Homeຂ່າວທ້ອງຖິ່ນຈີນເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ

ຈີນເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ

Published on

ສື່ມວນຊົນຂອງຈີນລາຍງານເມື່ອວັນທີ 7 ມິຖຸນາ 2021 ວ່າ ລັດຖະບານຈີນຈະເປັນເຈົ້າພາບຈັດປະຊຸມຮ່ວມກັບລັດຖະມົນຕີຕ່າງໆ 10 ປະເທດ ສະມາຊິກອາຊຽນ ຫຼື  ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໃນວັນອັງຄານທີ 8 ມິຖຸນານີ້, ທີ່ນະຄອນສົງຊິງ ປະເທດຈີນ.

ໂດຍເນື້ອໃນຂອງການເຈລະຈາໄດ້ຄວບຄຸມຫຼາຍຫົວຂໍ້ເຊັ່ນ: ການຟື້ນຟູການທ່ອງທ່ຽວ ແລະ ການແລກປ່ຽນທາງເສດຖະກິດອື່ນໆ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ແລະ ຄວາມພະຍາຍາມຮ່ວມກັນໃນການຕໍ່ສູ້ກັບການແຜ່ລະບາດ ແລະ ການສຶກສາຄວາມເປັນໄປໄດ້ເລື່ອງວັກຊີນພລາສປອດ ເພື່ອໃຫ້ສາມາດເດີນທາງໄປມາລະຫວ່າງກັນໄດ້.

ນອກຈາກນັ້ນ ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຈະພົບເຈລະຈານອກຮອບກັບລັດຖະມົນຕີຂອງແຕ່ລະປະເທດໃນອາຊຽນອີກດ້ວຍ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...