Homeຂ່າວຕ່າງປະເທດພົບໂຄວິດ-19 ສາຍພັນໄທ ທີ່ປະເທດອັງກິດ??

ພົບໂຄວິດ-19 ສາຍພັນໄທ ທີ່ປະເທດອັງກິດ??

Published on

ໃນວັນທີ 27 ພຶດສະພາ 2021 ທີ່ຜ່ານມາ ສໍານັກງານສາທາລະນະສຸກຂອງປະເທດອັງກິດ (Public Health England – PHE) ໄດ້ເປີດເຜີຍວ່າພົບເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກປະເທດໄທ ໂດຍຕັ້ງຊື່ວ່າ VUI-21MAY-02 (C.36.3). ໃນການລາຍງານຍັງໄດ້ລະບຸວ່າໂຄວິດ-19 ສາຍພັນ C.36.3 ນີ້ຖືກພົບຄັ້ງທໍາອິດຢູ່ທີ່ປະເທດໄທໃນນັກເດີນທາງທີ່ມາຈາກເອຢິບ ເຊິ່ງໃນຕອນນີ້ພົບເຫັນຜູ້ຕິດເຊື້ອສາຍພັນດັ່ງກ່າວແລ້ວຈໍານວນ 109 ຄົນ.

ສໍາລັບຄໍາວ່າ VUI ທີ່ເປັນຊື່ຂອງໂຄວິດ-19 ກາຍພັນຊະນິດນີ້ແມ່ນມາຈາກຄໍາສັບທາງວິຊາການຄໍາວ່າ Variant Under Investigation ຫຼື ສາວພັນທີ່ຢູ່ໃນລະຫວ່າງການສືບສວນ. ໃນຂະນະທີ່ຍັງບໍ່ທັນມີຫຼັກຖານບົ່ງຊີ້ວ່າສາຍພັນນີ້ເຮັດໃຫ້ເກີດມີອາການຮຸນແຮງຂື້ນຫຼືບໍ່ ຫຼື ຫຼຸດປະສິດທິພາບຂອງວັກຊີນທີ່ສັກໃນປັດຈຸບັນນີ້ຫຼືບໍ່ ໂດຍກໍາລັງເຮັດການທົດລອງໃນຫ້ອງປະຕິບັດການເພື່ອໃຫ້ເຂົ້າໃຈເຖິງຜົນກະທົບຂອງການກາຍພັນຂອງໂຄວິດ-19 ຊະນິດນີ້.

ສ່ວນທາງດ້ານສູນບໍລິຫານສະຖານະການການແຜ່ລະບາດຂອງໂຣກຕິດເຊື້ອໄວຣັສໂຄໂຣນາຂອງປະເທດໄທໄດ້ຢືນຢັນວ່າຍັງບໍ່ທັນພົບເຊື້ອໂຄວິດ-19 ກາຍພັນໃນປະເທດໄທຕາມສໍານັກຂ່າວຂອງປະເທດອັງກິດໄດ້ລາຍງານ ເຊິ່ງການກວດສອບການກາຍພັນຈະຕ້ອງໄດ້ຮັບການຢືນຢັນຫຼາຍກວ່າ 1 Lab ດັ່ງນັ້ນຂ່າວທີ່ອອກມາຈຶ່ງຕັ້ງຂໍ້ສັງເກດວ່າອາດເປັນພຽງຂໍ້ສົງໃສຂອງທາງອັງກິດເທົ່ານັ້ນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...