Homeຂ່າວຕ່າງປະເທດອິດສະຣາແອນ ປະກາດຍົກເລີກມາດຕະການໃສ່ຜ້າອັດປາກ-ດັງ ຫຼັງຈາກປາຊາຊົນໄດ້ຮັບວັກຊີນຫຼານກວ່າເຄີ່ງປະເທດແລ້ວ.

ອິດສະຣາແອນ ປະກາດຍົກເລີກມາດຕະການໃສ່ຜ້າອັດປາກ-ດັງ ຫຼັງຈາກປາຊາຊົນໄດ້ຮັບວັກຊີນຫຼານກວ່າເຄີ່ງປະເທດແລ້ວ.

Published on

ອີງຕາມ ເວັບໄຊ້ Times of Israel ສື່ມວນຊົນທ້ອງຖິ່ນຂອງອິດສະຣາແອນ ໄດ້ລາຍງານໃນວັນທີ 15 ເມສາ 2021 ວ່າ: ລັດຖະບານອິດສະຣາແອນປະກາດ “ຍົກເລີກມາດຕະ
ການໃສ່ຜ້າອັດປາກ-ດັງ ໃນສະຖານທີ່ສາທາລະນະ” ເລີ່ມປະຕິບັດໃນວັນທີ 18 ເມສາ 2021 (ມື້ວານ) ເປັນຕົ້ນໄປ, ຫຼັງຈາກລັດຖະບານໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກັບປະຊາຊົນຫຼາຍກວ່າເຄິ່ງປະເທດ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອຫຼຸດລົງເຫຼືອພຽງແຕ່ຫຼັກຮ້ອຍ. ໃນຂະນະທີ່ຜູ້ຊ່ຽວຊານກ່າວວ່າ ໃນເວລານີ້ເກີດມີພາວະ “ພູມຕ້ານທານກຸ່ມ” ຂື້ນແລ້ວ.

ທ່ານ ຢິລິ ເອເດສະຕິນ (Yuli Delstein) ລັດຖະມົນຕີກະຊວງສາທາລະນະສຸກອິດສະຣາແອນ ໄດ້ອອກຖະແຫຼງການໃນວັນຊາດອິດສະຣາແອນ ວ່າ: ໃຫ້ຢຸດຕິຂໍ້ບັງຄັບທາງດ້ານສາທາລະນະສຸກໃນການໃສ່ຜ້າອັດປາກ-ດັງ ໃນເຂດສາທາລະນະລົງ ເຊິ່ງເລີ່ມປະຕິບັດຕັ້ງແຕ່ວັນທີ 18 ເດືອນເມສາ 2021 ເປັນຕົ້ນໄປ. ເຖິງຢ່າງໃດກໍ່ຕາມ, ມາດຕະການບັງຄັບໃຫ້ໃສ່ຜ້າອັດປາກ-ດັງ ໃນສະຖານທີ່ປິດ(ບ່ອນບໍ່ມີອາກາດຖ່າຍເທ) ນັ້ນຍັງຕ້ອງປະຕິບັດຢູ່.

ລາຍງານກ່າວອີກວ່າ: ຫຼັງຈາກອິດສະຣາແອນ ພົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງ ໃນຮອບທີສາມແລ້ວ, ເຮັດໃຫ້ຮູ້ທິດທາງການແກ້ໄຂສະຖານະການໄດ້ດີຂື້ນຢ່າງໄວ ໃນໄລຍະເດືອນທີ່ຜ່ານມາ ຫຼັງຈາກທີ່ອິດສະຣາແອນ ເປັນຜູ້ດຳເນີນໂຄງການຊັກວັກຊີນທີ່ຄິດໄລ່ຕາມອັດຕາສ່ວນປະຊາກອນໄວທີ່ສຸດໃນໂລກ ໂດຍເລືອກໃຊ້ວັກຊີນຂອງ Pfizer / BioNTech.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...