Homeຂ່າວຕ່າງປະເທດປັບໄໝ ນາຍົກລັດຖະມົນຕີໄທ ຍ້ອນບໍ່ໃສ່ຜ້າອັດປາກ-ດັງ ລະຫວ່າງປະຊຸມ

ປັບໄໝ ນາຍົກລັດຖະມົນຕີໄທ ຍ້ອນບໍ່ໃສ່ຜ້າອັດປາກ-ດັງ ລະຫວ່າງປະຊຸມ

Published on

ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ຂອງປະເທດໄທ ໄດ້ຝ່າຝືນຄຳສັ່ງກຸງເທບມະຫານະຄອນ ບໍ່ໃສ່ຜ້າອັດປາກ-ດັງ ນອກສະຖານທີ່ຕະຫຼອດເວລາ ພາຍຫຼັງມີພາບໃນການປະຊຸມ ທີ່ທຳນຽບ ໂດຍການບໍ່ໃສ່ຜ້າອັດປາກ-ດັງ ປັບ 6,000 ບາດໄທ (1,962,000 ກີບ)

ຈາກກໍລະນີນີ້ ສັງຄົມອອນລາຍມີການແຊຣພາບ ຜົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ເປີດຜ້າອັດປາກ-ດັງ ລະຫວ່າງການປະຊຸມປຶກສາຫາລື ກ່ຽວກັບການຈັດຫາ ແລະ ກະຈາຍວັກຊີນ ເມື່ອວັນທີ 26 ເມສາ 2021 ທີ່ທຳນຽບລັດຖະບານ ທີ່ຜ່ານມາ ພ້ອມກັບຖາມວ່າ ຜິດຂໍ້ກຳນົດຂອງກຸງເທບມະຫານະຄອນ ຫຼື ບໍ່?

ກ່ຽວກັບເລື່ອງນີ້ ທ່ານ ພົນເອກ ອັດສະວິນ ຂວັນເມືອງ ເຈົ້າຄອງກຸງເທບມະຫານະຄອນ ໄດ້ອອກມາແຈ້ງຜ່ານ ເພສບຸກ ວ່າ: ການບໍ່ໃສ່ຜ້າອັດປາກ-ດັງ ເປັນການຝ່າຝືນ ແຈ້ງການກຸງເທບມະຫານະຄອນ ເລື່ອງ ໃຫ້ປະຊາຊົນໃນພື້ນທີ່ກຸງເທບມະຫານະຄອນໃສ່ຜ້າອັດປາກດັງທຸກເທື່ອ ຕະຫຼອດເວລາທີ່ອອກນອກອາຄານ ຫຼື ທີ່ຢູ່ອາໃສ ເປັນຄວາມຜິດຕາມມາດຕາ 51 ແຫ່ງ ພ.ຮ.ບ ພະຍາດຕິດຕໍ່ ປີ 2016 ເຊິ່ງຄວາມຜິດນີ້ ພະນັກງານສອບສວນມີອຳນາດປັບໄໝໄດ້ ຕາມລະບຽບຄະນະກຳມະການໂລກຕິດຕໍ່ແຫ່ງຊາດ ວ່າດ້ວຍຫຼັກເກນປຽບທຽບ ປີ 2020 ໂດຍມີອັດຕາການປັບໄໝຕາມບັນຊີທ້າຍ ເປັນຈຳນວນເງິນ 6000 ບາດໄທ (1,962,000 ກີບ).

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...