Homeຂ່າວພາຍ​ໃນນະຄອນຫຼວງວຽງຈັນ ປະກາດພື້ນທີ່ສີແດງ ແລະ ສັ່ງລ໋ອກດາວ 14 ວັນ

ນະຄອນຫຼວງວຽງຈັນ ປະກາດພື້ນທີ່ສີແດງ ແລະ ສັ່ງລ໋ອກດາວ 14 ວັນ

Published on

ອຳນາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ສັ່ງໃຫ້ປິດບ້ານ (Lockdown) ເປັນເວລາ 14 ວັນ ໃນເຂດທີ່ເອີ້ນວ່າ ເຂດສີແດງຂອງເມືອງ ບ່ອນທີ່ມີຈຳນວນຜູ້ຕິດເຊື້ອ Covid-19 ສູງທີ່ສຸດ.

ລະຫວ່າງການປະຊຸມ ຄະນະສະເພາະກິດຄວບຄຸມ ໂຄວິດ-19, ທ່ານ ຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ສັ່ງເຈົ້າໜ້າທີ່ ຂອງເມືອງທີ່ເປັນເຂດພື້ນທີ່ສີແດງ ຄື: ບ້ານຝາຍ, ໂພນໄຊ, ດົງປາລານ, ໜອງຈັນ ແລະ ໂພນສີນວນ ເມືອງໄຊເສດຖາ.

Lockdown ຂະຫຍາຍອອກ ຫຼັງຈາກມີຜູ້ຕິດເຊື້ອຈຳນວນຫຼາຍ ໃນບ້ານຝາຍ. ເຈົ້າໜ້າທີ່ລັດ ແລະ ຜູ້ເຮັດວຽກ ໃນເຂດພື້ນທີ່ສີແດງ ຈະບໍ່ໄດ້ຮັບອະນຸຍາດໃຫ້ອອກໄປເຮັດວຽກ, ໃນຂະນະທີ່ຕະຫຼາດໃນບ້ານດັ່ງກ່າວ, ລວມທັງ ຂົວດິນ ແລະ ທັງໂຮງງານແມ່ນຈະໄດ້ປິດ.

ມາດຕະການດັ່ງກ່າວ ມີຈຸດປະສົງເພື່ອປ້ອງກັນ ການແຜ່ລະບາດຂອງໂຄວິດ-19 ໃນພື້ນທີ່ຢູ່ອາໃສ. ນອກຈາກນີ້, ເຈົ້າໜ້າທີ່ຍັງຄວບຄຸມ ເຂດທີ່ມີພື້ນທີ່ສີເຫຼືອງ ຫຼື ເຂດທີ່ໃກ້ຄຽງກັບພື້ນທີ່ສີແດງ ເຊັ່ນ: ບ້ານ ໂພນສະຫວັນເໜືອ, ເກົ້າຍອດ, ເພຍວັດ, ທາດຂາວ, ສາຍລົມ, ໂພນສະອາດ, ໜອງບອນ, ນາໄຊ ແລະ ສະພັງໝໍ້.

ກ່ຽວກັບການເຮັດກິດຈະກຳກາງແຈ້ງ ແລະ ອອກກຳລັງກາຍໃນເດີນພະທາດຫຼວງ, ບຶງທາດຫຼວງ ແລະ ແຄມຂອງໜອງຈັນ ແມ່ນບໍ່ໄດ້ຮັບອະນຸຍາດ.

ລັດຖະບານໄດ້ປະກາດ ຂະຫຍາຍໄລຍະເວລາປິດເມືອງ (Lockdown) ໄປຈົນເຖິງວັນທີ 20 ພຶດສະພາ ເພື່ອຫຍຸດຍັ້ງການຕິດເຊື້ອ ຂອງພະຍາດໂຄວິດ-19. ເພື່ອທີ່ຈະຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ, ລັດຖະບານ ແລະ ປົກຄອງທ້ອງຖິ່ນຍັງໄດ້ຈໍາກັດບໍລິເວນປະຊາຊົນພາຍໃນບ້ານ ບໍ່ໃຫ້ອອກຈາກບ້ານ ນອກຈາກກໍລະນີທີ່ຈໍາເປັນເທົ່ານັ້ນ. ຖ້າຫາກຜູ້ໃດທີ່ຄິດວ່າຕົນເອງໄດ້ເຄີຍສຳຜັດຜູ້ຕິດເຊື້ອມາກ່ອນ ແມ່ນໃຫ້ຈໍາກັດບໍລິເວນແຍກປ່ຽວຕົນເອງເປັນເວລາ 14​ ວັນ ແລະ ໄປກວດຫາເຊື້ອ.

ບຸກຄົນທີ່ມີຄວາມຈໍາເປັນຕ້ອງອອກຈາກບ້ານແມ່ນຕ້ອງໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍສະບູ່ ແລະ ຫຼີກລ່ຽງການເອົາມືສຳຜັດປາກ ຫຼື ຕາ. ຄະນະສະເພາະກິດໄດ້ກ່າວວ່າ ການລະບາດຂອງເຊື້ອພະຍາດສາຍພັນໃໝ່ນີ້ສົ່ງຜົຮກະທົບຕໍ່ທຸກຄົນ, ລວມທັງເດັກນ້ອຍ ແລະ ຜູ້ເຖົ້າດ້ວຍ.

ກອງປະຊຸມສຸກເສີນຄະນະ ສພກ ສ ຢູ່ກະຊວງສາທາ. ທ່ານ ຮອງນາຍົກ ກິແກ້ວ ໄຂຄຳພິທູນ ເປັນປະທານກອງປະຊຸມ ໄດ້ຊີ້ນຳຕໍ່ ນວ ໃຫ້:

  1. ປະກາດລ໋ອກເຂດ, ບ້ານ, ຄຸ້ມບ້ານແດງເຂັ້ມ: ບ້ານຝາຍ 14 ວັນ (ເຂດ, ບ້ານຕິດເຊື້ອພະຍາດໂຄວິດ-19 ຫຼາຍ)
  2. ປະກາດເຂດ, ບ້ານແດງ (ເຂດ, ບ້ານຕິດກັບເຂດ, ບ້ານແດງເຂັ້ມ)
  3. ປະກາດເຂດ, ບ້ານເຫຼືອງ (ເຂດ, ບ້ານຕິດກັບເຂດ, ບ້ານແດງ) ກວມຮອດກະຊວງກະສິກຳ, ຍທຂ, ການຄ້າ, ການຕ່າງປະເທດ, ເຂດກົງສູນໄທ. ສຳລັບກະຊວງດັ່ງກ່າວ ຄະນະ ສພກ ສູນກາງ ຈະແຈ້ງໃຫ້ເພິ່ນເອງ
  4. ຍົກລະດັບການຄວບຄຸມຕະຫຼາດເຂັ້ມງວດຂຶ້ນຕື່ມ: ຂົວດິນ
  5. ປິດໂຮງງານຢູ່ເຂດ, ບ້ານແດງເຂັ້ມ ແລະ ແດງ;
  6. ບໍ່ອະນຸຍາດໃຫ້ພະນັກງານ, ກຳມະກອນຢູ່ເຂດ, ບ້ານແດງເຂັ້ມ ແລະແດງ ໄປເຮັດວຽກ
  7. ຄວບຄຸມສະຖານທີ່ອອກກຳລັງກາຍ ບໍ່ໃຫ້ຂາຍເຄື່ອງ ແລະລວມກັນເປັນຈຸ້ມ-ເປັນກຸ່ມ, ຕັ້ງວົງຊຸມແຊວ-ດື່ມເຫຼົ້າເບຍ: ສະໜາມຫຼວງ, ບຶງທາດຫຼວງ, ແຄມຂອງຫາດດອນຈັນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...