spot_img
Homeຂ່າວການພັດທະນາຕຣີເພຊອີຊູຊຸສົ່ງລົດລຸ້ນໃໝ່! “All-New Isuzu MU-X” ມາລາວ ເປັນປະເທດທຳອິດ!! ພ້ອມຂາຍແລ້ວມື້ນີ້

ຕຣີເພຊອີຊູຊຸສົ່ງລົດລຸ້ນໃໝ່! “All-New Isuzu MU-X” ມາລາວ ເປັນປະເທດທຳອິດ!! ພ້ອມຂາຍແລ້ວມື້ນີ້

Published on

ອີ​ຊູ​ຊຸ​ເປີດ​ໂຕ “All-New Isuzu MU-X” ລົດ​ອະ​ເນກ​ປະ​ສົງ​ລຸ້ນ​ໃໝ່​ລະ​ດັບຫຼູ ພາຍ​ໃຕ້​ນິ​ຍາມ ຜູ້ນຳແຫ່ງຄວາມສຳເລັດທີ່ເໜືອກວ່າໃຜພິກ​ໂສມ​ໃໝ່​ທັງ​ພາຍ​ໃນ ແລະພາຍນອກ​ດ້​ວຍ​ການ​ອອກ​ແບບ​ທີ່ຫຼູຫຼາ ສະ​ດວກ​ສະ​ບາຍ ປາ​ນີດ​ໃນ​ທຸກ​ລາຍ​ລະ​ອຽດ ພ້ອມ​ເຕັກ​ໂນ​ໂລ​ຊີ​ເພື່ອ​ຄວາມ​ປອດ​ໄພ​ສຸດ​ລໍ້າ ເໜືອກວ່າ​ດ້ວຍ​ລະ​ບົບ​ຊ່ວຍ​ເຫຼືອ​ຜູ້​ຂັບ​ຂີ່ ADAS ທີ່​ມາ​ພ້ອມ​ກ້ອງ​ໜ້າ​ຄູ່​ອັດ​ສະ​ລິ​ຍະ ຄັ້ງ​ທຳ​ອິດ​ໃນ​ລົດ​ລະ​ດັບ​ດຽວ​ກັນ ລວມ​ທັງ​ພັດ​ທະ​ນາສະ​ມັດ​ຖະ​ນະ​ ການ​ຂັບ​ຂີ່ໃຫ້​ນຸ້ມນວນ ໝັ້ນ​ຄົງປອດ​ໄພ​ຍິ່ງ​ຂຶ້ນ ໂດຍ​ ສ​ປ​ປ ລາວ ​ເປັນ​ປະ​ເທດ​ທຳອິດ ທີ່​ໄດ້ນຳເຂົ້ມາຂາຍ. ໃນ​ລາ​ຄາ​ທີ່​ຄຸ້ມ​ຄ່າ​ກັບເຕັກ​ໂນ​ໂລ​ຊີ​ເພື່ອ​ຄວາມ​ປອດ​ໄພ​ທີ່​ດີ​ທີ່​ສຸດ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ແລະ ສະ​ທ້ອນ​ຕົວ​ຕົນ​ໃນ​ແບບ​ສະ​ບັບ​ຂອງ​ຜູ້​ນຳ ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ທີ່​ເໜືອກວ່າ​ໃຜ.

ກຸ່ມ​ຕ​ຣີ​ເພຊ ​ໂດຍ ມິ​ດ​ສ໌ເຕີ ​ໂທ​ຊິ​ອາ​ກິ ມາ​ເອ​ຄາ​ວະ (Toshiaki Maekawa)ປະ​ທານ ບໍ​ລິ​ສັດ ຕຣີເພຊ໌ອີ​ຊູ​ຊຸ​ເຊ​ວຊ໌ ຈຳ​ກັດ ຜູ້​ຈຳ​ໜ່າຍ​ລົດອີຊູຊຸດີແມັກ ແລະ ​ລົດ​ອີ​ຊູ​ຊຸ ມິວ-ເອັກ​ ໃນ​ ສ​ປ​ປ ລາວ​ ກ່າວ​ວ່າ ຫຼັງຈາອີຊູຊຸໄດ້ເປີດໂຕລົດກະບະລຸ້ນໃໝ່! “All-New Isuzu D-Max… Infinite Potentialເມື່ອຊ່ວງປາຍເດືອນກັນຍາປີທີ່ຜ່ານມາ ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ​​ ສາມາດ ກວດຍອດຈອງໄປຫຼາຍກວ່າ 100 ຄັນ ພາຍໃນໄລຍະເວລາພຽງ 10ມື້ ຫຼ້າສຸດ​  ອີຊູຊຸຂໍແນະນຳລົດອະເນກປະສົງລຸ້ນໃໝ່ “All-New Isuzu MU-X” ລຸ້ນປ່ຽນໂສມໃໝ່ທັງພາຍໃນ ແລະ ພາຍນອກ ລວມທັງການພັດທະນາ ​​ດ້ານສະມັດຖະນະການຂັບຂີ່ ແລະເຕັກໂນໂລຊີ ADAS ລະບົບຊ່ວຍເຫຼືອຜູ້ຂັບຂີ່ກ້ອງໜ້າຄູ່ທີ່ມີລະບົບຄວາມປອດໄພຫຼາຍທີ່ສຸດໃນລົດລະດັບດຽວກັນ ສະທ້ອນຄວາມເປັນຜູ້ນຳແຫ່ງຄວາມສຳເລັດທີ່ເໜືອກວ່າໃຜໂດຍເປັນລົດອີກລຸ້ນທີ່ລູກຄ້າສອບຖາມເຂົ້າມາຢ່າງຫຼວງຫຼາຍມາໂດຍຕະຫຼອດ ໂດຍສະເພາະຊ່ອງທາງສື່ອອນໄລ ຕັ້ງແຕ່ການເປີດໂຕຢູ່ໄທເມື່ອຊ່ວງປາຍປີທີ່ແລ້ວ ເຊິ່ງລາວເປັນປະເທດທຳອິດຂອງການນຳເຂົ້າ ແລະໄດ້ສຳຜັດ ລົດອະເນກປະສົງລຸ້ນໃໝ່ “All-New Isuzu MU-X” ກ່ອນໃຜ ຫຼັງຈາກການເປີດໂຕຢູ່ໄທ​​ເມື່ອຊ່ວງປາຍປີທີ່ແລ້ວ ທີ່ມາພ້ອມກັບຄວາມຄຸ້ມຄ່າທີ່ມອບເຕັກໂນໂລຊີເພື່ອຄວາມປອດໄພທີ່ດີທີ່ສຸດ ໃນລົດລະດັບດຽວກັນ ໃນລາຄາຂາຍເລີ່ມຕົ້ນພຽງ 54,900 USD ອີຊູຊຸເຊື່ອໝັ້ນວ່າລົດລຸ້ນໃໝ່ນີ້ຈະໄດ້ຮັບການຕອບຮັບເປັນຢ່າງດີຈາກ ປະຊາຊົນລາວດັ່ງທີ່ຜ່ານມາ

ສຳ​ລັບ​ລູກ​ຄ້າ​ທີ່​ສົນ​ໃຈ​ສາ​ມາດ​ລອງ​ຂັບ​ລົດ​ອະ​ເນກ​ປະ​ສົງ​ລຸ້ນ​ໃໝ່ “All-New Isuzu MU-X” ຜູ້​ນຳ​ແຫ່ງ​ຄວາມ​ສຳ​ເລັດ…ທີ່​ເໜືອກວ່າ​ໃຜ ພ້ອມ​ເປັນ​ເຈົ້າ​ຂອງ​ກ່ອນ​ໃຜ ​ດ້ວຍ​ຂໍ້​ສະ​ເໜີ​ສຸດ​ພິ​ເສດ ໄດ້​ທີ່​ຫ້ອງ​ຂາຍລົດອີຊູຊຸທຸກສາຂາ ​ຕັ້ງ​ແຕ່ມື້ນີ້​ເປັນ​ຕົ້ນ​ໄປ ແລະ ສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ https://isuzulaos.com / Facebook page: Isuzu Laos ແລະ Youtube Channel: Isuzu Laos

-ຜູ້ນຳແຫ່ງຄວາມໂດດເດັ່ນ​…ທີ່ເໜືອກວ່າໃຜ: ດີ​ໄຊ​ນ໌​ສົມ​ບູນ​ແບບເພື່ອ​ຄວາມ​ໂດດ​ເດັ່ນ​ທີ່​ແຕກ​ຕ່າງ ອີກ​ລະ​ດັບ​ແຫ່ງ​ພາບ​ລັກ ຫຼູຫຼາ  ທີ່ລ້ຳສະໄໝ ປະ​ສານ​ຄວາມ​ໜັກ​ແໜ້ນ ​ແລະ​ ຄ່ອງ​ແຄ້ວ​ເຂົ້າ​ໄວ້​ດ້ວຍ​ກັນ​ຕະຫຼອດ​ທັງ​ຄັນ ດ້ວຍ​   ກະ​ຈັງ​ໜ້າ​ World Cross Flow ປະ​ສົມ​ປະ​ສານ​ພື້ນ​ຜິວ​ ສຳ​ຜັດ​ທີ່ຫຼາກຫຼາຍ​ຂອງວັດ​ສະ​ດຸ​ພ​ຣີ​ມ້ຽມ​ທີ່​ງົດ​ງາມ​ໄດ້​ຢ່າງ​ລົງໂ​ຕ ໄຟ​ໜ້າ Bi-LED Projector ດີ​ໄຊ​ນ໌​ແບບ Arrow Signature ສອດ​ຮັບ​ກັບ​ເສັ້ນ​ສາຍ​ດ້ານ​ຂ້າງ​ອັນ​ໂດດ​ເດັ່ນ ເຕີມ​ອາ​ລົມ​ສະ​ປອດຫຼູ​ ລວມທັງໄຟ​ທ້າຍ LED ດີ​ໄຊ​ນ໌​ແບບ Winglet Signature ເພີ່ມ ​ມິ​ຕິ​ມຸມມອງ​ໃຫ້​ໂດດ​ເດັ່ນ​ດ້ວຍ​ໂຄມ​ໄຟ 3-Line LED ລໍ້​ອັ​ນ​ລອຍ​ຂະ​ໜາດ​ໃຫຍ່ ໄດ​ນາ​ມິກ​ດີ​ໄຊນ໌​ຄົມ​ເຂັ້ມ ດຸ​ດັນ ຂະ​ໜາດ 20 ນິ້ວ ໃນ​ລຸ້ນ Ultimate ແລະ ​ຂະ​ໜາດ 18ນິ້ວ ໃນ​ລຸ້ນ Elegant.

-ຜູ້ນຳແຫ່ງຄວາມຫຼູຫຼາທີ່ເໜືອກວ່າໃຜ: ຫ້ອງ​ໂດຍ​ສານຫຼູຫຼາ ກວ້າງ​ຂວາງ ປາ​ນີດ​ໃນ​ທຸກ​ລາຍ​ລະ​ອຽດ ປະສົມປະສານ​ ຄວາມ​ສະ​ດວກ​ສະ​ບ​າຍ​ໃນ​ທຸກ​ຟັງ​ຊັ່ນ​ການ​ໃຊ້​ງານ​ໄດ້​ຄົບ​ຖ້ວນ​ເປັນ​ໜຶ່ງ​ດຽວ​ກັບ​ດີ​ໄຊ​ນ໌ ດ້ວຍ ​ວິ​ທີ​ການ​ອອກ​ແບບ Integrated Cockpit ຄອນ​ໂຊ​ນໜ້າ​ເຊື່ອມ​ຕໍ່​ເປັນ​ໜຶ່ງ​ດຽວ​ກັບ ​ຄອ​ນ​ໂຊ​ນກາງ ຈັດ​ວາງ​ລຽບຫຼູ ພ້ອມ​ເບຣກ​ມື​ໄຟ​ຟ້າ ແລະ ລະ​ບົບ Auto Brake Hold ລະ​ບົບ​ຊ່ວຍ​ຢຸດ​ຢູ່​ກັບ​ທີ່​ໂດຍບໍ່​ຕ້ອງ​ຢຽບ​ເບຣກ​ຄ້າງ​ໄວ້ ແລະ ປົດ​ເບຣກ​ອັດ​ຕະ​ໂນ​ມັດ​ເມື່ອ​ແຕະ​ຄັນ​ເລັ່ງ ເບາະ​ນັ່ງ​ດີ​ໄຊ​ນ໌ຫຼູ ​ສີ Saddle Brown ຕັດ​ຫຍິບ​ດ້ວຍ​ວັດ​ສະ​ດຸ​ພິ​ເສດ​ທີ່​ມາ​ພ້ອມ​ເຕັກ​ໂນ​ໂລ​ຊີ Cool Max ຊ່ວຍຫຼຸດ​ການ​ສະ​ສົມ​ຄວາມ​ຮ້ອນ ເດີນ​ດ້າຍ​ແບບ​ເຄື່ອງ​ໜັງ​ຊັ້ນຫຼູ ໂອບ​ກະ​ຊັບ​ຮັບ​ທຸກ​ສັດ​ສ່ວນ ພວງ​ມະ​ໄລ​ມັ​ລ​ຕິ​ຟັງ​ຊັນ  ພ້ອມ Sequential Paddle Shift ປ່ຽນ​ເກຍ​ໄດ້​ພຽງ​ປາຍນິ້ວ​ສຳ​ຜັດ ລະ​ບົບ​ເປີດ-ປິດ​ປະ​ຕູ​ທ້າຍ​ດ້ວຍ  ໄຟ​ຟ້າ Power Tailgate ປອດ​ໄພ​ດ້ວຍ​ລະ​ບົບ Jam Protection ພ້ອມ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຄວາມ​ບັນ​ເທີງ ແລະ ຄວາມ​ສະ​ດວກ​ ສະ​ບາຍ​ຄົບ​ຖ້ວນ ໂດຍ​ມີ Ambient Light ແລະ Dome Light ຊ່ວຍ​ເຕີມ​ແຕ່ງ​ບັນ​ຍາ​ກາດຫຼູ​ມີ​ລະ​ດັບ.

-ຜູ້ນຳແຫ່ງຄວາມສະດວກສະບາຍທີ່ເໜືອກວ່າໃຜ: ຄວາມ​ສະ​ດວກ​ສະ​ບາຍ​ທີ່​ເຊື່ອມ​ຕໍ່​ທຸກ​ໄລ​ຟ໌​ສະ​ໄຕ​ລ໌​ໄດ້​ຢ່າງ​ລົງ​ໂຕ ຄົບ​ຖ້ວນ​ດ້ວຍເຕັກ​ໂນ​ໂລຊີ ​ອຳ​ນວຍ​ຄວາມ​ສະ​ດວກ​ສຸດ​ລ້ຳ​ຕະຫຼອດ​ທັ້ງ​ຄັນ.

  • ເບາະ​ນັ່ງ​ສາມ​ແຖວ ອອກ​ແບບ​ໃຫ້​ນັ່ງ​ສະ​ບາຍ​ທັງ 7 ທີ່​ນັ່ງ ພ້ອມ​ປັບ​ພັບ​ໄດ້ຫຼາກຫຼາຍ​ຮູບ​ແບບ​ຕາມ​ການ​ໃຊ້​ງານ
  • ເບາະ​ປັບ​ໄຟ​ຟ້າ ຝັ່ງ​ຄົນ​ຂັບ​ປັບ​ໄດ້ 8 ທິດ​ທາງ
  • ລະ​ບົບ​ຄວາມ​ບັນ​ເທີງ ISUZU Ultimate Entertainment ໜ້າ​ຈໍ Infotainment Display ຂະ​ໜາດ​ໃຫຍ່ 9ນິ້ວ ຮອງ​ຮັບ Apple CarPlay ແລະ Android Auto (ສະ​ເພາະສະ​ມາດ​ໂຟນ​ລຸ້ນ​ທີ່​ຮອງ​ຮັບ​ການ​ໃຊ້​ງານ) ພ້ອມ​ລຳ​ໂພງ 8 ຈຸດ ໃຫ້​ມິ​ຕິ​ສຽງ​ຮອບ​ທິດ​ທາງ
  • ລະ​ບົບ​ປັບ​ອາ​ກາດ​ອັດ​ຕະ​ໂນ​ມັດແບບ Dual Zone ແຍກ​ອິດ​ສະຫຼະ​ຊ້າຍ-ຂວາ
  • Charging Station ຮອງ​ຮັບ​ການ​ໃຊ້​ງານ​ອຸ​ປະ​ກອນ​ໄຟ​ຟ້າຫຼາກຫຼາຍ ທັງ USB Fast Charger ຊ່ອງ​ຕໍ່ AC Power Socket 220V ແລະ​ຊ່ອງ​ຕໍ່ DC 12V
  • Power Tailgate ລະ​ບົບ​ເປີດ-ປິດ​ປະ​ຕູ​ທ້າຍ​ດ້ວຍ​ໄຟ​ຟ້າພ້ອມ​ລະ​ບົບ Jam Protection
  • ກະ​ແຈ ISUZU Genius Entry ສະ​ຕາດ​ເຄື່ອງ​ຈັກ​ດ້ວຍ Remote Engine Start ແລະໃຊ້​ເປີດ-ປິດ​ປະ​ຕູ​ທ້າຍໄຟ​ຟ້າ.

ຜູ້ນຳແຫ່ງສະມັດຖະນະ​…ທີ່ເໜືອກວ່າໃຜ

ດຸນ​ຍະ​ພາບ​ແຫ່ງ​ຄວາມ​ເລົ້າ​ໃຈ ສະ​ຖຽນ​ລະ​ພາບ​ໃໝ່​ແຫ່ງ​ການ​ຂັບ​ຂີ່ ກັບ​ໂຄງ​ສ້າງ​ ແພ​ລດ​ຟອມ​ໃໝ່ ດ້ວຍ​ຊ່ວງ​ລ່າງ​ໃໝ່ ອອກ​ແບບ​ຕາມ​ແນວ​ຄິດ ISUZU Symmetric Mobility ໃຫ້​ໂຄງ​ສ້າງ​ໂຕ​ຖັງ ຄານຊີ ການ​ວາງ​ຕຳ​ແໜ່ງ​ເຄື່ອງ​ຈັກ  ແລະ ຊ່ວງ​ລ່າງ ທຳ​ງານ​ຮ່ວມ​ກັນ​ໄດ້​ຢ່າງລົງ​ໂຕ ຊ່ວງລ່າງໜ້າແບບອິດສະຫຼະປີກນົກ 2 ຊັ້ນ Double Wishbone ອອກ​ແບ​ບຈຸດ​ຍຶດ​ປີກ​ນົກ​ດ້ານ​ເທິງ​ໃໝ່ ພ້ອມ​ຄອຍ​ສະ​ປິງ ໂຊກ​ອັບ​ແກ​ສ ແລະເຫຼັກ​ກັນ​ໂຄງ​ຂະ​ໜາດ​ໃຫຍ່ ຊ່ວງລ່າງດ້ານຫຼັງແບບ 5-Link Suspension ອັນ​ລື​ຊື່ ທີ່​ພັດ​ທະ​ນາ​ໄປ​ອີກ​ຂັ້ນ ອອກ​ແບບ​ຈຸດ​ຍຶດ​ຄານ​ໃໝ່ ແລະ ເຫຼັກ​ກັນ​ໂຄງ​ໃຫ້​ຍາວ​ຂຶ້ນ ພ້ອມ​ຄອຍ​ສະ​ປິງ ແລະ ໂຊກ​ອັບ​ແກ​ສ ເພື່​ອສ້າງ​ປະ​ສົບ​ການ ແລະ ສະ​ມັດ​ຖະ​ນະ​ການ​ຂັບ​ຂີ່​ທີ່​ດີ​ທີ່​ສຸດ​ແບບ 3S ໄດ້​ແກ່ ຄວາມ​ນິ້ງ ແລະ ໝັ້ນ​ຄົງ (Stability) ຄວາມ​ນຸ້ມນວນ​ນັ່ງ​ສະ​ບາຍ (Softness) ຄວາມ​ປອດ​ໄພ ແລະ ການ​ເກາະ​ຖະ​ໜົນ (Safety and Road Holding) ມອບ​ດຸນ​ຍະ​ພາບ​ແຫ່ງ​ຄວາມ​ນຸ້ມ​ສະ​ບາຍ ແລະ ຍຶດ​ເກາະ​ຖະ​ໜົນ​ໄດ້​ເຕັມ​ປະ​ສິດ​ທິ​ພາບ ຄວບ​ຄູ່​ໄປ​ກັບ​ການ​ຂັບ​ຂີ່​ມ່ວນເລົ້າ​ໃຈ​ດ້ວຍ ເຄື່ອງຈັກອີຊູຊຸ 3.0 ດີດີໄອ ບລູພາວເວີ ກຳ​ລັງ​ສູງ​ສຸດ 190 ແຮງ​ມ້າ ແຮງ​ບິດ​ສູງສຸດ 450 ນິວ​ຕັ້ນ-ແມັດ ດ້ວຍ​ລະ​ບົບ​ເກຍ​ອັດ​ຕະ​ໂນ​ມັດ 6 ສະ​ປີດ ພ້ອມ​ໂໝດ Rev Tronic ແລະ Sequential Paddle Shift ຖ່າຍທອດ​ຈັງ​ຫວະ​ປ່ຽນ​ເກຍ​ໄດ້​ໄວ ແລະ ​ຄ່ອງ​ແຄ້ວ ພ້ອມ​ລະ​ບົບ Terrain Command ສະ​ວິດ​ປ່ຽນລະ​ບົບ​ການ​ຂັບ​ເຄື່ອນ 2 ລໍ້ ເປັນ 4 ລໍ້ ຕອບ​ຮັບ​ທຸກ​ໄລ​ຟ໌​ສະ​ໄຕ​ລ໌​ແຫ່ງ​ການ​ຂັບ​ຂີ່ ແລະ ລະ​ບົບ Rough Terrain ເພີ່ມ​ສະ​ມັດ​ຖະ​ນະໃນ​ການ​ຂັບ​ຂີ່​ ໃນເສັ້ນ​ທາງວິ​ບາກ​ໄດ້​ດີ​ຍິ່ງ​ຂຶ້ນ ທຳ​ງານ​ໄດ້​ທັງ 2H, 4H ແລະ 4L.

ຜູ້ນຳແຫ່ງຄວາມປອດໄພທີ່ເໜືອກວ່າໃຜ: ລົດ​​ອະ​ເນກ​ປະ​ສົງ​ລຸ້ນ​ໃໝ່ “All-New Isuzu MU-X” ມຸ່ງ​ໝັ້ນ​ພັດ​ທະ​ນາ​ເພື່ອ​ລວມ​ທຸກເຕັກ​ໂນ​ໂລ​ຊີດ້ານ​ຄວາມ​ປອດ​ໄພ​ເຂົ້າ​ໄວ້​ດ້ວຍ​ກັນ​ ໄດ້​ແກ່ ລະ​ບົບ​ຊ່ວຍ​ເຫຼືອ ຜູ້​ຂັບຂີ່ຂັ້ນ​ສູງ ADAS (Advanced Driver Assistance Systems) ຊ່ວຍ​ສອດ​ສ່ອງ ເຝົ້າ​ລະ​ວັງ ດ້ວຍ​ນະ​ວັດ​ຕະ​ກຳ​ກ້ອງ​ໜ້າ​ຄູ່​ອັດ​ສະ​ລິ​ຍະ 3D Imaging Stereo Camera ຊ່ວຍ​ກວດ​ຈັບ​ວັດ​ຖຸ​ຕ່າງໆ ດ້ວຍ​ການ​ສະ​ແກນ​ພາບ 3 ມິ​ຕິ ແບບ Real Time ແມ້ນ​ຍຳ​ກວ່າ​ກ້ອງ​ລະ​ບົບ Mono Camera ທົ່ວ​ໄປ ໂດຍ​ທຳ​ງານ​ຮ່ວມ​ກັບ​ເຣ​ດ້າ 2 ຈຸດ ແລະ ​ເຊັນ​ເຊີ້ 8 ຈຸດ​ອ້ອມ​ຄັນ ຄວບ​ຄູ່​ໄປ​ກັບ​ລະ​ບົບ​ຄວາມ​ປອດ​ໄພ​ພື້ນ​ຖານ​ຄົບ​ຖ້ວນ​ໃນ​ທຸກ​ລຸ້ນ ໄດ້​ແກ່ລະ​ບົບ ABS, EBD, BA, BOS, ESC, TCS, HSA, HDC ແລະ TSC ເພື່ອ​ສົ່ງ​ມອບ​ຄວາມ​ໝັ້ນ​ໃຈ ແລະ ອຸ່ນ​ໃຈ​ເໜືອ​ລະ​ດັບ​ຍາມ​ຂັບ​ຂີ່.

ເຕັກ​ໂນ​ໂລຊີ ADAS ທີ່​ລວມ​ໃວ້​ໃນ “All-New Isuzu MU-X” ມີ:

  • ACC (Full Speed Range Adaptive Cruise Control) ລະບົບຄວບຄຸມຄວາມໄວອັດຕະໂນມັດແບບ​ແປ​ຜັນ ພ້ອມຟັງຊັ່ນ Stop and Go
  • FCW (Forward Collision Warning) ລະ​ບົບແຈ້ງເຕືອນກ່ອນການຕຳດ້ານ​ໜ້າ
  • AEB (Autonomous Emergency Braking) ລະບົບເບຣກສຸກເສີນອັດຕະໂນມັດ
  • LDW (Lane Departure Warning) ລະ​ບົບ​ແຈ້ງ​ເຕືອນ​ອອກນອກ​ເລນ
  • AHB (Automatic High Beam) ລະ​ບົບ​ຄວບ​ຄຸມ​ໄຟ​ສູງ​ອັດ​ຕະ​ໂນ​
  • PMM (Pedal Misapplication Mitigation) ລະ​ບົບ​ຕັດ​ກຳ​ລັງ​ເຄື່ອງ​ຈັກ​ເມື່ອ​ຢຽບ​ຄັນ​ເລັ່ງ​ຜິດ​ພາດ
  • MSL (Manual Speed Limiter) ລະ​ບົບ​ຕັ້ງ​ຄ່າ​ຈຳ​ກັດ​ຄວາມ​ໄວ​ສູງ​ສຸດ​ດ້​ວຍ​ຕົວ​ເອງ
  • BSM (Blind Spot Monitoring) ລະ​ບົບ​ແຈ້ງ​ເຕືອນ​ຈຸດ​ອັບ​ສາຍ​ຕາ
  • RCTA (Rear Cross Traffic Alert) ລະບົບຊ່ວຍເຕືອນຂະນະຖອຍລົດ
  • Parking Aid System ລະ​ບົບ​ເຊັນ​ເຊີ້​ຊ່ວຍ​ຈອດ​ລົດ​
  • MCB (Multi-Collision Brake) ລະບົບເບຣກອັດຕະໂນມັດຫຼັງການເກີດອຸບັດຕິເຫດຊ້ຳ​ຊ້ອນ.

ບົ່ງບອກຕົວທ່ານທີ່ເໜືອກວ່າໃຜ

ລຸ້ນໃໝ່! “All-New Isuzu MU-X” ມີ​ໃຫ້​ເລືອກ​ຄົບ​ຊຸດ ​ດ້ວຍ​ສະ​ໄຕ​ລ໌​ທີ່ຫຼາກຫຼາຍ​ລວມ 2 ມີລຸ້ນ ຄື Ultimate ແລະ Elegant ເຄື່ອງ​ຈັກ​ອີ​ຊູ​ຊຸ 3.0 ດີ​ດີ​ໄອ ບລູພາວເວີ ໃຫ້​ແຮງ​ບິດ​ສູງ​ທຸກ​ລະດັບ​ຄວາມ​ໄວ ມີ​ໃຫ້​ເລືອກ​ທັງ​ລະ​ບົບ​ຂັບ​ເຄື່ອນ 2 ລໍ້ ແລະ 4 ລໍ້ ມີ​ໃຫ້​ເລືອກ​ເຖິງ 4 ສີ ຄື ນ້ຳ​ຕານ​ມາ​ຣາ​ເກ​ຊ (Marrakesh Brown) ຂາວ​ມຸກ​ໂດ​ໂລ​ໄມ​ທ໌ (Dolomite Pearl White)ດຳ​ບາ​ວາຣ້ຽນ ໄມ​ກ້າ (Bavarian Black Mica) ແລະ ເງິນ​ໂບ​ຮີ​ມ້ຽນ  ເມ​ທັ​ລ​ລິກ (Bohemian Silver Metallic) ແຕກ​ຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ລຸ້ນ.

ຝ່າຍປະຊາສຳພັນ: ຫ້ອງການຜູ້ຕາງໜ້າປະຈຳປະເທດລາວ, ບໍລິສັດ ຕຣີເພຊອີຊູຊຸເຊວຊ໌ ຈຳກັດ, ໂທ. 021 417 387 ແຟັກ: 021 417 386

 

 

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...