spot_img
Homeຂ່າວທ້ອງຖິ່ນຊົມເຊີຍ! ປກສ ເມືອງປາກງື່ມ ຈັບຜູ້ລັກລອບເຂົ້າລາວແບບຜິດກົດໝາຍໄດ້

ຊົມເຊີຍ! ປກສ ເມືອງປາກງື່ມ ຈັບຜູ້ລັກລອບເຂົ້າລາວແບບຜິດກົດໝາຍໄດ້

Published on

ອີງຕາມການລາຍງານ ຂອງປກສ ເມືອງປາກງື່ມ ໃຫ້ຮູ້ວ່າ: ເມື່ອວັນທີ 27 ເມສາ 2021 ເວລາ 17:30 ໂມງ ໄດ້ມີຄົນລັກລອບເຂົ້າເມືອງແບບຜິດກົດໝາຍ ເຊິ່ງສອບຖາມຂໍ້ມູນເບື້ອງຕົ້ນແມ່ນ ທ້າວ ອະນຸຊາດ ພັກດີຈໍຫໍ (ຫຳ) ອາຍຸ 44ປີ, ສັນຊາດ ໄທ, ບ້ານດອນກາງ, ເມືອງ ໂພນພິໃສ, ແຂວງ ໜອງຄາຍ ໄດ້ເຂົ້າມາ ສປປລາວ ໂດຍໄດ້ຜ່ານເຮືອຂ້າມນໍ້າຂອງມາ.

ເຊິ່ງຈຸດຂ້າມແມ່ນ ບ້ານວັດຫຼວງ ເມືອງ ໂພນພິໃສ ແຂວງ ໜອງຄາຍ ຜູ້ກ່ຽວໄດ້ຂຶ້ນເຮືອ ທີ່ ທ່າວັດ ບ້ານໂດນໃຕ້, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ແລະ ຜູ້ກ່ຽວໄດ້ໃຫ້ການສາລະພາບວ່າ: ຈຸດປະສົງການລັກລອບເຂົ້າມາ ແມ່ນເຂົ້າມາເພື່ອບູຊາທາດແມ່ ທີ່ວັດດັ່ງກ່າວ (ແມ່ເປັນຄົນລາວ).

ປະຈຸບັນ ແມ່ນກຳລັງນໍາສົ່ງຜູ້ກ່ຽວໃຫ້ຫ້ອງສັນຕິບານ, ນະຄອນຫຼວງວຽງຈັນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...