Homeຂ່າວຕ່າງປະເທດພະຍາດເຊື້ອຣາດຳ ອັນຕະລາຍອີກຊະນິດໜຶ່ງ ໃນປະເທດອິນເດຍ ຕອນນີ້

ພະຍາດເຊື້ອຣາດຳ ອັນຕະລາຍອີກຊະນິດໜຶ່ງ ໃນປະເທດອິນເດຍ ຕອນນີ້

Published on

ສຳນັກຂ່າວ ບີບີຊີ ລາຍງານວ່າ: ອິນເດຍກຳລັງພົບກັບພະຍາດອັນຕະລາຍອີກຊະນິດໜຶ່ງ ທ່າມກາງການແຜ່ລະບາດຂອງໂຄວິ-19 ໂດຍທາງແພດແຈ້ງວ່າ: ການຕິດເຊື້ອພະຍາດ Mucormycosis ຫຼື ພະຍາດເຊື້ອຣາດຳ ໃນກຸ່ມຜູ້ປ່ວຍໂຄວິດ-19 ທີ່ກຳລັງພັກຟື້ນ ແລະ ຟື້ນຕົວແລ້ວ.

ພະຍາດ Mucormycosis ຫຼື ພະຍາດເຊື້ອຣາດຳ ແມ່ນການຕິດເຊື້ອທີ່ຫາໄດ້ຍາກ ເຊິ່ງເກີດຈາກການໄປສຳຜັດ ກັບເຊື້ອຣາທີ່ພົບເຫັນທົ່ວໄປໃນດິນ, ພືດ, ຝຸ່ນ, ແລະ ຜັກໝາກໄມ້ທີ່ເນົ່າເປື່ອຍ ສ່ວນຫຼາຍ ແມ່ນພົບໃນຄົນເຈັບທີ່ມີພູມຕ້ານທານຕໍ່າ ແລະ ມັກຈະພົບລວມກັບພະຍາດເບົາຫວານ ເຊິ່ງເປັນການຕິດເຊື້ອທີ່ມີເຕີບໃຫຍ່ຢ່າງໄວ ແລະ ມີອັດຕາການເສຍຊີວິດຮ້ອຍລະ 50 ເຖິງ 100%.

ການຕິດເຊື້ອ ຂອງພະຍາດເຊື້ອຣານີ້ ສົ່ງຜົນກະທົບຕໍ່ ຮູດັງ, ສະໝອງ ແລະ ປອດ ອັນຕະລາຍຕໍ່ຊີວິດສຳລັບຜູ້ປ່ວຍທີ່ເປັນພະຍາດເບົາຫວານ ຫຼື ຄົນທີ່ມີພູມຄຸ້ມກັນບົກຜ່ອງ ເຊັ່ນ: ຜູ້ປ່ວຍມະເຮັງ ຫຼື ຜູ້ປ່ວຍ HIV.

ປັດຈຸບັນ ພົບຜູ້ຕິດເຊື້ອຣາດຳ 40 ຄົນ ໃນໂຮງໝໍ 3 ແຫ່ງ ທີ່ມຸມໃບ ອິນເດຍ ແລະ ຜູ້ປ່ວຍສ່ວນຫຼາຍແມ່ນມີພະຍາດປະຈຳໂຕຄືໂລກເບົາຫວານ ກ່ອນໜ້ານີ້ 2 ປີ ແມ່ນພົບຜູ້ຕິດເຊື້ອຊິນິດນີ້ບໍ່ຮອດ 10 ຄົນ. ໃນນັ້ນໂຮງໝໍໄຊອອນ ໃນມຸມໃບ ພົບຜູ້ຕິດເຊື້ອຣາດຳ 24 ຄົນ ໃນເວລາ 2 ເດືອນ ຜ່ານມາ ໂດຍຜູ້ປ່ວຍ 11 ຄົນ ຕ້ອງສູນເສຍດວງຕາ ແລະ 6 ຄົນ ແມ່ນເສຍຊີວິດ ສ່ວນໃຫຍ່ຈະແມ່ນຜູ້ທີ່ເປັນພະຍາດເບົາຫວານ ແລະ ຕິດເຊື້ອຣາດຳ 2 ອາທິດ ຫຼັງຈາກປິ່ນປົວຫາຍດີຈາກພະຍາດ ໂຄວິດ-19.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...