Homeຊີວິດແລະຄວາມຮັກເລື້ອຍໆ ຫຼາຍ ຜູ້ຊາຍເບື່ອໄວ

ເລື້ອຍໆ ຫຼາຍ ຜູ້ຊາຍເບື່ອໄວ

Published on

ຕັ້ງແຕ່ຮູ້ຄວາມຄົນມາຜູ້ຂຽນໄດ້ຍິນ ຄຳສອນຂອງຜູ້ໃຫຍ່ຢູ່ເລື້ອຍໆ ໂດຍສະເພາະແມ່ນເພິ່ນສອນຍິງສາວຂຶ້ນໃໝ່ວ່າ ຢ່າຊິງສຸກກ່ອນເຫີ່ມ. ແຕ່ກ່ອນຜູ້ຂຽນກໍເຂົ້າໃຈວ່າມັນເປັນວັດທະນະທຳ ຂອງລາວເຮົາທີ່ຫ້າມມີຫຍັງກັນກ່ອນແຕ່ງງານ ຫຼືໝັ້ນໝາຍເປັນຄູ່ຫົວຜົວເມຍຖືກຕ້ອງ ຕາມຮີດຄອງປະເພນີແລະລະບຽບກົດໝາຍ. ແຕ່ມາຮອດປັດຈຸບັນນີ້ ສັງຄົມກວ້າງຂຶ້ນ ຄວາມຄິດຄວາມອ່ານຂອງເດັກນ້ອຍຍຸກໃໝ່ ປ່ຽນແປງໄປຈາກເດັກນ້ອຍໃນສະໄໝເກົ່າ ເລື່ອງແບບນີ້ຈະສອນຫຼືບໍ່ສອນກໍເປັນ ການຕັດສິນໃຈຂອງເຂົາສອງຄົນໄປແລ້ວ.

ເມື່ອຮີດຄອງປະເພນີບາງປະການຖືກລືມເລືອນ ວັດທະນະທຳແບບໃໝ່ໆ ກໍຄ່ອຍຄືບຄານເຂົ້າມາ ນ້ອຍໜຸ່ມຍິງສາວສ່ວນໜຶ່ງຍັງສືບຕໍ່ ຮັກສາຮີດຄອງປະເພນີອັນດີງາມເອົາໄວ້ ແຕ່ອີກສ່ວນໜຶ່ງບໍ່ໄດ້ສົນໃຈ ກັບຄຳສອນຂອງປູ່ຍ່າຕາຍາຍເລີຍ ນັ້ນຄືເຂົາຊິງສຸກກ່ອນເຫີ່ມ.

ມາຮອດຕອນນີ້ ຜູ້ຂຽນຄິດໄປເອງເຖິງເຫດເຫດຜົນຂອງຄົນ ບູຮານທີ່ຫ້າມລູກຫຼານຊິງສຸກກ່ອນເຫີ່ມ ຄືຄົນບູຮານເຂົ້າໃຈທຳມະຊາດຂອງຜູ້ຍິງ ແລະເຂົ້າໃຈທຳມະຊາດຂອງຜູ້ຊາຍ ທີ່ຂ້ອນຂ້າງຈະແຕກຕ່າງກັນ. ຜູ້ຍິງຖ້າຮັກແທ້ຄ່ອຍຍອມໃຫ້ຄວາມບໍລິສຸດ ເມື່ອໄດ້ມອບຄວາມບໍລິສຸດໃຫ້ໃຜເປັນ ຄົນທຳອິດແລ້ວເຂົາຈະປັກໃຈຈົມຢູ່ກັບ ຊາຍຄົນນັ້ນໄປຕະຫຼອດ ແລະຍິ່ງເພິ່ມທະວີຄວາມຮັກຂຶ້ນໄປອີກ. ໃນຂະນະທີ່ຜູ້ຊາຍສ່ວນຫຼາຍແລ້ວ ເມື່ອໄດ້ຄວາມບໍລິສຸດຈາກຍິງສາວແລ້ວ ຈະພໍໃຈກັບຍິງສາວຄົນນັ້ນທັນທີ ແລ້ວຄ່ອຍເລືອນລາງຈາງຫາຍໄປ.

ແນວໃດກໍຕາມ ມັນກໍບໍ່ໄດ້ໝາຍຄວາມວ່າຈະເປັນ ແບບນັ້ນກັບທຸກໆ ຄົນ ເພາະສາຍສຳພັນຄວາມຮັກບໍ່ແມ່ນ ເລື່ອງເພດເປັນສິ່ງດຽວທີ່ຕັດສິນ. ຜູ້ຊາຍບາງຄົນເມື່ອໄດ້ຄວາມບໍລິສຸດ ຈາກຍິງສາວແລ້ວພັດຍິ່ງຮັກຫຼາຍຂຶ້ນ ເນື່ອງຈາກເຂົາເຈົ້າເຂົ້າໃຈວ່າ ຍິງສາວຄົນນັ້ນຮັກເຂົາແທ້ ແຕ່ກໍຢູ່ເທິງເຫດຜົນທີ່ວ່າຍິງສາວ ເປັນຄົນຮູ້ຜູ້ດີ ເປັນຄົນທີ່ຮູ້ວຽກຢູ່ງານ ແລະຮູ້ຈັກສະຫງວນເລື່ອງເພດເອົາໄວ້ ເພາະຖ້າຖີ່ເກີນໄປ ງ່າຍເກີນໄປ ກໍຂ້ອນຂ້າງຈະແນ່ນອນວ່າ ຈະເກີດຄວາມເບື່ອໜ່າຍຂຶ້ນໄດ້.

ໃນນາມທີ່ຜູ້ຂຽນເປັນຜູ້ຊາຍ ເລີຍຢາກບອກອອກຈາກໃຈຈິງວ່າ ເວລາທີ່ຜູ້ຊາຍບໍ່ທັນໄດ້ ຈະເປັນຫຼືຮັກຫຼອກກໍຕາມ ຜູ້ຊາຍຈະບຸກໜ້າບຶນຕົວເຂົ້າຫາຝ່າຍຍິງ ໂດຍບໍ່ເບິ່ງເຖິງນິໄສໃຈຄໍເລີຍ ແຕ່ພໍເມື່ອເຂົາໄດ້ຄອງໃຈຂອງຍິງສາວແລ້ວ ຄວາມງາມຂອງຍິງສາວຈະຖືກເບິ່ງຂ້າມ ແຕ່ຄວາມໜ້າຮັກຂອງນິໄສໃຈຄໍຕ່າງຫາກ ທີ່ເຮັດໃຫ້ຜູ້ຊາຍສືບສານຄວາມຮັກຕໍ່ໄປ ຈົນເຖິງມື້ຕັດສິນໃຈມາສູ່ຂໍ.

ສະຫຼຸບງ່າຍໆ ກໍຄືວ່າ ເປັນຍິງສາວນີ້ ເລື່ອງເພດຢ່າໃຫ້ເປັນເລື່ອງງ່າຍ ແລະຖ້າຮັກໃຜແທ້ທ່ານຈະຍອມກໍບໍ່ວ່າຫຍັງ ແຕ່ບໍ່ຄວນໃຫ້ເລື້ອຍໆ ເພາະຄວາມເລື້ອຍໆ ນັ້ນເຮັດໃຫ້ຜູ້ຊາຍເບື່ອໄວ ແລະທີ່ສຳຄັນອີກຢ່າງໜຶ່ງນັ້ນແມ່ນນິໄສໃຈຄໍ ມີເຫດມີຜົນ ມີລະບຽບວິໄນ ເຄົາລົບຕົນເອງ ດຸໝັ່ນຂະຫຍັນພຽນ ເປັນຄົນຮູ້ຜູ້ດີນັ້ນລະຄືແມ່ສີເຮືອນ ທີ່ພວກຜູ້ຊາຍໃຝ່ຝັນຫາ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...