spot_img
Homeຂ່າວພາຍ​ໃນລາວໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບຮອບຄັດເລືອກການແຂ່ງຂັນບານເຕະຍິງຊີງແຊ້ມອາຊີ

ລາວໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບຮອບຄັດເລືອກການແຂ່ງຂັນບານເຕະຍິງຊີງແຊ້ມອາຊີ

Published on

ອີງຕາມການລາຍງານຂ່າວ ຈາກສະຫະພັນບານເຕະແຫ່ງຊາດລາວໃຫ້ຮູ້ວ່າ ສປປລາວ ໄດ້ຮັບເລືອກໃຫ້ເປັນເຈົ້າພາບການແຂ່ງຂັນບານເຕະຍິງຊີງແຊ້ມອາຊີລຸ້ນອາຍຸບໍ່ເກີນ 20 ປີຮອບຄັດເລືອກເຊິ່ງຈະຈັດຂື້ນໃນລະຫວ່າງວັນທີ 14-22 ສິງຫາ 2021 ສ່ວນການແຂ່ງຂັນບານເຕະຍິງຊີງແຊ້ມອາຊີລຸ້ນອາຍຸບໍ່ເກີນ 17 ປີຈະຈັດຂື້ນໃນລະຫວ່າງວັນທີ 18-26 ກັນຍາ 2021 ການແຂ່ງຂັນທັງສອງລາຍການຈະມີການຈັບສະຫຼາກແບ່ງກຸ່ມໃນທ້າຍເດືອນນີ້

ການແຂ່ງຂັນລາຍການດັ່ງກ່າວແມ່ນມີທັງຫມົດ 31 ປະເທດເຂົ້າຮ່ວມການແຂ່ງຂັນໂດຍໂດຍແບ່ງແບ່ງອອກອອກເປັນ 8 ເປັນໃນ 1 ໃນ 8 ປະເທດເຫຼົ່າເຫຼົ່ານັ້ນກອບມີ: ສປປລາວເປັນເຈົ້າພາບຮ່ວມ

ສໍາລັບຮູບແບບການແຂ່ງຂັນແບບພົບກັນຫມົດໂດຍເອົາທີມແຊັມຈາກແຕ່ລະກຸ່ມເຂົ້າໄປຫຼິ້ນຮອບທີສອງຈະແຂ່ງຂັນໃນລະຫວ່າງວັນທີ 3-7 ພະຈິກ 2021 ເຊິ່ງທີມທີ່ໄດ້ອັນດັບ 1-4 ແມ່ນຈະໄດ້ໄປຫຼິ້ນໃນຮອບສຸດທ້າຍຮ່ວມກັບທີມທີ່ໄດ້ອັນດັບ 1-3 ໃນປີ 2019 ຄື:. ຍີ່ປຸ່ນ, ສປປເກົາຫຼີ, ສເກົາຫຼີແລະປະເທດທີ່ເປັນເຈົ້າພາບ, ສ່ວນຮອບສຸດທ້າຍແມ່ນຈະຈັດຢູ່ທີ່ປະເທດອຸເບກິສຖານໃນລະຫວ່າງວັນທີ 4-17 ເມສາ 2022 (ສ່ວນການຈັບສະຫຼາກແບ່ງສາຍຈະມີຂຶ້ນໃນໄວໆນີ້ພ້ອມກັບບານເຕະຊາຍ)

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...