Homeຂ່າວຕ່າງປະເທດກຳລັງປູເຈຍພົບຜູ້ຕິດເຊື້ອໂຄວິດມື້ດຽວ 730 ຄົນ

ກຳລັງປູເຈຍພົບຜູ້ຕິດເຊື້ອໂຄວິດມື້ດຽວ 730 ຄົນ

Published on

ກະຊວງສາທາລະນະສຸກກຳປູເຈຍລາຍງານຍອດຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ສູງສຸດເຖິງ 730 ຄົນພາຍໃນມື້ດຽວ.

ກຳປູເຈຍເປັນປະເທດໜຶ່ງໃນໂລກທີ່ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ແຕ່ການລະບາດນັບຕັ້ງແຕ່ທ້າຍເດືອນກຸມພາ ເຮັດໃຫ້ມີຍອດຜູ້ຕິດເຊື້ອເພີ່ມຂຶ້ນບໍ່ຢຸດ ເຊິ່ງວັນນີ້ມີລາຍງານຜູ້ຕິດເຊື້ອເພີ່ມ 730 ຄົນ ເຊິ່ງເປັນຍອດຜູ້ທີ່ຕິດເຊື້ອປະຈຳວັນຫຼາຍທີ່ສຸດເທົ່າທີ່ເຄີຍມີ ສົ່ງຜົນໃຫ້ມີຍອດສະສົມທົ່ວປະເທດຢູ່ທີ່ 14,520 ຄົນ ເສຍຊີວິດ 103ຄົນ.

ກະຊວງຄວບຄຸມໂຣກຕິດຕໍ່ກຳປູເຈຍເຜີຍແຜ່ຖະແຫຼງການຜ່ານເຟສບຸ໊ກລະບຸວ່າ ໂຄວິດ-19 ຍັງເປັນອັນຕະລາຍຕໍ່ເຮົາຢ່າງຕໍ່ເນື່ອງ ກະລຸນາເຝົ້າລະວັງຕໍ່ໄປດ້ວຍການຮັກສາສຸຂະອານາໄມ ເວັ້ນໄລຍະຫ່າງ ແລະ ຢ່າອອກຈາກບ້ານ ເນື່ອງຈາກໂຄວິດກຳລັງລະບາດລຸກລາມຢ່າງໄວວາໄປທົ່ວປະເທດ ໃນປະເທດເພື່ອບ້ານ ແລະ ທົ່ວໂລກ.

ນະຄອນຫຼວງພະນົມເປນມີຜູ້ຕິດເຊື້ອຫຼາຍທີສຸດໃນປະເທດ ໃນຂະນະທີ່ຢູ່ລະຫວ່າງລັອກດາວໄປຈົນເຖິງວັນທີ 5 ພຶດສະພານີ້ ແລະ ໄດ້ມີການປະກາດບາງພື້ນທີ່ເປັນພື້ນທີ່ສີແດງ ຫ້າມປະຊາຊົນອອກຈາກເຮືອນຍົກເວັ້ນອອກໄປປິ່ນປົວສຸຂະພາບ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...