Homeຂ່າວຕ່າງປະເທດເນປານວິກິດໜັກ! ຜູ້ຕິດເຊື້ອໂຄວິດຫຼົ້ນໂຮງໝໍອົກຊີເຈນບໍ່ພຽງພໍ

ເນປານວິກິດໜັກ! ຜູ້ຕິດເຊື້ອໂຄວິດຫຼົ້ນໂຮງໝໍອົກຊີເຈນບໍ່ພຽງພໍ

Published on

ສຳລັບປະເທດເພື່ອນບ້ານຂອງອິນເດຍຄືປະເທດເນປານກໍ່ກຳລັງພົບກັບການລະບາດຂອງໂຄວິດ-19 ຢ່າງຮຸນແຮງຄືກັນ. ຫຼ້າສຸດປະເທດປານມີຍອດສະສົມຜູ້ຕິດໂຄວິດ-19 ແລະ ເສຍຊີວິດປະຈຳໃນຕົວເລກທີ່ໜ້າເປັນຫ່ວງ ດ້ານຜູ້ຊ່ຽວຊານຕ່າງພາກັນສະແດງຄວາມກັງວົນຕໍ່ສະພາບການລະບາດຂອງໂຄວິດໃນເນປານ ອາດຄ້າຍຄືກັບໃນອິນເດຍ.

ຈາກການລາຍງານເມື່ອວັນອັງຄານທີ່ຜ່ານມາ ເນປານພົບຜູ້ຕິດເຊື້ອກໍລະນີໃໝ່ 9,300 ຄົນ ພາຍໃນເວລາ 24 ຊົ່ວໂມງ ນັບເປັນຍອດຜູ້ຕິດເຊື້ອປະຈຳວັນສູງສຸດນັບຕັ້ງແຕ່ມີການລະບາດ.

ຈຳນວນຜູ້ຕິດເຊື້ອໃໝ່ກຳລັງເພີ່ມຂຶ້ນຢ່າງໄວວາ ໃນຕົ້ນເດືອນເມສາທີ່ຜ່ານມາຜູ້ຕິດເຊື້ອໃໝ່ 100-300 ກໍລະນີ ແລະ ໃນວັນອັງຄານແມ່ນມີຍອດຜູ້ຕິດເຊື້ອປະຈຳວັນທີ່ 9,300 ເພີ່ມຂຶ້ນສູງເຖິງ 1,200% ພາຍໃນເວລາບໍ່ເຖິງໜຶ່ງເດືອນ ສ່ວນຍອດຜູ້ເສຍຊີວິດໃນມື້ນີ້ມີ 225 ຄົນ ຈາກເມື່ອກ່ອນສະເລ່ຍ 100 ຄົນ ເນປານມິີຍອດຜູ້ຕິດເຊື້ອສະສົມກວ່າ 413,000ຄົນ,​ເສຍຊີວິດ 4,000ຄົນ.

ປະເທດເນປານແມ່ນປະເທດທີ່ມີລະບົບສຸຂະພາບທີ່ອ່ອນແອຢູ່ແລ້ວ. ມີປະຊາກອນທັງໝົດປະມານ 28 ລ້ານຄົນ, ແຕ່ວ່າມີຕຽງສຳລັບປິ່ນປົວຜູ້ປ່ວຍໜັກພຽງແຕ່ 1,595 ຕຽງ ແລະ ເຄື່ອງຊ່ວຍຫາຍໃຈພຽງ 480 ເຄື່ອງເທົ່ານັ້ນ ເມື່ອມີການລະບາດຂຶ້ນຮອບສອງຜູ້ປ່ວຍກໍ່ຫຼົ້ນໂຮງໝໍຢ່າງໄວວາ. ອົກຊີເຈນບໍ່ພຽງພໍ ສະຖານທີ່ເຜົາສົບຜູ້ເສຍຊີວິດບໍ່ພຽງພໍ.

ລັດຖະບານເນປານໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກນານາຊາດ ໂດຍສະເພາະອົກຊີເຈນສຳລັບຜູ້ປ່ວຍທີ່ຕອນນີ້ກຳລັງຕ້ອງການເລັ່ງດ່ວນ.

ຮຽບຮຽງຂ່າວ:​ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...