ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ 88 ຄົນ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ລາຍງານສະພາບການລະບາດຂອງໂຄວິດ-19 ໃນ ສປປ ລາວ ໃນວັນທີ 24 ເມສາ 2021 ເຊິ່ງພົບຜູ້ຕິດເຊື້ອລາຍໃໝ່ ເພີ່ມ 88 ຄົນ, ຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ 84 ຄົນ, ແຂວງບໍ່ແກ້ວ 2 ຄົນ ແລະ ແຂວງຈຳປາສັກ 2 ຄົນ.

ນັບຕັ້ງແຕ່ມີການລະບາດເມື່ອເດືອນມັງກອນ 2020 ຈົນຮອດປະຈຸບັນ ກວດພົບເຊື້ອສະສົມ 247 ຄົນ. ປິ່ນປົວຫາຍດີ 49 ຄົນ ກຳລັງປິ່ນປົວ 198 ຄົນ ແລະ ຄາດເນວ່າ: ສປປ ລາວ ຈະພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍເຖິງ 2,000ຄົນ.

ນະຄອນຫຼວງວຽງຈັນ 179 ຄົນ (ໃໝ່ 84), ແຂວງຈຳປາສັກ 7 ຄົນ (ໃໝ່ 2), ແຂວງບໍ່ແກ້ວ 5 ຄົນ (ໃໝ່ 2),  ແຂວງສະຫວັນນະເຂດ 3 ຄົນ, ແຂວງວຽງຈັນ 1  ຄົນ, ແຂວງສາລະວັນ 1​ ຄົນ, ແຂວງຄຳມ່ວນ 1 ຄົນ, ແຂວງບໍລິຄຳໄຊ 1 ຄົນ ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.
ການຕິດຕາມການຈຳກັດບໍລິເວນ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 48 ສູນ,​ ມີຜູ້ຈຳກັດບໍລິເວນທັງ ໝົດ 3,661 ຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19. ເຊິ່ງປະຫວັດການເດີນທາງຂອງຜູ້ຕິດເຊື້ອໃໝ່ມີດັ່ງນີ້:

-ກໍລະນີຢືນຢັນທີ 163: ເພດຍິງ, ອາຍຸ 32, ສັນຊາດ: ລາວ, ອາຊີບ ຫວ່າງງານ, ປະຈຸບັນຢູ່ບ້ານຫ້ວຍຊາຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ສຳຜັດກັບໝູ່ ຂອງກໍລະນີທີ 090 ທີ່ແຂວງບໍ່ແກ້ວ  ວັນທີ 22 ເມສາ 2021,ມີອາການສະແດງອອກ ໄຂ້, ໄອ, ເຈັບຄໍ ແລະ ເມື່ອຍ.

  • ວັນທີ 13 ເມສາ 2021: ຜູ້ກ່ຽວ ໄປການຕາມປົກກະຕິ ແລະ ຕອນແລງ ໄປກິນເຂົ້າຢູ່ເຮືອນປ້າ (ບ້ານຂອນແກນ)
  • ວັນທີ 14 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າ ຢູ່ເຮືອນອາວ (ບ້ານໜອງຊາຍ) ຕອນແລງກໍ່ກັບບ້ານ
  • ວັນທີ 15 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນອ້າຍ (ບ້ານປາກຮາບໃຕ້) ແລະ ຕອນແລງ ໄປຫຼີນເຮືອນໝູ່ (ບ້ານຫ້ວຍຊາຍໃຕ້)
  • ວັນທີ 17 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນເຮືອນ (ບ້ານໃໝ່ພູຄາ) ກໍ່ກັບເຮືອນ
  • ວັນທີ 18 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອຄົນຫ້ອງການເມຍ (ບ້ານຂອນແກ້ວ), ຕອນແລງໄປຫຼີ້ນເຮືອນໝູ່ (ບ້ານປາກຮາວເໜຶອ) ກັບໄປກິນເຂົ້າເຮືອນນ້າ (ບ້ານຫ້ວຍຊາຍ)
  • ວັນທີ 19 ເມສາ 2021: ຜູ້ກ່ຽວ ໄດ້ໄປຫ້ອງການຕອນແລງ ຢູ່ຕົ້ນເຜີ້ງ ກັບໝູ່ ແລ້ວໄປກິນເຂົ້າຊອຍ ຢູ່ຕະຫລາດສີເມືອງງາມ (ຮ້ານໜ້າຕະຫລາດ) ແລ້ວກັບມາຫ້ວຍຊາຍ ພາກັນໄປກິນເຂົ້າ ຢູ່ກາງເມືອງ (ຮ້ານແປະທາງລົງວັດຈອມເຂົາ) ແລ້ວກັບບ້ານ
  • ວັນທີ 20 ເມສາ 2021: ຜູ້ກ່ຽວ ໄດ້ໄປຫ້ອງການປະຊຸມ ຢູ່ຊັ້ນ 3 ເລີກແລ້ວ ກັບໝູ່ 02 ຄົນ ໄປກິນເຂົ້າມັນໄກ່ (ບ້ານຫ້ວຍຊາຍເໜຶອ) ແລ້ວ ແວະ ໄປຊື້ນໍ້າອ້ອຍຢູ່ຂ້າງກອງບັນຊາການ ປກສ ແຂວງ ແລ້ວກັບໄປຫ້ອງການ
  • ວັນທີ 22 ເມສາ 2021: ຜູ້ກ່ຽວ ໄດ້ໄປກວດສຸກຂະພາບຢູ່ພະແນກສາທາລະນະສຸກແຂວງ ແລ້ວກັກໂຕ ຢູ່ເຮືອນ
  • ວັນທີ 23 ເມສາ 2021: ຜູ້ກ່ຽວ ກໍ່ໄດ້ກັກໂຕຢູ່ເຮືອນ
  • ປະຈຸບັນນີ້ຄົນເຈັບ, ນອນຕິດຕາມ, ປີ່ນປົວ ແລະ ແຍກປ່ຽວ ຢູ່ໂຮງໝໍບໍ່ແກ້ວ

-ກໍລະນີຢັ້ງຢືນທີ 164: ເພດຍິງ, ອາຍຸ 20, ສັນຊາດ ລາວ, ອາຊີບ ຫວ່າງງານບ້ານຢູ່ປະຈຸບັນຜູ້ກ່ຽວ ໄດ້ພັກກັບໝູ່ ຢູ່ອາພັດເມັນສຸວິສາ ຂື້ນກັບເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ມາຈາກບ້ານຜາສັງ, ເມືອງເຟືອງ, ແຂວງວຽງຈັນ (ຜູ້ກ່ຽວ ບໍ່ໄດ້ກັບບ້ານ) ມີອາການສະແດງອອກ ໄຂ້, ໄອ, ເຈັບຄໍ ແລະ ເມື່ອຍ.

  • ວັນທີ 10 ເມສາ 2021: ຜູ້ກ່ຽວໄດ້ໄປຫຼີ້ນ ຢູ່ What Club ແລ້ວກັບມານອນຢູ່ບ້ານພັກນິວມູນ
  • ວັນທີ 11 ເມສາ 2021: ຜູ້ກ່ຽວໄດ້ໄປ Diamond Karaoke ຕັ້ງຢູ່ບ້ານນາໄຊ, ເມືອງໄຊເສດຖາ
  • ວັນທີ 13 ເມສາ 2021: ມີໝູ່ (ເພດຍິງ) ໄດ້ຂີ່ຍົນຈາກສະໜາມບິນວັດໄຕ ນະຄອນຫລວງວຽງຈັນ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ໂດຍຖ້ຽວບິນການບິນລາວ) ແລະ ຫຼັງຈາກນັ້ນ ໄດ້ຂື້ນລົດຕູ່ ໄປແຂວງບໍ່ແກ້ວ
  • ເວລາ 16:00 ໂມງ: ຂີ່ລົດຕູ້ຂອງການບິນສະກາຍເວ ໄປແຂວງບໍ່ແກ້ວ ມີ 04 ຄົນລວມທັງຜູ້ກ່ຽວ (ພ/ງຂັບລົດ ແລະ ອີກ 02 ຄົນ ເປັນລາວ ແຕ່ບໍ່ຮູ້ຈັກຄົນ) ແລະ ບໍ່ໄດ້ໃສ່ຜ້າອັດປາກອັດດັງ; ຫຼັງຈາກນັ້ນ ຜູ້ກ່ຽວ ໄດໄປພັກຢູ່ຫ້ອງແຖວກັບກໍລະນີ 090 ຢູ່ແຂວງບໍ່ແກ້ວ
  • ວັນທີ 14 ເມສາ 2021: ຜູ້ກ່ຽວມີອາການໄອ, ເຈັບຄໍ ແລະ ເມື່ອຍ ແລະ ພັກຢູ່ຫ້ອງແຖວ ກັບຄົນເຈັບຕິດເຊື້ອກໍລະນີທີ່ 090 ທີ່ແຂວງບໍ່ແກ້ວ
  • ວັນທີ 16 ເມສາ 2021: ຜູ້ກ່ຽວມີອາການໄຂ້ ແລ້ວກິນຢາ paracetamol ມີຢາຢູ່ຫ້ອງແຖວ ແລະ ບໍ່ໄດ້ໄປຊື້ຢາກິນເອງ
  • ວັນທີ 18 ເມສາ 2021: ຜູ້ກ່ຽວມີອາການດິຂື້ນ ແລະ ໄປຮ່ວມສູ່ຂ້ວນ ຢູ່ບ້ານວຽງໃໝ່ ແຂວງບໍ່ແກ້ວ ກັບກໍລະນີທີ່ 090
  • ວັນທີ 20 ເມສາ 2021: ຜູ້ກ່ຽວ ໄດ້ໄປຫຼີ້້ນກັບໝູ່ ພ້ອມທັງກໍລະນີຕິດເຊື້ອທີ່ 090 ຢູ່ບ້ານໝຸ່ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ
  • ວັນທີ 21 ເມສາ 2021: ເວລາ 07: 30ໂມງ: ຂື້ນລົດຕູ້ຂອງສາຍການບິນສະກາຍເວ ຈາກແຂວງບໍ່ແກ້ວ ຫາແຂວງຫລວງພະບາງ
  • ເວລາ 16:00 ໂມງ: ຜູ້ກ່ຽວ ໄດ້ຂື້ນຍົນ ຢູ່ສະໜາມບິນແຂວງຫລວງນໍ້າທາ ຫາສະໜາມນະຄອນຫລວງວຽງຈັນ ແລ້ວມາພັກກັບໝູ່ ຢູ່ແຖວທາດຫລວງ ອາພາດເມັນສຸວິສາ ເມືອງໄຊເສດຖາ ແລ້ວຂີ່ລົດຕັກຊີ ໄປດັດແກ້ແຂ້ວ ຢູ່ຄຼີນິກດົງໂດກໃຊ້ເວລາ 10 ນາທີ.

ວັນທີ 21-22 ເມສາ 2021: ຜູ້ກ່ຽວ ໄດ້ກັກໂຕ ຢູ່ ສູນຫຼັກ 27, ເມືອງໄຊທານີ, ນະຄອນຫລວງວຽງຈັນ

-ກໍລະນີຢັ້ງຢືນທີ 165: ເພດ ຊາຍ,  ອາຍຸ 35 ປີ , ອາຊີບ ພະນັກງານຢູ່ກະຊວງປ້ອງກັນປະເທດ ບ້ານຢູ່ປະຈຸບັນ: ບ້ານ ໜອງທາເໜືອ, ເມືອງ ຈັນທະບູລີ, ແຂວງ ນະຄອນຫຼວງວຽງຈັນ ສໍາຜັດກັບກໍລະນີ 67 ວັນທີ 17/4/2021.

ວັນທີ 17 ເມສາ 2021: ຜູ້ກ່ຽວ ໄປກິນເຂົ້າບ້ານໝູ່ຢູ້ບ້ານໜອງສະໂນຄໍາ ຜູ້ຕິດເຊື້ອຈາກກໍລະນີ ຈີ່ມມີ (ສໍາຜັດ 59) ມີ 5 ຄົນ

  • ວັນທີ 18 ເມສາ 2021: ໄປກິນປີໃໝ່ບ້ານສາຍນໍ້າເງິນ ມີປະມານ 20 ກວ່າຄົນ
  • ວັນທີ 19 ເມສາ 2021: 9:00-10:30 ເຂົ້າປະຊຸມຄະນະ ມີຄົນຮ່ວມປະຊຸມ 7-8 ຄົນ
  • 15:00-19:00 ໄປກິນເຂົ້ານໍາໝູ່ ຢູ່ອາພັດເມັນ (ມີໝູ່ 2 ຄົນ) ຢູ່ແຖວໂພນພະເນົາ
  • ວັນທີ 20 ເມສາ 2021: ໄປວຽກປົກກະຕິ ມີພະນັກງານເຮັດວຽກໃນຫ້ອງດຽວກັນ 4 ຄົນ
  • 12:00-12:45 ໄປກິນເຂົ້າຢູ່ວາກສຸກີ້ ໜ້າອຸດົມເລກ 9 ນໍາໝູ່ອີກ 2 ຄົນ
  • ວັນທີ 21 ເມສາ 2021: ໄປຈຳກັດບໍລິເວນສູນຫຼັກ 27 ແລະ ເກົບຕົວຢ່າງກວດພົບເຊື້ອ.

-ກໍລະນີຢັ້ງຢືນທີ 166: ເພດ ຍິງ,  ອາຍຸ 30 ປີ , ອາຊີບ: ຄ້າຂາຍ (ເຊົ່າໂຕະຕັ່ງເຕັ້ນ) ບ້ານຢູ່ປະຈຸບັນ ບ້ານ ຕາດທອງ, ເມືອງ ສີໂຄດຕະບອງ, ແຂວງ ນະຄອນຫຼວງວຽງຈັນ ສໍາຜັດກັບກໍລະນີ 67 ວັນທີ 17/4/202 ອາການ:  ໄອ, ເປັນຫວັດ, ມີນໍ້າມູກຍ້ອຍ.

  • ວັນທີ 17 ເມສາ 2021: ຜູ້ກ່ຽວ ໄປກິນເຂົ້າຢູ່ເຮືອນໝູ່ຢູ່ໜອງສະໜອງຄໍາ ຜູ້ຕິດເຊື້ອຈາກກໍລະນີ ຈີ່ມມີ 67 (ສໍາຜັດກັບກໍລະນີ 59)
  • ວັນທີ 18 ເມສາ 2021: ໄປກິນປີໃໝ່ບ້ານສາຍນໍ້າເງິນ ມີປະມານ 20 ກວ່າຄົນ (ໄປນໍາກັນ ກໍລະນີ 165), ຜູ້ກ່ຽວເລີ່ມມີເມື່ອຍ, ຮູ້ສຶກຄັນຄໍ
  • ວັນທີ 19 ເມສາ 2021: ບໍ່ໄດ້ໄປໃສ, ຜູ້ຮູ້ສຶກບໍ່ສະບາຍ, ນໍ້າມູກຍ້ອຍ
  • ວັນທີ 21 ເມສາ 2021: ໄປກັກໂຕຢູ່ສູນຫຼັກ 27 ແລະ
  • ວັນທີ 21-23 ເມສາ 2021: ບໍ່ໄດ້ໄປໃສ ກັກຕົວຢູ່ບ້ານ

-ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.

– ສຳລັບໃນນະຄອນຫຼວງວຽງຈັນຈະເພີ່ມຈຸດເກັບຕົວຢ່າງຢູ່ 4 ແຫ່ງ ແຕ່ລະແຫ່ງຈະເປີດໃຫ້ບໍລິການໃນຕອນເຊົ້າ 9:00-12:00ມ ຄື: ເດີນກິລາໃນຮົ່ມ ບືງຂະຫຍອງ, ເມືອງສີສັດຕະນາກ, ສະໜາມກິລາເດີ່ນເຈົ້າອານຸວົງ, ເມືອງຈັນທະບູລີ, ມສ ສີໂຄດ ເມືອງສີໂຄດຕະບອງ, ໂຮງຮຽນ ມິດຕະພາບລາວ-ຫວຽດ ເມືອງ ໄຊເສດຖາ.

ຮຽບຮຽງຂ່າວ:​ພຸດສະດີ