Homeສຸຂະພາບ ແລະ ສີ່ງແວດລ້ອມໂຮງໝໍສະຫວັນນະເຂດ ເລີ່ມໃຫ້ບໍລິການປົວໄຂ່ຫຼັງ ດ້ວຍເຄື່ອງມືທັນສະໄໝ

ໂຮງໝໍສະຫວັນນະເຂດ ເລີ່ມໃຫ້ບໍລິການປົວໄຂ່ຫຼັງ ດ້ວຍເຄື່ອງມືທັນສະໄໝ

Published on

f96bcaff4421d612f69928716744c3e5

 

ໂຮງ­ໝໍ​ແຂວງ​ສະ­ຫວັນ​ນະ​ເຂດ ​ໄດ້ເປີດ​ການ​ນຳ​ໃຊ້ພ້ອມ​ທັງ​ໃຫ້​ບໍ­ລິ­ການປິ່ນ­ປົວ​ໄຂ່­ຫຼັງ​ຊຸດ­ໂຊມ ​ດ້ວຍ​ວິ­ທີ​ກັ່ນ​ຕອງເລືອດ​

ຜ່ານ​ເຄື່ອງ­ມື​ທັນ​ສະ­ໄໝ ພິ­ທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ຕຸ­ລາ 2014 ຢູ່​ທີ່​ຕຶກ​ພິ­ເສດ​ໂຮງ­ໝໍ​ແຂວງ ໂດຍ​ການເປັນ​

ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ ສຸ­ພັນ ແກ້ວ​ມີ​ໄຊ ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ, ທ່ານ ຮສ.ດຣ ບຸນ​ກອງ ສີ​ຫາ​ວົງ ລັດຖະ​ມົນ

­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ສາ​ທາລະ­ນະ​ສຸກ, ມີ​ບັນ­ດາ​ທ່ານ​ພະ­ແນກ­ການ, ກົມ​ກອງ​ອ້ອມ​ຂ້າງ ຕະ­ຫຼອດ​ເຖິງ​ບັນ­ດາພະ­ນັກ

­ງານ​ຫຼັກ​ແຫຼ່ງ​ພາຍ​ໃນ​ໂຮງ­ໝໍແຫ່ງ​ດັ່ງ­ກ່າວ​ເຂົ້າ​ຮ່ວມ.

 

ການ​ປິ່ນ­ປົວ ແລະ ຮັກ­ສາ​ຄົນ​ເຈັບທີ່​ມີ​ລະ­ບົບ​ໄຂ່­ຫຼັງ​ຊຸດ­ໂຊມ ຊຶ່ງ​ຕ້ອງ​ໄດ້ປິ່ນ­ປົວ​ດ້ວຍ​ວິ­ທີ​ທາງ​ການ​ລ້າງ​ກັ່ນ​ຕອງເລືອດ

(ຟອກ​ເລືອດ)  ກັ່ນ​ຕອງ​ສານ​ເຄ​ມີ ໂດຍ​ສະ­ເພາະ Creatinin ຊຶ່ງ​ເປັນ​ທາດເບື່ອ​ທີ່​ມີ​ຕໍ່​ໝາກ​ໄຂ່­ຫຼັງ​ອອກ​ຈາກ​ເລືອດມີ​

ຄວາມ​ຈຳ­ເປັນ​ທີ່​ສຸດ​ໃນ​ການ​ຮັກ­ສາ.

 

ຜ່ານ​ມາໂຮງ­ໝໍ​ແຂວງ ​ຍັງ​ບໍ່​ສາມາດ​ຕອບ​ສະ­ໜອງ​ໃຫ້​ແກ່​ຄົນ​ເຈັບ​ໄດ້ຍ້ອນ​ຂາດ​ປັດ​ໄຈຫຼາຍ​ຢ່າງ​ເຊັ່ນ: ພື້ນຖານ​ໂຄງ

​ລ່າງ, ອາ­ຄານ, ສະ­ຖານ­ທີ່, ເຄື່ອງ­ມື​ທາງ​ການ​ແພດ​ທີ່​ຈຳ­ເປັນ, ລະບົບ​ນ້ຳ​ກັ່ນ​ທີ່​ໄດ້​ມາດ­ຕະ­ຖານ, ນັກ​ວິ­ຊາການ​ທີ່​ມີ​ຄວາມ

​ຮູ້​ສະ­ເພາະ​ທາງ​ຈາກ​ຈຸດນີ້​ເຮັດ​ໃຫ້​ຄົນ​ເຈັບ​ ທີ່​ມີ​ບັນ­ຫາ​ໄຂ່­ຫຼັງ​ຊຸດໂຊມ​ຈຳ​ຕ້ອງ​ໄດ້​ໄປ​ປິ່ນ­ປົວ​ຢູ່​ບ່ອນ​ອື່ນ ​ສະ­ເພາະ​ຢູ່​ສູນ

​ກາງ ຫຼື ໂຮງ­ໝໍຕ່າງ­ປະ­ເທດ​ທີ່​ໃກ້​ຄຽງ ຊຶ່ງ​ເຫັນ​ວ່າ​ໄດ້ສົ່ງ​ຜົນ​ກະ­ທົບ​ຫຼາຍ​ຢ່າງ​ທາງ​ດ້ານ​ເສດຖະ​ກິດ​ຂອງ​ປະ­ຊາ­ຊົນ, ສັງ­

ຄົມ​ກໍ​ຄື​ຊາດ, ອັນ​ສຳ­ຄັນ​ກໍ​ແມ່ນ​ຄວາມ​ເຊື່ອ​ໝັ້ນ​ຂອງສັງ­ຄົມ​ຕໍ່​ລະ­ບົບ​ສາ­ທາ­ລະ­ນະ​ສຸກ ​ກໍ​ຄືຄວາມ​ສາ­ມາດ​ຂອງ​ນັກ­ວິ­

ຊາ­ການ​ທາງການ​ແພດ​ຂອງ​ໂຮງ­ໝໍ​ແຂວງ​ສະ­ຫວັນນະ​ເຂດ.

 

ດັ່ງ­ນັ້ນ ຄະ­ນະ​ອຳ­ນວຍ​ການ ພ້ອມດ້ວຍ​ວິ­ຊາ​ການ ຈິ່ງ​ໄດ້​ພ້ອມ​ກັນ​ຕັດ­ສິນ​ໃຈໃນ​ການ​ຕອບ​ສະ­ໜອງ​ຄວາມ​ຮຽກຮ້ອງ​

ຕ້ອງ­ການ​ດັ່ງ­ກ່າວ​ໃນ​ການ​ຈັດ​ຊື້ ເຄື່ອງ­ມື​ທາງ​ການ​ແພດ ໂດຍ​ສະ­ເພາະເຄື່ອງ​ກັ່ນ​ຕອງ​ເລືອດພ້ອມ​ລະ­ບົບ​ນ້ຳສະ­ອາດ

​ທີ່​ໄດ້​ມາດ­ຕະ­ຖານ ພ້ອມ​ດ້ວຍໄດ້​ຈັດ​ສົ່ງ​ພະ­ນັກ­ງານ​ວິ­ຊາ​ການ​ໄປລົງ​ເລິກ​ວິ­ຊາ​ກັ່ນ​ຕອງ​ເລືອດ ເພື່ອ​ມາ​ບໍລິ​ການ​ປິ່ນ­ປົວ​

ໄຂ່­ຫຼັງ​ຊຸດ­ໂຊມ​ດ້ວຍເຄື່ອງ­ມື​ທີ່​ທັນ​ສະ­ໄໝ​ໄດ້​ມາດ­ຕະ­ຖານສາ­ກົນ.

 

ເຄື່ອງ​ກັ່ນ​ຕອງ​ໄຂ່­ຫຼັງ​ແມ່ນ​ຜະ­ລິດຕະ​ພັນ​ຈາກ​ປະ­ເທດ​ຍີ່­ປຸ່ນ ສ່ວນ​ເຄື່ອງລະ­ບົບ​ນ້ຳ​ແມ່ນ​ຜະ­ລິດ​ຈາກ​ປະ­ເທດ​ໄທທັງ​

ໝົດ ໂດຍ​ແມ່ນ​ບໍ­ລິ­ສັດ​ວຽງ​ທອງການ​ຢາ​ເປັນ​ຜູ້​ຈັດ​ສະ­ໜອງ​ໃຫ້ ໃນ​ນັ້ນ ງົບ­ປະ­ມານ​ທັງ​ໝົດ​ໃນ​ການ​ລົງ­ທຶນ​ໃສ່ການ

​ປັບ­ປຸງ, ກໍ​ສ້າງ​ສ້ອມ­ແປງ​ພື້ນ­ຖານໂຄງ​ລ່າງ ແລະ ຈັດ​ຊື້​ເຄື່ອງ­ມື​ແພດ​ທີ່​ຈຳເປັນ​ແມ່ນໄດ້​ນຳ​ໃຊ້​ເງິນ​ຫ່ວງ​ວິ­ຊາ​ການ

ຂອງ​ ໂຮງ­ໝໍ​ຕາມ​ແຜນ​ຈົດ​ຮັບ – ຈົດ​ຈ່າຍ ຊຶ່ງ​ຕົກ​ເປັນ​ມູນ​ຄ່າ​ທັງ​ໝົດ 995,5 ລ້ານກວ່າ​ກີບ, ປະ­ກອບ​ມີ​ເຄື່ອງ​ກັ່ນ

​ຕອງ ເລືອດ 2 ເຄື່ອງ ພ້ອມ​ດ້ວຍ​ຕຽງ​ນອນ ຄົນ​ເຈັບ 3 ໜ່ວຍ, ໃນ­ຕໍ່­ໜ້າ​ຍັງ​ຈະ​ນຳເຂົ້າ​ຕື່ມ​ອີກ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...