Homeຂ່າວພາຍ​ໃນສປ ຈີນ ປະກາດຊ່ວຍເຫຼືອດ້ານວັກຊີນ ອີກ 500,000 ໂດສ ໃຫ້ແກ່ ສປປ ລາວ

ສປ ຈີນ ປະກາດຊ່ວຍເຫຼືອດ້ານວັກຊີນ ອີກ 500,000 ໂດສ ໃຫ້ແກ່ ສປປ ລາວ

Published on

ອີງຕາມການລາຍງານ ຂອງສະພາແຫ່ງຊາດ, ເມື່ອວັນທີ 28 ພຶດສະພາ 2021 ທີ່ສຳນັກງານສູນກາງພັກ ທີ່ຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ສະຫາຍ ລີ້ ຈ້ານຊູ ກຳມະການຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ເພື່ອໂອ້ລົມແລກປ່ຽນສະພາບການພົ້ນເດັ່ນ ຂອງແຕ່ລະປະເທດ ແລະສະພາບການໃນການຕ້ານ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນຂະນະທີ່ໂອລົມກັນນັ້ນ, ມີບາງຕອນ ທ່ານ ລີ ຈ້ານຊູ ໄດ້ຕາງໜ້າ, ພັກ, ລັດຖະບານຈີນ ປະກາດໃຫ້ການຊ່ວຍເຫຼືອ ຢາວັກຊິນ ຈໍານວນ 500.000 ໂດສ ໃຫ້ແກ່ ສປປ ລາວ ຕື່ມອີກ ເພື່ອຮັບມືກັບພະຍາດໂຄວິດ-19 ໃນປັດຈຸບັນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...