Homeຂ່າວພາຍ​ໃນຜູ້ເສຍຊີວິດຄົນທຳອິດຈາກພະຍາດໂຄວິດ-19 ໃນ ສປປ ລາວ

ຜູ້ເສຍຊີວິດຄົນທຳອິດຈາກພະຍາດໂຄວິດ-19 ໃນ ສປປ ລາວ

Published on

ອີງຕາມຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ຖະແຫຼງການ ປະຈຳວັນທີ 09 ພຶດສະພາ 2021 ໃຫ້ຮູ້ວ່າ: ການຕິດເຊື້ອຂອງພະຍາດໂຄວິດ-19 ປີ 2021 ທຽບໃສ່ ປີ 2020 ແມ່ນມີແຕກຕ່າງກັນຢູ່ບ່ອນວ່າ 1. ພະຍາດເຂົ້າໄປໃນກຸ່ມຄົນທຸກອາຍຸ ແລະ ເຂົ້າໄປໃນຜູ້ທີ່ອາຍຸສູງ ທີ່ມີພະຍາດປະຈຳຕົວເຊັ່ນ ເບົາຫວານ, ຄວາມດັນ ອາການຈະສະແດງອອກຊັດເຈນ ແລ້ວວິວັດທະນາການຂອງພະຍາດ ຈາກເບົາບາງເຂົ້າສູ່ປານກາງເຂົ້າສູ່ໜັກ ແມ່ນໄວວາ 2. ຮຽກຮ້ອງໄປຫາປະຊາຊົນ ໂດຍສະເພາະຜູ້ຕິດເຊື້ອ ຜູ້ທີ່ຢູ່ໃນກຸ່ມສ່ຽງ ຂໍໃຫ້ທ່ານມີຄວາມຈິງໃຈ ແຈ້ງຕົນເອງວ່າ ໂຕເອງຢູ່ໃນກຸ່ມສ່ຽງ ໄດ້ສຳພັດກັບສະຖານທີ່ເປົ້າໝາຍທີ່ໄດ້ຕິດຕາມ ຖ້າຮູ້ວ່າໂຕເອງ ໄດ້ປະກອບຈິດຈະກຳອັນໃດໜຶ່ງ ປະກອບອາຊີບຢູ່ສະຖານທີ່ໃດໜຶ່ງ. ໂດຍສະເພາະ ມານຳເບິ່ງແລ້ວຜູ້ເສຍຊີວິດ ມີອາຍຸສູງສົມຄວນ ອາຍຸ 53 ປີ ແລະ ຕິດພັນກັບຮ້ານຄາລາໂອເກະ ທີ່ຢູ່ບານນາໄຊ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ເຮົາຈຶ່ງເວົ້າໄດ້ວ່າ ການທີ່ທ່ານເປັນຄົນເຈັບຢູ່ໃນກຸ່ມສ່ຽງ ຕັດສິນໃຈມາໂຮງໝໍຫຼ້າຊ້າ ຕັດສິນໃຈຫຼີກເວັ້ນການປິ່ນປົວ ຕັດສິນໃຈຫຼົບຊ້ອນ ບໍ່ປາກົດຕົວ ໃຫ້ພວກເຮົາໄດ້ມາປິ່ນປົວໄວແຕ່ຫົວທີ ແມ່ນຢູ່ວ່າ ເວລາເບື້ອງຕົ້ນອາການທ່ານເບົາບາງ ແຕ່ມັນໃຊ້ເວລາບໍ່ດົນພຽງເທົ່າໃດມັນກໍວິວັດທະນາການໄປຫາປານກາງ.

ຕາມການລາຍງານ ຂອງການປິ່ນປົວທາງແພດກໍໄດ້ປິ່ນປົວສຸດຄວາມສາມາດ ຜູ້ເສຍຊີວິດເຂົ້າມາໂດຍອາການ ທີ່ພວກເຮົາຍັງບໍ່ສາມາດເຜີຍແຜ່ໄດ້ໃນເວລານີ້ ແຕ່ເທົ່າທີ່ເບິ່ງອາການແມ່ນມີອາການເບົາບາງ ຄວາມດັນດີ ອຸນຫະພູມດີ ບໍລິມາດອາກາດຫາຍໃຈດີ ຜ່ານໄປມື້ທີ1 ອາການຍັງຄົງທີ່ ມື້ທີ 2-3 ປ່ຽນໄປເປັນປານກາງ ແລະ ມື້ທີ 3-4 ເຂົ້າສູ່ພາວະໜັກ ເຊິ່ງທາງແພດເຮົາກໍພາຍາຍາມປິ່ນປົວ ແລະ ພະຍາຍາມສຸດຄວາມສາມາດເພື່ອກອບກູ້ຊີວິດ ແຕ່ມັນກໍຊ້າເກີນໄປ.

ອີງຕາມຂໍ້ມູນເບື້ອງຕົ້ນຈາກຜູ້ໃຊ້ເຟສບຸກ ພົບວ່າ: ຜູ້ເສຍຊີວິດ ແມ່ນ ເພດຍິງ ສັນຊາດຫວຽດນາມ, ອາຍຸ 53 ປີ (ເກີດ ປີ 1969), ເສຍຊີວິດ ເວລາປະມານ 12:30 ເຊົ້າ ຂອງວັນທີ 9 ພຶດສະພາ 2021 ທີ່ ໂຮງໝໍເສດຖາທິລາດ, ນະຄອນຫຼວງວຽງຈັນ. ບ້ານເກີດຂອງຜູ້ຕາຍ ຢູ່ ແຂວງບັກກ້ານ ແລ້ວມາອາໄສຢູ່ ແຂວງທາຍຫງຽນ (Thai Nguyen) ປະເທດຫວຽດນາມ.

ປັດຈຸບັນ, ຜູ້ເສຍຊີວິດເຮັດວຽກຢູ່ ຮ້ານກາລາໂອເກະ ຂອງຄົນຫວຽດນາມ ທີ່ ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສປປ ລາວ. ຜູ້ຕາຍຜູ້ເສຍຊີວິດ ໄດ້ເຂົ້າມາຮັກສາທີ່ໂຮງໝໍ ເມື່ອວັນທີ 30 ເດືອນ 4 ປີ 2021 ເຊິ່ງຜູ້ເສຍຊີວິດເອງ ກໍມີພະຍາດປະຈຳໂຕຄື ພະຍາດຕັບອັກເສບບີ ແລະ ພະຍາດເບົາຫວານ. ສົບຂອງຜູ້ເສຍຊີວິດຖືກນຳໄປສະຖາປະນະກິດສົບ ໃນຕອນເຊົ້າຂອງມື້ດຽດກັນ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ.

ສຳນັກຂ່າວລາວໂພສ ຂໍສະແດງຄວາມເສຍກັບເຫດການເສົ້າສະຫຼົດໃຈທີ່ເກີດຂື້ນນີ້ດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...