັນຕົ້ນ.

6. ກວນຜູ້ອື່ນໂດຍການແກ້ເຄື່ອງນຸ່ງ: ຂໍ້ນີ້ແມ່ນມັກຈະເຫັນໄດ້ຈາກໝູ່ເພື່ອນດ້ວຍກັນເອງທີ່ມັກກວນຜູ້ອື່ນດ້ວຍການດຶງໂສ້ງລົງ, ດຶງເສື້ອຂຶ້ນ, ດຶງຂໍເສື້ອຊ້ອນ ຫຼື ບັງຄັບໃຫ້ຜູ້ອື່ນແຕ່ງໂຕທີ່ສ້າງຄວາມອັບອາຍໃຫ້ແກ່ເຂົາເຈົ້າ ກໍຖືໄດ້ວ່າເປັນການຄຸກຄາມທາງເພດເຊັ່ນດຽວກັນ

ເຮົາຈະມີວິທີປົກປ້ອງຕົນເອງແນວໃດຖ້າພົບກັບເຫດການແບບນີ້? ເພາະເຮົາທຸກຄົນມີໂອກາດຕົກເປັນເຫຍື່ອຂອງການຄຸກຄາມທາງເພດໄດ້ທຸກຄົນ ແລະ ທຸກໄວ, ເຊິ່ງມັນບໍ່ແມ່ນເລື່ອງນ້ອຍເລີຍ ຖ້າຫາກເຮົາຕ້ອງຕົກຢູ່ໃນສະຖານະການແບບນັ້ນເຮົາຄວນຮູ້ວິທີປົກປ້ອງຕົນເອງໃຫ້ເໝາະສົມໂດຍການ:

1. ບໍ່ຄວນເມີນເສີຍຕໍ່ການກະທໍາດັ່ງກ່າວ, ຫຼາຍຄັ້ງທີ່ຜູ້ຖືກກະທໍາເມີນເສີຍ ແລະ ເຮັດເປັນບໍ່ສົນໃຈ ແຕ່ໃນຄວາມເປັນຈິງແລ້ວການເມີນເສີຍບໍ່ໄດ້ເຮັດໃຫ້ການຄຸກຄາມທາງເພດຢຸດລົງ

2. ຮ້ອງຮຽນກັບຜູ້ທີ່ມີອໍານາດເຊັ່ນ: ອາຈານ, ເຈົ້ານາຍ(ຫົວໜ້າ), ຕໍາຫຼວດ ຫຼື ອົງກອນຕ່າງໆທີ່ກ່ຽວຂ້ອງ

3. ບໍ່ເມີນເສີຍຕໍ່ຜູ້ທີ່ຖືກກະທໍາ ເພາະການທີ່ເມີນເສີຍກໍປຽບສະເໝືອນວ່າເຈົ້າກໍເປັນໜຶ່ງໃນຜູ້ທີ່ມີສ່ວນຮ່ວມໃນການຄຸກຄາມທາງເພດໄປນຳ

4. ຮຽນຮູ້ທີ່ຈະປະຕິເສດ ແລະ ສະແດງຄວາມຮູ້ສຶກທີ່ບໍ່ພໍໃຈຖ້າຫາກຕົນເອງຕົກຢູ່ໃນສະຖານະການດັ່ງກ່າວ

5. ເຄົາລົບສິດເສລີພາບຂອງຜູ້ອື່ນ ບໍ່ວ່າຈະເປັນ ຮູບຮ່າງ, ໜ້າຕາ ຫຼື ການນຸ່ງຖື

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...