Homeຂ່າວຕ່າງປະເທດສິງກະໂປອະນຸມັດໃຫ້ໃຊ້ເຄື່ອງກວດໂຄວິດ-19 ທາງລົມຫາຍໃຈ ຮູ້ຜົນພາຍໃນ 1 ນາທີ !!

ສິງກະໂປອະນຸມັດໃຫ້ໃຊ້ເຄື່ອງກວດໂຄວິດ-19 ທາງລົມຫາຍໃຈ ຮູ້ຜົນພາຍໃນ 1 ນາທີ !!

Published on

ເມື່ອວັນທີ 24 ພຶດສະພາ 2021 ທີ່ຜ່ານມາເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າ: ສໍານັກງານວິທະຍາສາດສຸຂະພາບຂອງປະເທດສິງກະໂປ ໄດ້ອະນຸຍາດໃຫ້ໃຊ້ເຄື່ອງກວດຫາຜູ້ຕິດເຊື້ອໂຄວິດ-19 ຈາກລົມຫາຍໃຈ ເຊິ່ງພັດທະນາຂື້ນຢູ່ພາຍໃນປະເທດເປັນການຊົ່ວຄາວ ແລະ ຖືວ່າເປັນລະບົບການກວດຫາຜູ້ຕິດເຊື້ອໂຄວິດ-19 ດ້ວຍລົມຫາຍໃຈເປັນຄັ້ງທໍາອິດທີ່ໄດ້ອະນຸມັດໃຫ້ນໍາໃຊ້ຊົ່ວຄາວ.

ເຄື່ອງມືດັ່ງກ່າວມີຊື່ວ່າລະບົບທົດສອບຫາເຊື້ອໂຄວິດ-19 ຈາກລົມຫາຍໃຈ ທີ່ພັດທະນາໂດຍບໍລິສັດ ເບຣໂທນິກ ເຊິ່ງເປັນບໍລິສັດ Start up ມາຈາກນັກສຶກສາ ແລະ ນັກວິໄຈຂອງມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ໄດ້ຮັບການສະໜັບສະໜຸນທາງການເງິນຈາກໂຄງການສົ່ງເສີມນະວັດຕະກໍາຂອງມະຫາວິທະຍາໄລ.

ບໍລິສັດ ເບຣໂທນິກ ໄດ້ລະບຸວ່າຈາກການທົດລອງໃນຄົນ ໃນ 3 ສະຖານທີ່ ລະຫວ່າງເດືອນ ມີຖຸນາຂອງປີທີ່ຜ່ານມາ ຈົນມາຮອດເດືອນເມສາຂອງປີນີ້ ຜົນປາກົດວ່າເຄື່ອງມືກວດຫາເຊື້ອໂຄວິດ-19 ດັ່ງກ່າວສາມາດກວດຫາຜູ້ຕິດເຊື້ອໄດ້ເຖິງ 90%  ຫຼັງຈາກທີ່ໄດ້ຮັບອະນຸມັດການນໍາໃຊ້ຊົ່ວຄາວແລ້ວທາງບໍລິສັດຈະຮ່ວມມືກັບກະຊວງສາທາລະນະສຸກນໍາລະບົບໄປຕິດຕັ້ງໄວ້ບໍລິເວນຊາຍແດນທີ່ຕິດກັບປະເທດມາເລເຊຍໂດຍໃຊ້ຄວບຄູ່ກັບລະບົບກວດຫາເຊື້ອໂຄວິດ-19 ແບບໄວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...