ວັກຊີນ 5 ຍີ່ຫໍ້ທີ່ WHO ຍອມຮັບ ສາມາດປ້ອງກັນໂຄວິດ-19 ກາຍພັນໄດ້

ອົງການອະນາໄມໂລກຢືນຢັນວ່າວັກຊີນທີ່ອົງການອະນາໄມໂລກໄດ້ອະນຸມັດໃຫ້ໃຊ້ທັງ 5 ຍີ່ຫໍ້ນັ້ນແມ່ນມີປະສິດທິພາບໃນການປ້ອງກັນໂຄວິດ-19 ທີ່ກາຍພັນໄດ້ ແຕ່ WHO ເອງກໍຍັງສະແດງເຖິງຄວາມເປັນຫ່ວງຕໍ່ກັບການເດີນທາງລະຫວ່າງປະເທດທີ່ຍັງບໍ່ທັນປອດໄພ.

ຜູ້ອໍານວຍການຂອງອົງການອະນາໄມໂລກປະຈໍາເອີຣົບ ຫຼື WHO ໄດ້ສະແດງເຖິງຄວາມເປັນຫ່ວງເຖິງສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງຄົງລະບາດໃນຫຼາຍປະເທດ ທາງອົງການອະນາໄມໂລກເອງຈຶ່ງບໍ່ແນະນໍາໃຫ້ມີການເປີດປະເທດໃຫ້ເດີນທາງ ແລະ ຂໍໃຫ້ປະເທດຕ່າງໆທົບທວນເລື່ອງຂໍ້ຈໍາກັດທີ່ຈະໃຫ້ປະຊາຊົນເດີນທາງອອກນອກປະເທດ ເພາະຈະເປັນການນໍາເຊື້ອໄປແຜ່ກະຈາຍໄດ້ງ່າຍ ແລະ ພ້ອມທັງມີການຢືນຢັນວ່າວັກຊີນປ້ອງກັນໂຄວິດ-19 ທັງ 5 ຍີ່ຫໍ້ເຊິ່ງໄດ້ແກ່: Pfizer, Moderna, AstraZeneca, Johnson & Johnson’s ແລະ Sinopharm ມີປະສິດທິພາບໃນການປ້ອງກັນໂຄວິດ-19 ກາຍພັນຂອງສາຍພັນອິນເດຍ, ສາຍພັນອັງກິດ ແລະ ສາຍພັນອາຟຣິກາໃຕ້ໄດ້.